ສາທາ ຮຽກຮ້ອງໃຫ້ຜູ້ທີ່ກວດຫາເຊື້ອໂຄວິດ-19 ດ້ວຍຕົນເອງ ໃຫ້ແຈ້ງພາກສ່ວນກ່ຽວຂ້ອງຂຶ້ນທະບຽນ ເພື່ອງ່າຍໃນການຕິດຕາມ ແລະ ການເຂົ້າເຖິງການປິ່ນປົວ

    ເຖິງວ່າປັດຈຸບັນ ສປປ ລາວ ເຮົາມີຕົວເລກຜູ້ຕິດເຊື້ອໃໝ່ສືບຕໍ່ຫຼຸດລົງ ແຕ່ກໍຍັງມີປະຊາຊົນຈຳນວນໜຶ່ງໄດ້ຊື້ເຄື່ອງກວດພະຍາດໂຄວິດມາກວດດ້ວຍຕົນເອງຢູ່ເຮືອນ ໃນການກວດເຊື້ອດ້ວຍຕົນເອງນີ້ ທາງສາທາລະນະສຸກຂໍຄວາມຮ່ວມມືນຳຜູ້ທີ່ກວດພົບວ່າຕົນເອງຕິດເຊື້ອແລ້ວ ໃຫ້ແຈ້ງໄປຍັງພາກສ່ວນກ່ຽວຂ້ອງເພື່ອຂຶ້ນທະບຽນຕິດຕາມ ພ້ອມນັ້ນ ທຸກຄົນຄວນປັບປ່ຽນວິທີການດຳລົງຊີວິດປົກກະຕິແບບໃໝ່ ແລະ ການສັກວັກຊີນຍັງມີຄວາມສຳຄັນ ແລະ ຈຳເປັນທີ່ສຸດເພື່ອຫຼຸດຜ່ອນອັດຕາການເຈັບເປັນ ຫຼື ເສຍຊີວິດຈາກພະຍາດໂຄວິດ-19.

     ທ່ານ ນາງ ພອນປະເສີດ ໄຊຍະມົງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກຕາງໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວປະຈຳວັນທີ 9 ມີນາ 2022 ທີ່ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ໃນວັນທີ 8 ມີນາ 2022  ໄດ້ກວດວິເຄາະທັງໝົດ 1.726 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 208 ຄົນ ໃນນັ້ນຕິດເຊື້ອພາຍໃນ 185 ຄົນ ແລະ ນໍາເຂົ້າ 23 ຄົນ ໃນນັ້ນ ນະຄອນຫຼວງວຽງຈັນ 102 ຄົນ ສະຫວັນນະເຂດ 30 ຄົນ ສາລະວັນ 1 ຄົນ ອັດຕະປື 3 ຄົນ ບໍ່ແກ້ວ 1 ຄົນ ແຂວງ ວຽງຈັນ 5 ຄົນ ຫຼວງພະບາງ 4 ຄົນ ອຸດົມໄຊ 1 ຄົນ ໄຊຍະບູລີ 5 ຄົນ ຊຽງຂວາງ 5 ຄົນ ບໍລິຄຳໄຊ 7 ຄົນ ໄຊສົມບູນ 4 ຄົນ ຫົວພັນ 14 ຄົນ ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 144.759 ຄົນ ອອກໂຮງໝໍວານນີ້ 81 ຄົນ ກຳລັງປິ່ນປົວ 1.643 ຄົນ ແລະ ເສຍຊີວິດທັງໝົດ 635 ຄົນ ໃນນີ້ເສຍຊີວິດໃໝ່ 1 ຄົນ ຈາກໄຊຍະບູລີ. 

    ມາຮອດປັດຈຸບັນນີ້ ທົ່ວປະເທດລາວ ສັກວັກຊີນທັງໝົດ: ເຂັມທີ 1 ໄດ້ 5.136.399 (ກວມເອົາ 70%) ແລະ ທຸກເຂັມທີ່ແນະນໍາ 4.367.592 ກວມເອົາ 59,52%. 

    ທ່ານ ນາງ ພອນປະເສີດ ໄຊຍະມົງຄຸນ ກ່າວຕື່ມອີກວ່າ: ປັດຈຸບັນມີຫຼາຍຄົນຊື້ເຄື່ອງກວດແບບໄວມາກວດເອງ ແລະ ຜົນກວດເປັນບວກ ຈຶ່ງປິ່ນປົວເອງຢູ່ເຮືອນເປັນຈຳນວນຫຼາຍ ໃນນັ້ນ ບາງທ່ານໄດ້ແຈ້ງເຈົ້າໜ້າທີ່ກ່ຽວຂ້ອງຮັບຮູ້ ເຮັດໃຫ້ທີມແພດໝໍສະດວກໃນການລົງທະບຽນເກັບກຳຜູ້ຕິດເຊື້ອ ສະນັ້ນ ຈຶ່ງຮຽກຮ້ອງໄດ້ຜູ້ທີ່ກວດເຊື້ອເອງ ຄວນແຈ້ງໃຫ້ພາກສ່ວນກ່ຽວຂ້ອງຮັບຮູ້ ເພື່ອໃຫ້ສາມາດເກັບກຳຂໍ້ມູນທີ່ຖືກຕ້ອງເມື່ອມີອາການໜັກ ການປະສານງານເຂົ້າປິ່ນປົວຈະງ່າຍຂຶ້ນ ໂດຍສະເພາະຜູ້ທີ່ມີອາຍຸ 60 ປີຂຶ້ນໄປ ແລະ ຜູ້ທີ່ມີພະຍາດປະຈຳຕົວ ແລະ ແມ່ຍິງຖືພາ ຖ້າບໍ່ໄດ້ຮັບການປິ່ນປົວຢ່າງທັນການ ອາດມີຄວາມສ່ຽງທີ່ຈະກ້າວໄປເຖິງການເສຍຊີວິດໄດ້.

    ສຳລັບ ແມ່ມານ ເມື່ອທ່ານຊື້ເຄື່ອງມາກວດດ້ວຍຕົນເອງແລ້ວ ຜົນກວດເປັນບວກ ທ່ານສາມາດໂທແຈ້ງສາຍດ່ວນ 164 ເຈົ້າໜ້າທີ່ຈະປະສານນຳລົດແພດ ແລະ ຮັບເອົາທ່ານເຂົ້ານອນປິ່ນປົວຢູ່ໂຮງໝໍ ເພື່ອຕິດຕາມອາການຢ່າງໃກ້ຊິດ ແລະ ປິ່ນປົວອາການໃຫ້ທັນກັບສະພາບການ. 

# ຂ່າວ – ພາບ : ເພັດສະໝອນ

error: Content is protected !!