ສະຫະພັນບານເຕະນານາຊາດ (FIFA) ປະກາດເລື່ອນການແຂ່ງຂັນບານເຕະຍິງ ຊີງແຊັມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ 2020 ຢູ່ປະເທດອິນເດຍ ຈາກກຳນົດການເດີມວັນທີ 2-21 ພະຈິກ 2020 ໄປຈັດວັນທີ 17 ກຸມພາ-7 ມີນາ ປີ 2021 ເນື່ອງຈາກການລະບາດຂອງພະຍາດ COVID-19 ທີ່ກຳລັງແຜ່ລາມຢູ່ທົ່ວໂລກ ແລະ ສົ່ງຜົນກະທົບຕໍ່ທຸກຂະແໜງການ.
ການແຂ່ງຂັນບານເຕະຍິງ ຊີງແຊັມໂລກ ຮຸ່ນອາຍຸບໍ່ເກີນ 17 ປີ 2021 ມີ 16 ທີມເຂົ້າຮ່ວມ ໂດຍຄັດເລືອກໄດ້ແລ້ວ ຄື: ທະວີບອາຊີ ປະກອບມີອິນເດຍ ຢີ່ປຸ່ນ ແຊັມ U16 ຊີງແຊັມອາຊີ ອະດີດແຊັມໂລກ ປີ 2014 ແລະ ສປປ ເກົາຫຼີ ຮອງແຊັມ U16 ຊີງແຊັມອາຊີ ອະດີດແຊັມໂລກ ປີ 2008 ແລະ 2016.

ສ່ວນການແຂ່ງຂັນເຕະບານຍິງ ຮຸ່ນອາຍຸບໍ່ເກີນ 17 ປີ 2020 ເພື່ອຕົວແທນຈາກທະວີບອາເມຣິກາໃຕ້ 3 ທີມ ທະວີບອາຟຣີກາ 3 ທີມ ທະວີບເອີຣົບ 3 ທີມ ຂົງເຂດຄອນຄາເຄຟ 3 ທີມ ແລະ ຂົງ ເຂດໂອເຊອານີ້ 1 ທີມ ກໍໄດ້ເລື່ອນການແຂ່ງຂັນ ແລະ ຍັງບໍ່ສາມາດກຳນົດວັນແຂ່ງຂັນໃໝ່ໄດ້.
ຂະນະທີ່ການແຂ່ງຂັນບານເຕະຍິງ ຊີງແຊັມໂລກ ຮຸ່ນອາຍຸບໍ່ເກີນ 20 ປີ 2020 ທີ່ປະເທດຄັອສຕາຣິກ້າ ແລະ ປານາມາ ຮ່ວມກັນເປັນເຈົ້າພາບ ກໍໄດ້ເລື່ອນການແຂ່ງຂັນຈາກກຳນົດເດີມເດືອນສິງ ຫາ-ກັນຍາ 2020 ໄປຈັດວັນທີ 20 ມັງກອນ-6 ກຸມພາ 2021.