ປຶກສາຫາລືກ່ຽວກັບການພັດທະນາລະບົບການຄໍ້າປະກັນສິນເຊື່ອ

    ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (ກສວ) ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມໜ່ວຍງານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງການເຂົ້າເຖິງແຫຼ່ງທຶນຂອງຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ເພື່ອຮັບມືກັບຜົນກະທົບ ແລະ ຟື້ນຟູຈາກໂຄວິດ-19 (MSME A2F-ESR) ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການພັດທະນາລະບົບການຄໍ້າປະກັນສິນເຊື່ອ ວັນທີ 7 ມີນາ 2022 ທີ່ໂຮງແຮມຄຣາວພລາຊາ ເປັນປະທານຂອງທ່ານ ບຸນເຖິງ ດວງສະຫວັນ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍມີຜູ້ເຂົ້າຮ່ວມຈາກທະນາຄານແຫ່ງ ສປປ ລາວ ບັນດາກະຊວງທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໂຄງການ ທະນາຄານໂລກ (ເຂົ້າຮ່ວມຜ່ານລະບົບປະຊຸມທາງໄກ) ພາກທຸລະກິດ ແລະ 5 ທະນາຄານທຸລະກິດທີ່ເຂົ້າຮ່ວມໂຄງການເຂົ້າຮ່ວມ.

    ທ່ານ ບຸນເຖິງ ດວງສະຫວັນ ໄດ້ມີຄໍາເຫັນບາງຕອນວ່າ  ຫົວໜ່ວຍທຸລະກິດຂະໜາດຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ຈວນກ) ເປັນກໍາລັງຫຼັກ ແລະ ເປັນກົນໄກທີ່ມີຄວາມສຳຄັນໃນການຂັບເຄື່ອນລະບົບເສດຖະກິດ ເປັນຜູ້ສ້າງແຫຼ່ງລາຍຮັບໃຫ້ແກ່ລັດຖະບານ ສ້າງວຽກເຮັດງານທໍາຈໍານວນຫຼວງຫຼາຍໃນສັງຄົມ ເຊິ່ງຖືໄດ້ວ່າມີບົດບາດສຳຄັນຕໍ່ກັບການພັດທະນາເສດຖະກິດຂອງຊາດ ແນວໃດກໍຕາມ ຫົວໜ່ວຍທຸລະກິດເຫຼົ່ານີ້ໄດ້ປະເຊີນໜ້າກັບຄວາມທ້າທາຍຫຼາຍຢ່າງໃນການພັດທະນາທຸລະກິດຂອງຕົນ ເຊິ່ງໜຶ່ງໃນນັ້ນ ແມ່ນການເຂົ້າເຖິງແຫຼ່ງທຶນຍ້ອນບໍ່ສາມາດປະຕິບັດຕາມເງື່ອນໄຂຂອງບັນດາທະນາຄານ ແລະ ສະຖາບັນການເງິນຕ່າງໆໄດ້ ໂດຍສະເພາະແມ່ນການຂາດຫຼັກຊັບຄໍ້າປະກັນ. ຍ້ອນເຫັນໄດ້ເຖິງຄວາມສຳຄັນໃນວຽກງານການຄໍ້າປະກັນສິນເຊື່ອດັ່ງກ່າວ ລັດຖະບານແຫ່ງ ສປປ ລາວ ໂດຍສະເພາະແມ່ນກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ມີແຜນການແຕ່ງຕັ້ງຄະນະຮັບຜິດຊອບເພື່ອຄົ້ນຄວ້າ ແລະ ພັດທະນາລະບົບຄໍ້າປະກັນສິນເຊື່ອຂອງລາວ ໂດຍມີຜູ້ຕາງໜ້າຈາກຫຼາຍພາກສ່ວນເພື່ອຮ່ວມກັນຄົ້ນຄວ້າສ້າງກົນໄກຄ້ຳປະກັນສິນເຊື່ອ ນິຕິກໍາ ຄູ່ມືແນະນໍາ ການຕິດຕາມຄຸ້ມຄອງວຽກງານດັ່ງກ່າວ ແລະ ຕິດຕາມການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສໍາເລັດໃນອະນາຄົດອັນໃກ້ນີ້.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!