ສະເຫຼີມສະຫຼອງຄວາມບຸກບືນຂອງນັກທຸກລະກິດຍິງໃນປະເທດລາວ

    ນັບແຕ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງກວ້າງຂວາງ ແລະ ຍືດເຍື້ອຫຼາຍກວ່າ 2 ປີ ໄດ້ສ້າງຜົນກະທົບອັນໃຫຍ່ຫຼວງໃຫ້ທຸລະກິດຕ່າງໆທົ່ວປະເທດ ເຖິງວ່າທຸລະກິດສ່ວນໃຫຍ່ ກຳລັງຕໍ່ສູ້ເພື່ອ ເອົາຊະນະຄວາມຫຍຸ້ງຍາກດັ່ງກ່າວຢູ່ນັ້ນ ທຸລະກິດທີ່ນຳໂດຍຜູ້ຍິງ ມີທ່າອ່ຽງທີ່ຈະປະເຊີນກັບຄວາມລຳບາກໃນຫຼາຍຮູບແບບ ແລະ ເປັນສາເຫດໃຫ້ທຸລະກິດຂອງພວກເຂົາຕ້ອງປິດຕົວລົງ.

    ອີງຕາມການລາຍງານຂອງ Global State of Small Business ທຸລະກິດຂະໜາດນ້ອຍທີ່ນຳ ໂດຍຜູ້ຍິງ ຈະມີຍອດຂາຍທີ່ຕໍ່າກວ່າທຸລະກິດທີ່ນຳໂດຍຜູ້ຊາຍ ແລະ ມີອັດຕາສ່ວນການປິດຕົວລົງຫຼາຍກວ່າ ເຊິ່ງການປິດຕົວຂອງທຸລະກິດທີ່ນຳໂດຍຜູ້ຍິງ ມີປະມານ 20% ທຸລະກິດທີ່ນຳໂດຍຜູ້ຊາຍ ປະມານ 16% ເມື່ອສົມທົບກັບຜົນເສຍຫາຍທີ່ໄດ້ຮັບຈາກການລະບາດຂອງພະຍາດທີ່ແກ່ຍາວ ຈຶ່ງເປັນເລື່ອງສຳຄັນຫຼາຍ ສຳລັບ Meta ໃນການສົ່ງເສີມສັງຄົມແຫ່ງຄວາມເທົ່າທຽມ ແລະ ຊ່ວຍໃຫ້ທຸລະກິດທີ່ນຳໂດຍຜູ້ຍິງໃນທ້ອງຖິ່ນ ສາມາດປັບຕົວໄດ້ຢ່າງວ່ອງໄວ.

    ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ປະຈຳປີ 2022 ທີ່ມາໃນ Theme: #BreakTheBias Meta ໄດ້ສືບຕໍ່ຄຳໝັ້ນສັນຍາໃນການສົ່ງເສີມຜູ້ປະກອບການຍິງໃນທຸກແພລດຟອມ ແລະ ຊ່ວຍເລັ່ງການ ເຕີບໂຕໃນທຸລະກິດ ຄຽງຄູ່ກັບການປົດລັອກທ່າແຮງຂອງພວກເຂົາ ດ້ວຍການປຸກລະດົມຄວາມເປັນຜູ້ນຳ ການປັບຕົວ ແລະ ການຍອມຮັບກັບສິ່ງທ້າທາຍຕ່າງໆທີ່ກຳລັງປະເຊີນ ເພື່ອຊ່ວຍໃຫ້ທຸລະກິດເຕີບໂຕ ແລະ ຊ່ວຍຟື້ນຟູການເງິນຂອງພວກເຂົາ.

