ນໍາສະເໜີຜະລິດຕະພັນບໍາລຸງຜິວ ບີໂອ-ອອຍ (Bio-Oil)

    ບໍລິສັດ KSD ການຢາ ຂາເຂົ້າ-ຂາອອກ ຈໍາກັດ ຈັດພິທີນໍາສະເໜີຜະລິດຕະພັນບໍາລຸງຜິວ ບີໂອ-ອອຍ (Bio-Oil) ຂຶ້ນວັນທີ 8 ມີນາ 222 ຢູ່ເຄື່ອງສໍາອາງຮ້ານມ່ວນໃຈ ໂດຍມີທ່ານ ນຸກູນ ເລີດທະວີພອນກຸນ ຜູ້ອຳນວຍການຮ້ານມ່ວນໃຈ ທ່ານ ຈິນຕະນາ ສີພັນດອນ ຮອງຜູ້ອຳນວຍການຮ້ານເຄື່ອງສໍາອາງມ່ວນໃຈ ທ່ານ ສົມພະຈັນ ພຸດທະວົງ ຫົວໜ້າຝ່າຍຂາຍ ບໍລິສັດ KSD ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ບໍລິສັດ KSD ຫຼື ດີແອນເຄ ການຢາ ຂາເຂົ້າ-ຂາອອກ ຈໍາກັດ ສ້າງຕັ້ງວັນທີ 28 ມີຖຸນາ 2009 ມີສໍານັກງານຕັ້ງຢູ່ບ້ານໜອງດ້ວງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເຊິ່ງໄດ້ນຳເຂົ້າອຸປະກອນການແພດ ແລະ ຢາປິ່ນປົວພະຍາດຈຳນວນໜຶ່ງ ຜ່ານການຖອດຖອນບົດຮຽນ ເຮັດໃຫ້ພະນັກງານມີປະສົບການດ້ານການນຳເຂົ້າ-ຈຳໜ່າຍຢາປົວພະຍາດ ອຸປະກອນການແພດ ອາຫານເສີມ ເຄື່ອງສຳອາງ ແລະ ອຸປະກອນຫ້ອງວິເຄາະ ມາຮອດປີ 2013 ຈຶ່ງໄດ້ປ່ຽນຊື່ຈາກບໍລິສັດ ດີແອນເຄ ການຢາ ຂາເຂົ້າ-ຂາອອກ ຈໍາກັດ ມາເປັນບໍລິສັດ KSD ການຢາ ຂາເຂົ້າ-ຂາອອກ ຈໍາກັດ ພາຍໃຕ້ຄໍາຂວັນ: ບໍລິການນໍາເຂົ້າ ເກັບຮັກສາ ແລະ ຈັດຈຳໜ່າຍສິນຄ້າທຸກປະເພດໃນກຸ່ມບໍລິສັດ ວັນທີ 14 ກໍລະກົດ 2020 ເປັນຕົ້ນມາ ສ່ວນຮ້ານເຄື່ຶອງສຳອາງມ່ວນໃຈ ເປີດດໍາເນີນທຸລະກິດ ວັນທີ 8 ມັງກອນ 2020 ຢູ່ດ້ານໜ້າຂອງຫ້າງຊັບພະສິນຄ້າພາກຊັນ ຊັ້ນ 1 ເຊິ່ງເປັນຫ້າງຊັບພະສິນຄ້າທີ່ສະໄໝໃໝ່ທີ່ສຸດໃນປັດຈຸບັນ ນອກນີ້ ຮ້ານຍັງມີລະບົບການຂາຍອອນລາຍທົ່ວປະເທດລາວ ໂດຍມີຊ່ອງທາງການຕິດຕໍ່ຫຼວງຫຼາຍ ເປັນຕົ້ນ Facebook ເຟດບຸກເຜຈ MuanJai Beauty ປັດຈຸບັນມີຍອດຕິດຕາມຫຼາຍເປັນອັນດັບ 1 ຂອງປະເທດລາວ ອິນສຕາແກຣມ muanjai_beauty ຕິກຕອ໋ກ muanjai_beauty ແລະ ອື່ນໆ.

