ນາຊາຍທອງມີຄອບຄົວພົ້ນທຸກກວມຫຼາຍກວ່າ 95%

    ຜ່ານການເກັບກຳຂໍ້ມູນຕົວຈິງຢູ່ຂັ້ນບ້ານ ເມືອງນາຊາຍທອງມີຈຳນວນຄອບຄົວທັງໝົດ 15.964 ຄອບຄົວ ມີຄອບຄົວບັນລຸ 6 ມາດຖານຂອງຄອບຄົວພົ້ນທຸກຫຼາຍກວ່າ 15.000 ຄອບຄົວ ກວມຫຼາຍກວ່າ 95%  ສ່ວນບໍ່ບັນລຸຈຳນວນ 785 ຄອບຄົວ ກວມເອົາ 4,91%.

    ທ່ານ ໄກຍະສັກ ມະນີວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງນາຊາຍທອງ ໄດ້ກ່າວໃນກອງປະຊຸມປະເມີນໄລຍະຕົ້ນປີ 2021 ຕາມດຳລັດ 348/ລບ ແລະ ບົດແນະນຳ 0830/ກປ ມາດຕະຖານພົ້ນທຸກ ມາດຕະຖານພັດທະນາເພື່ອຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກຄັ້ງທີ XI ແລະ ແຜນພັດທະນາເສດຖະກິດສັງຄົມຂອງພັກ ທີ່ຈັດຂຶ້ນໃນວັນທີ 7 ມີນາ 2022 ທີ່ເມືອງນາຊາຍທອງ ວ່າ: ຜ່ານການເກັບກຳຕົວຈິງຢູ່ຂັ້ນບ້ານ ເມືອງນາຊາຍທອງມີຈຳນວນຄອບຄົວທັງໝົດ 15.964 ຄອບຄົວ ມີຄອບຄົວບັນລຸ 6 ມາດຖານຂອງຄອບຄົວພົ້ນທຸກຈຳນວນ 15.179 ຄອບຄົວ ກວມ 95,08% ບໍ່ບັນລຸຈຳນວນ 785 ຄອບຄົວ ກວມ 4,91% ພ້ອມນັ້ນ ທົ່ວເມືອງນາຊາຍທອງບັນລຸຕາມ 8 ມາດຕະຖານບັ້ນພົ້ນທຸກຈຳນວນ 54 ບ້ານ ເທົ່າກັບ 100% ແລະ ຂັ້ນເມືອ ງບັນລຸຄົບຕາມ 9 ມາດຕະຖານຂອງເມືອງພົ້ນທຸກ 100% ທົ່ວເມືອງບັນລຸຕາມ 8 ກຸ່ມມາດຕະຖານ 11 ເນື້ອໃນ 19 ຕົວຊີ້ບອກຂອງຄອບຄົວພັດທະນາຈຳນວນ 14.115 ຄອບຄົວ ກວມ 88,42% ບໍ່ບັນລຸ 1.849 ຄອບຄົວ ແລະ ທົ່ວເມືອງມີບ້ານທີ່ບັນລຸຕາມ 6 ກຸ່ມມາດຕະຖານ 19 ເນື້ອໃນ 88 ຕົວຊີ້ບອກ ຈຳນວນ 4 ບ້ານ ເທົ່າກັບ 7,41% ຍັງບໍ່ບັນລຸ 50 ບ້ານ ສ່ວນ ມາດຕະຖານເມືອງເຂັ້ມແຂງຮອບດ້ານ 16 ມາດຕະຖານ ສາມາດບັນລຸໄດ້ 9 ມາດຕະຖານ ເທົ່າກັບ 56,25% ບໍ່ບັນລຸ 7 ມາດຕະຖານ ເທົ່າກັບ 43,75% ແຍກຕາມ 60 ຕົວຊີ້ບອກບັນລຸ 51 ຕົວຊີ້ບອກ ເທົ່າກັບ 85,00% ບໍ່ບັນລຸ 9 ຕົວຊີ້ບອກເທົ່າກັບ 15% .

# ຂ່າວ : ເພັດສະໝອນ

# ພາບ : ອຸເປຂາ

error: Content is protected !!