ບັນຫາການໂຄສະນາປະສຳພັນ ເປັນສິ່ງທ້າທາຍ ກາຍເປັນອຸປະສັກໃນວຽກງານຕ້ານເອດສ໌

    ກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອດສ໌ ຈັດຂຶ້ນວັນທີ 9 ມີນາ 2022 ທີ່ໂຮງແຮມ ດອນຈັນພາເລດ ນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ປອ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ປະທານຄະນະກໍາມະການແຫ່ງຊາດຕ້ານເອດສ໌ ທ່ານ ປອ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ຮອງປະທານຄະນະການແຫ່ງຊາດຕ້ານເອດສ໌ ພ້ອມດ້ວຍທ່ານຫົວໜ້າກົມ ຮອງກົມ ບັນດາທ່ານຜູ້ຕາງໜ້າຈາກກະຊວງ ສຳນັກງານ ອົງການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ດຣ ພູທອນ ສຸດທິລັກ ຫົວໜ້າສູນຕ້ານເອດສ໌ ແລະ ພຕພ ກ່າວລາຍງານຕໍ່ກອງປະຊຸມຄະນະກໍາມະການແຫ່ງຊາດຕ້ານເອດສ໌ ວ່າ: ໃນປີຜ່ານມາ ເປັນໄລຍະທີ່ມີຄວາມຫຍຸ້ງຍາກຈາກການລະບາດ ພະຍາດໂຄວິດ-19 ໄດ້ສ້າງຜົນກະທົບຕໍ່ການເດີນທາງ ການສັນຈອນໄປມາ ເຮັດໃຫ້ການເຄື່ອນໄຫວວຽກງານຕ້ານເອດສ໌ພົບຂໍ້ຫຍຸ້ງຍາກ ໃນການເຂົ້າເຖິງກຸ່ມທີ່ມີຄວາມສຽງ ການບໍລິການສຸຂະພາບ ແລະ ກວດເລືອດຊອກຫາການຕິດເຊື້ອ HIV ກໍມີຂໍ້ຫຍຸ້ງຍາກ ຜູ້ຕິດເຊື້ອ HIV ບໍ່ສາມາດມາຮັບການບໍລິການສຸຂະພາບ ແລະ ມາຮັບຢາຢູ່ສະຖານທີ່ບໍລິການສາທາລະນະສຸກ ແລະ ເຮັດໃຫ້ຈໍານວນຜູ້ຕິດເຊື້ອ HIV ຂາດການຕິດຕາມໃນການປິ່ນປົວມີຈໍານວນຫຼາຍຂຶ້ນ ຕາມການລາຍງານຂອງສູນຕ້ານເອດl% ແລະ ພຕພ ໄດ້ໃຫ້ຮູ້ວ່າ ເຖິງຈະມີການລະບາດຂອງພະຍາດໂຄວິດ-19 ຮ້ານບັນເທີງ ການບໍລິການຕ່າງໆໄດ້ປີດການບໍລິການກໍຕາມ ແຕ່ການແຜ່ລະບາດຂອງເຊື້ອ HIV ບໍ່ໄດ້ຢຸດສະງັກ ແລະ ຍັງມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ເຊັ່ນ: ປີ 2020 ເຮົາກວດພົບຜູ້ຕິດເຊື້ອທັງໝົດ 1.579 ຄົນ ກົງກັນຂ້າມ ພຽງແຕ່ 6 ເດືອນຕົ້ນປີ 2021 ພວກເຮົາກວດພົບຜູ້ຕິດເຊື້ອ HIV 818 ຄົນ ຖ້າ 6 ເດືອນທ້າຍປີ ຫາກຕິດຊໍ້າກັນກັບ 6 ເດືອນຕົ້ນປີ ໝາຍຄວາມວ່າ ຖ້າພວກເຮົາເອົາ 818 ມາຄູນໃຫ້ 2 ກໍຈະເທົ່າກັບ 1.639 ໝາຍວ່າ ຈໍານວນຜູ້ຕິດເຊື້ອຫຼາຍກວ່າ ປີ 2020.

    ສິ່ງທ້າທາຍ ແລະ ເປັນອຸປະສັກໃນການວຽກງານດັ່ງກ່າວ ແມ່ນບັນຫາທາງດ້ານງົບປະມານ ເພື່ອ ນຳໃຊ້ເຂົາໃນການໂຄສະນາປະຊາສຳພັນ ເພາະການເຂົ້າເຖິງຂໍ້ມູນຂ່າວສານຂອງສັງຄົມຍັງຕ່ຳ ການ ຮັບຮູ້ຂອງຄົນໃນສັງຄົມກໍຍັງເປັນບໍ່ສາມາດຮັບຮູ້ຢ່າງເລິກເຊິ່ງ ໂດຍສະເພາະໃນເຂດຫ່າງໄກສອກຫຼຼີກ  ລວມທັງບາງກຸ່ມຄົນຈຳນວນໜຶ່ງກໍຍັງຖືເບົາ.

    ສິ່ງສຳຄັນ ວຽກງານຈຸດສຸມໃນສະເພາະໜ້າ ຈະຕ້ອງພ້ອມກັນສູ້ຊົນຜ່ານຜ່າ ຊອກຫາວິທີທາງລະດົມທຶນເຂົ້າໃນການສະກັດກັ້ນ ແລະ ຕ້ານເຊື້ອ HIV ພະຍາດເອດສ໌ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ແລະ ສະກັດກັ້ນບໍ່ໃຫ້ພະຍາດດັ່ງກ່າວລະບາດໃນອະນາຄົດ ສູ້ຊົນຈັດຕັ້ງປະຕິບັດທຸກວຽກງານ ເພື່ອບັນລຸໃຫ້ໄດ້ເປົ້າໝາຍແບບເລັ່ງລັດ (Fast-Tract) ຂອງອົງການສະຫະປະຊາຊາດຕ້ານເອດສ໌ (UNAIDS) ຄື: ພາຍໃນ ປີ 2025 ບັນລຸໃຫ້ໄດ້ 95-95-95 ແລະ ຢຸດຕິການແຜ່ລະບາດຂອງເຊື້ອ HIV ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງ ( SDC ) ໃຫ້ໄດ້ໃນປີ 2030.

# ຂ່າວ & ພາບ : ບຸນມີ

error: Content is protected !!