ມີຫຼາຍຄ້າຍລົດ ເຂົ້າຮ່ວມງານວາງສະແດງລົດ ວຽງຈັນ 2022 ຄັ້ງທີ 3

    ກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ຮ່ວມກັບບໍລິສັດ ພີພີ ເອັນເຕີເທນເມັນ ແອນ ອໍແກໄນເຊີ້ ຈໍາກັດ ຜູ້ດຽວ ຈັດພິທີເປີດງານວາງສະແດງລົດ ວຽງຈັນ 2022 (Vientiane Motor Show 2022) ຄັ້ງທີ 3 ຂຶ້ນວັນທີ 7 ມີນາ 2022 ທີ່ສູນການຄ້າ ລາວ-ໄອເຕັກ (ຕຶກເກົ່າ) ມີທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ໄຊສົມເພັດ ນໍລະສິງ ຫົວໜ້າກົມສົ່ງເສີມການຄ້າ ກະຊວງອຸດສາຫະກໍາ ແລະ ການຄ້າ ທ່ານ ພອນຈັນ ເພັງສຸວັນ ອໍານວຍການ ບໍລິສັດ ພີພີ ໄຊໂຍ ເອັນເຕີເທນເມັນ ບັນດາຜູ້ຕາງໜ້າຈາກບໍລິສັດຄ້າຍລົດຕ່າງໆ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ສໍາລັບງານໃນຄັ້ງນີ້ ມີບັນດາບໍລິສັດຄ້າຍລົດຕ່າງໆໄດ້ໃຫ້ການເຂົ້າຮ່ວມຢ່າງພ້ອມພຽງ ບໍ່ວ່າຈະເປັນ: HONDA, TOYOTA, MAZDA, LAND ROVER, MG, SUZUKI, FORD, NISAN ,ISUZU, GEELY, GAC, VOLKSWAGEN, MAHINDRA, GWM, HONGQI ພ້ອມກັບບໍລິສັດ ສິນເຊື່ອ KOLAO KB ແລະ ປະກັນໄພ THIPPAYA ທີ່ໄວ້ຄອຍໃຫ້ບໍລິການຄໍາແນະນໍາສໍາລັບທຸກຄົນທີ່ມີແຜນຈະຊື້ລົດໃໝ່.

      ທ່ານ ພອນຈັນ ເພັງສຸວັນ ກ່າວວ່າ: ການຈັດງານຄັ້ງນີ້ ເພື່ອເພີ່ມການສ້າງໂອກາດໃຫ້ແກ່ຜູ້ປະກອບການທາງດ້ານທຸລະກິດລົດ ແລະ ໂຄສະນາໃຫ້ຄວາມຮູ້ກ່ຽວກັບນະວັດຕະກຳໃໝ່ໆກ່ຽວກັບລົດ ເພື່ອຍົກລະດັບຂີດຄວາມສາມາດໃນການແຂ່ງຂັນທາງດ້ານການຄ້າ ແລະ ຍົກສູງຄຸນະພາບໃນການຊົມໃຊ້ພະຫະນະໃນແຕ່ລະຮຸ່ນ ເພື່ອເພີ່ມທາງເລືອກໃຫ້ແກ່ຜູ້ບໍລິໂພກໄດ້ເລືອກຊື້ລົດທີ່ມີຄຸນະພາບ ແລະ ລາຄາສົມເຫດສົມຜົນ ທີ່ພິເສດໄປກ່ວານັ້ນ ສໍາລັບງານໃນປີນີ້ ຍັງມີລົດໄຟຟ້າຈາກຫຼາຍຄ້າຍທີ່ເປັນທາງເລືອກໃໝ່ໃຫ້ທຸກທ່ານ ແລະ ທຸກທ່ານທີ່ມາທ່ຽວຊົມໃນງານ ຖ້າສົນໃຈຢາກຈັບຈອງລົດຮຸ່ນໃດ ແມ່ນທ່ານສາມາດເລືອກຂໍ້ສະເໜີຈາກສິນເຊື່ອຂອງແຕ່ລະຄ້າຍລົດໄດ້ຕາມໃຈ.

    ນອກນີ້ ຢູ່ໜ້າໄອເຕັກທາງດ້ານລຸ່ມ ພວກເຮົາກໍຍັງມີໂຊນລົດມືສອງ ມີລົດທົດລອງຂັບ ດີຟລົດ ໂຊນອາຫານ ເພື່ອຄອຍໃຫ້ບໍລິການແກ່ແຂກທຸກທ່ານທີ່ເຂົ້າມາຊົມໃນງານ ເພື່ອເປັນການກະຕຸ້ນເສດຖະກິດທີ່ໄດ້ຮັບຜົນກະທົບຈາກບັນຫາໂຄວິດ 19ໃນໄລຍະທີ່ຜ່ານມາ ທີ່ຈຳເປັນໃຫ້ຕ້ອງປິດປະເທດ ແລະ ປິດການໃຫ້ບໍລິການຕ່າງໆ ບໍ່ວ່າຈະເປັນເສດຖະກິດ ການທ່ອງທ່ຽວ ການຈ້າງງານ ແລະ ອື່ນໆ ເພື່ອເປັນການສົ່ງເສີມ ແລະ ເປັນອີກທາງເລືອກໜຶ່ງໃຫ້ທາງຄ້າຍລົດຫຼາຍຄ້າຍໄດ້ມີໂອກາດໃນການກະຕຸ້ນຍອດຂາຍ ແລະ ການໂຄສະນາຍີ່ຫໍ້ລົດພາຍໃນງານ ເຊິ່ງເປັນຜົນດີທີ່ໃຫ້ຜູ້ບໍລິໂພກມີທາງເລືອກຫຼາກຫຼາຍໃນການເລືອກຊື້ ແລະ ຊົມລົດຫຼາຍໆຮຸ່ນລວມໃນບ່ອນດຽວກັນ ເຊິ່ງໃນປີນີ້ ຄາດວ່າຈະມີຍອດຈອງລົດພາຍໃນງານຂອເຮົາບໍ່ຕໍ່າກວ່າ 400 ຄັນ ເຊິ່ງງານດັ່ງກ່າວ ແມ່ນເລີ່ມຕັ້ງແຕ່ວັນທີ 5 ເຖິງ ວັນທີ 13 ມີນາ 2022 ລວມເປັນເວລາ 9 ມື້ດ້ວຍກັນ.

# ຂ່າວ & ພາບ : ວຽງມາ

error: Content is protected !!