ສ້າງຄວາມເຂັ້ມແຂງການນຳໃຊ້ໂມເດວວິເຄາະດ້ານການເງິນ PPP

    ການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ເປັນຮູບແບບການລົງທຶນໜຶ່ງທີ່ລັດຖະບານ ສປປ ລາວ ສົ່ງເສີມໃຫ້ມີຫຼາຍຂຶ້ນ ເພື່ອຍົກລະດັບປະສິດທິພາບຂອງການລົງທຶນໃນໂຄງການພັດທະນາຕ່າງໆທີ່ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດຕາມທິດຍືນຍົງ ແລະ ສີຂຽວຂອງລັດຖະບານ ດ້ວຍການດຶງດູດເອົາທຶນຮອນ ນະວັດຕະກຳເຕັກໂນໂລຢີ ແລະ ປະສົບປະການທີ່ີດີຂອງພາກເອກະຊົນໃຫ້ມາມີສ່ວນຮ່ວມໃນການພັດທະນາໂຄງການລົງທຶນເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ງົບປະມານການລົງທຶນໂດຍກົງຂອງລັດຖະບານ ພາຍໃຕ້ການຮ່ວມມືກັບໂຄງການປັບປຸງການລົງທຶນທີ່ມີຄຸນນະພາບ ເພື່ອບັນລຸເປົ້າໝາຍການພັດທະນາແບບຢືນຍົງ (PEA) ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ລະຫວ່າງວັນທີ 9-11 ມີນາ 2022 ທີ່ໂຮງແຮມຄຣາວພລາຊາ ກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ໃນນາມເປັນຫ້ອງການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ໄດ້ເປີດຊຸດເຝິກອົບຮົມກ່ຽວກັບການນໍາໃຊ້ວິທີການວິເຄາະທາງດ້ານການເງິນ ຫຼື ໂມເດວການເງິນ (Financial model) ທີ່ອອກແບບສະເພາະເພື່ອນຳໃຊ້ສໍາລັບການປະເມີນຄວາມເປັນໄປໄດ້ທາງດ້ານເສດຖະກິິດຂອງໂຄງການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (PPP) ເປັນປະທານຂອງທ່ານນາງ ທະວີຈັນ ທ່ຽງເທບວົງສາ ຮອງຫົວໜ້າກົມສົ່ງເສີມການລົງທຶນ ກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍພະນັກງານ ແລະ ໜ່ວຍງານທີ່ກ່ຽວຂ້ອງເຂົ້າຮ່ວມ (ແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ).

    ທ່ານ ນາງ ທະວີຈັນ ທ່ຽງເທບວົງສາ ກ່າວວ່າ  ໄປຄຽງຄູ່ກັບການວາງນະໂຍບາຍການສ້າງນິຕິກໍາເພື່ອສົ່ງເສີມ ແລະ ຄຸ້ມຄອງການລົງທຶນຮ່ວມ ສະນັ້ນ ຈຶ່ງມີຄວາມຈຳເປັນທີ່ຕ້ອງໄດ້ສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຂອງພາກລັດ ກໍຄືການຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການໃຫ້ແກ່ບຸຄະລາກອນຂອງພາກລັດໃນຂະແໜງການຕ່າງໆເປັນກ້າວໆ ເຊິ່ງການເຝິກອົບຮົບຄັ້ງນີ້ ຈະເປັນການຍົກລະດັບຄວາມຮູ້ຄວາມສາມາດໃນການວິເຄາະດ້ານການເງິນຂອງໂຄງການລົງທຶນຮ່ວມ ເປັນຂໍ້ມູນພື້ນຖານດ້ານການເງິນທີ່ເປັນອົງປະກອບທີ່ສຳຄັນໃຫ້ແກ່ການຕັດສິນໃຈໃນການລົງທຶນ ການກຳນົດບັນດາເງື່ອນໄຂທີ່ສຳຄັນຂອງສັນຍາໂຄງການລົງທຶນຮ່ວມເຊັ່ນ ການກຳນົດຮູບການລົງທຶນ ອາຍຸໂຄງການ ຜົນໄດ້ຮັບດ້ານການເງີນ ຄວາມສ່ຽງ ການແບ່ງຄວາມຮັບຜິດຊອບ ແລະ ຜົນປະໂຫຍດລະຫວ່າງລັດຖະບານ ແລະ ພາກເອກະຊົນ ຕະຫຼອດໄລຍະວົງຈອນຂອງໂຄງການຢ່າງມີວິທະຍາສາດ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!