    ຜະລິດຕະພັນບໍາລຸງຜິວ ບີໂອ-ອອຍ (Bio‑Oil) ຄົ້ນຄວ້າ ແລະ ພັດທະນາຜະລິດຕະພັນບຳລຸງຜິວໂດຍຜູ້ຊ່ຽວຊານ ນຳໃຊ້ນ້ຳມັນທີ່ມີປະສິດທິຜົນ ເປັນຍີ່ຫໍ້ເປັນທີ່ຮູ້ຈັກໃນນາມ Bio-Oil® ໃນຫຼາຍປະເທດ ເຊັ່ນ: ໂອຕຣິດ ສາທາລະນະລັດເຊັກ ຝຣັ່ງ ເຢຍລະມັນ ສະໂລວາເກຍ ສະວິດ ແລະ ຍີ່ປຸ່ນ ປີ 1987 Bio-Oil ໄດ້ບຸກເບີກນຳໃຊ້ນ້ຳມັນເພື່ອຊ່ວຍປິ່ນປົວຮອຍແປ້ວ ແລະ ຮອຍແຕກລາຍ ປີ 2010 Bio-Oil ໄດ້ຕັ້ງຫ້ອງທົດລອງ ຜູ້ຊ່ຽວຊານທີ່ອຸທິດຕົນເພື່ອການຄົ້ນຄວ້າວິທີການນໍາໃຊ້ນ້ໍາມັນເພື່ອປິ່ນປົວບັນຫາຜິວໜັງອື່ນໆ ປີ 2018 ໄດ້ມີການນໍາສະເໜີເຈວທີ່ມີນ້ຳມັນສຳລັບຜິວແຫ້ງ ປີ 2020 ຜະລິດຕະພັນຮອຍແປ້ວ ແລະ ຮອຍຍືດທີ່ຜະລິດຈາກນ້ຳມັນທຳມະຊາດ 100% ປີ 2021 ມີຄຣີມທີ່ມີຄວາມຊຸ່ມຊື່ນສູງ ຖືກນຳມາສູ່ຕະຫຼາດ ສະແດງວ່າຜະລິດຕະພັນໄດ້ພັດທະນາຢ່າງບໍ່ຢຸດຢັ້ງ Bio-oil ແມ່ນນໍ້າມັນທີ່ມີຄວາມສາມາດທີ່ໂດດເດັ່ນໃນການຊ່ວຍຟື້ນຟູຜິວໜັງ ລົບຮອຍແປ້ວ ແລະ ຜີວແຕກລາຍ Bio‑Oil® Skincare Oil ເປັນຜະລິຕະພັນນໍ້າບຳລຸງຜີວທີ່ມີການທົດລອງດ້ານຄລີນິກ ແລະ ພິສູດວ່າມັນສາມາດປີ່ນປົວຮອຍແປ້ວ ແລະ ຮອຍແຕກລາຍໄດ້ ຜົນສໍາເລັດຂອງການທົດລອງເຫຼົ່ານີ້ ເຮັດໃຫ້ທ່ານໝໍ ແລະ ແພດການຢາໃນທົ່ວໂລກ ເລີ່ມຕົ້ນແນະນໍາຜະລິດຕະພັນ ມື້ນີ້ Bio‑Oil® Skincare Oil ເປັນຜະລິດຕະພັນຮັກສາຮອຍແປ້ວ ແລະ ຮອຍແຕກລາຍຊັ້ນນໍາຂອງໂລກ ດ້ວຍລາງວັນການບໍາລຸງຜິວຫຼາຍກວ່າ 400 ລາງວັນ ນອກນີ້ Bio oil ຍັງຊ່ວຍແກ້ໄຂບັນຫາຜິວແຫ້ງ ແລະ ຄືນຄວາມຊຸ່ມຊື່ນໃຫ້ຜິວ.

    ດ້ວຍຄວາມຕ້ອງການຂອງຜະລິດຕະພັນບໍາລຸງຜິວໃນຂະນະທີ່ຖືພາທີ່ເພີ່ມຂຶ້ນ ຜະລິດຕະພັນຈາກສ່ວນປະກອບທໍາມະຊາດ  ໃນການລົບຮອຍແປ້ວ ແລະ  ຮອຍດ່າງດ້ວຍມັນທໍາມະຊາດ  ຜົນການທົດລອງດ້ານຄລີ ນິກ ໄດ້ສະແດງໃຫ້ເຫັນວ່າຜະລິດຕະພັນ Bio-oil ມີປະສິດທິຜົນຄືກັບຜະລິດຕະພັນຮອຍແປ້ວ ແລະ ຮອຍຍືດຂອງ Bio-oil ໄດ້ຮັບການພິສູດວ່າ Bio-oil ເປັນຜະລິດຕະພັນທີ່ປະສິດທິຜົນ ໃນໂອກາດການນໍາສະເໜີຜະລິດຕະພັນໃໝ່ຄັ້ງນີ້ ມີຍັງການຫຼຸດລາຄາສິນຄ້າ ແລະ ແຈກລາງວັນຕ່າງໆຈໍານວນຫຼາຍອີກດ້ວຍ.

# ຂ່າວ & ພາບ : ສະບາໄພ

error: Content is protected !!