ຫາລືສ້າງຕັ້ງໜ່ວຍງານປະເມີນຄວາມກຸ້ມຄ່າທາງການແພດ ແລະ ສະໜອງຫຼັກຖານຂໍ້ມູນດ້ານສາທາລະນະສຸກ

    ກອງປະຊຸມຫາລືສ້າງຕັ້ງໜ່ວຍງານປະເມີນຄວາມກຸ້ມຄ່າທາງການແພດ ແລະ ສະໜອງຫຼັກຖານຂໍ້ມູນດ້ານສາທາລະນະສຸກໃນ ສປປ ລາວ ຈັດຂຶ້ນວັນທີ 9 ມີນາ 2022 ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ ມີອະດີດລັດຖະມົນຕີກະຊວງສາທາລະນະສຸກ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ທ່ານ ປອນເມກ ດາລາລອຍ ປະທານສະພາຄຸ້ມຄອງວິຊາຊີບປິ່ນປົວ ແລະ ທ່ານ ເອລີຊາເບດ ອາຊເລ້ ຜູ້ອໍານວຍການໂຄງການຄົ້ນຄວ້າພະຍາດເຂດຮ້ອນລະຫວ່າງໂຮງໝໍມະໂຫສົດ-ແວວຄໍາຕລັສ-ມະຫາວິທະຍາໄລ ອ໋ອກຝອດ (ໂລມຣູ) ຕະຫຼອດຮອດອາຈານຜູ້ອາວຸໂສ ບັນດາຊ່ຽວຊານພາຍໃນ ແລະ ຕ່າງປະເທດເຂົ້່າຮ່ວມ.

     ທ່ານ ສະໜອງ ທອງຊະນະ  ກ່າວວ່າ:  ກອງປະຊຸມຄັ້ງນີ້  ເປັນຂີດໝາຍທີ່ມີຄວາມສຳຄັນທີ່ສຸດຂອງຂະແໜງການສາທາລະນະສຸກ ທັງເປັນບາດກ້າວເລີ່ມຕົ້ນທີ່ດີສຳລັບວຽກງານການເງີນສາທາລະນະສຸກ ກໍຄືການນຳໃຊ້ຜົນການປະເມີນຄວາມກຸ້ມຄ່າ ຫຼື ຂໍ້ມູນຫຼັກຖານຈາກການຄົ້ນຄວ້າວິທະຍາສາດ ເພື່ອນຳມາພິຈາລະນາເຂົ້າໃນການວາງແຜນຍຸດທະສາດວຽກງານສາທາລະນະສຸກໃຫ້ຖືກຕ້ອງຕາມສະພາບຄວາມເປັນຈິງທາງດ້ານເສດຖະກິດ ແລະ ສັງຄົມ ເຊິ່ງຈະສົ່ງຜົນເຮັດໃຫ້ການນຳໃຊ້ແຫຼ່ງຊັບພະຍາກອນທີ່ມີຈຳກັດຢູ່ແລ້ວໃຫ້ເກີດປະໂຫຍດຢ່າງສູງສຸດ ສະນັ້ນ ປັດຈຸບັນ ພວກເຮົາຕ້ອງສ້າງການຫັນປ່ຽນຈາກສິ່ງທີ່ເຄີຍເຮັດຜ່ານມາແບບດັ່ງເດີມ ມາເປັນການລິເລີ່ມໃໝ່ທີ່ມີຫຼັກການທາງວິທະຍາສາດບົນພື້ນຖານຂໍ້ມູນຫຼັກຖານຕົວຈິງຢ່າງຫຼີກລ່ຽງບໍ່ໄດ້ ພ້ອມນັ້ນ ກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງຄວາມໝາຍຄວາມສຳຄັນ ພ້ອມທັງບົດຮຽນ ແລະ ປະສົບປະການຈາກຜູ້ຊ່ຽວນຊານປະເທດເພື່ອນບ້ານກ່ຽວກັບວຽກງານການປະເມີນຄວາມກຸ້ມຄ່າທາງດ້ານການແພດ ແລະ ການນຳໃຊ້ຜົນຈາກການຄົ້ນຄວ້າເຂົ້າໃນການວາງແຜນ ແລະ ນະໂຍບາຍ ວຽກງານສາທາລະນະສຸກ ນອກນີ້ ຍັງໄດ້ຮັບຟັງຜົນຂອງການສຳຫຼວດ ຄົ້ນຄວ້າ ແລະ ວິເຄາະ-ວິໄຈ ໃນ ສປປ ລາວ ເປັນຄັ້ງທຳອິດ ເພື່ອຈະລິເລີ່ມວຽກງານການປະເມີນຄວາມກຸ້ມຄ່າທາງດ້ານການແພດ ແລະ ການນຳໃຊ້ຜົນຈາກການຄົ້ນຄວ້າເຂົ້າໃນການວາງແຜນ ແລະ ນະໂຍບາຍວຽກງານສາທາລະນະສຸກພາຍໃນປະເທດ ເຊິ່ງຈະເປັນຂໍ້ມູນສຳຄັນເບື້ອງຕົ້ນສຳລັບວຽກງານດັ່ງກ່າວ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!