    ທ່ານ ເບັດ ແອັນ ລິ ຜູ້ອຳນວຍການໂຄງການກ່ຽວກັບນະໂຍບາຍປະຈຳພາກພື້ນອາຊີ-ປາຊີຟິກ ແລະ ການປະຊາສຳພັນກັບລັດຖະບານ ກ່າວວ່າ: ການປົດລັອກທ່າແຮງຂອງຜູ້ປະກອບການຍິງ ແມ່ນສິ່ງໜຶ່ງທີ່ທ້າທາຍມາຕະຫຼອດ ການຄົ້ນຄວ້າໄດ້ສະແດງໃຫ້ເຫັນວ່າທຸລະກິດທີ່ນຳໂດຍຜູ້ຍິງ ມັກຈະມີປະສິດທິຜົນດ້ານເສດຖະກິດທີ່ບໍ່ດີເທົ່າທີ່ຄວນ ໂດຍສ່ວນຫຼາຍຈະເປັນທຸລະກິດຂະໜາດນ້ອຍ ໄດ້ກຳໄລໜ້ອຍ ເປັນ ທຸລະກິດທີ່ເຕີບໂຕຊ້າ ແລະ ມີທ່າອ່ຽງໃນການປິດຕົວລົງຫຼາຍກວ່າ ທຽບກັບທຸລະກິດທີ່ຜູ້ຊາຍເປັນເຈົ້າ ຂອງ ເຊິ່ງແມ່ນສາເຫດໜຶ່ງໃນຈຸດປະສົງຫຼັກຂອງພວກເຮົາ ແມ່ນການສ້າງຄວາມເຕີບໂຕໃຫ້ທຸລະກິດທີ່ນຳໂດຍຜູ້ຍິງເຫຼົ່ານີ້ ໃຫ້ເຂົ້າເຖິງການສຶກສາ ແລະ ການເຝິກອົບຮົມທີ່ມີການດູແລເປັນຢ່າງດີ ແລະ ເນື່ອງໃນໂອກາດວັນແມ່ຍິງສາກົນປີນີ້ ພວກເຮົາຢາກສະເຫຼີມສະຫຼອງຄວາມບຸກບືນດັ່ງກ່າວ ດ້ວຍການເຊີນຊວນຊຸມຊົນມາຈັບຈ່າຍຊ່ວຍທຸລະກິດຕ່າງໆທີ່ນຳໂດຍຜູ້ຍິງຕະຫຼອດເດືອນມີນາ 2022.

    ເຖິງວ່າຈະມີຄວາມທ້າທາຍທີ່ບໍ່ສາມາດປຽບທຽບໄດ້ຢູ່ຢ່າງຫຼວງຫຼາຍໃນຊຸມຊົນຜູ້ຍິງທົ່ວໂລກ ແຕ່ ພວກເຮົາກໍຍັງເຫັນບັນດາຜູ້ຍິງທີ່ພາກັນອອກມາປຸກລະດົມ ແລະ ສ້າງແຮງບັນດານໃຈ ຜ່ານແພລດຟອມ ຂອງພວກເຮົາໄລຍະ 2 ປີຜ່ານມາ ເພື່ອສ້າງຄວາມປ່ຽນແປງໄປໃນທາງທີ່ດີຂຶ້ນໃນຊຸມຊົນຂອງພວກເຂົາ ນັບແຕ່ມີການລະບາດຂອງພະຍາດໃນປະເທດລາວ ພວກເຮົາໄດ້ເຫັນທຸລະກິດຕ່າງໆທີ່ສາມາດລະບຸໄດ້ວ່າ ຜູ້ຍິງເປັນເຈົ້າຂອງ ເທິງ Instagram ເພີ່ມຂຶ້ນຫຼາຍກວ່າ 90% ໃນປະເທດລາວ ທຸລະກິດຕ່າງໆທີ່ນຳ ໂດຍຜູ້ຍິງເກືອບ 50% ຖືກສ້າງຕັ້ງຂຶ້ນເທິງ Facebook ຕັ້ງແຕ່ເລີ່ມມີການລະບາດຂອງພະຍາດ ແລະ ກຸ່ມຕ່າງໆໃນ Facebook ຫຼາຍກວ່າ 30% ກ່ຽວກັບຜູ້ປະກອບການຖືກສ້າງຂຶ້ນໂດຍຜູ້ຍິງ ແຕ່ປີ 2021.

    ຜູ້ຍິງສົ່ງເສີມຜູ້ຍິງ ໃນການຊ່ວຍຍົກລະດັບຜູ້ຍິງນຳກັນ Her Works ແມ່ນໜຶ່ງໃນຍີ່ຫໍ້ທ້ອງຖິ່ນພື້ນບ້ານທີ່ມີຜູ້ຍິງເປັນເຈົ້າຂອງ ລິເລີ່ມໂດຍທ່ານນາງ ດວງມະນີ ເຮືອງຄຳແສນ ແລະ ເປັນຜູ້ກໍ່ຕັ້ງຍີ່ຫໍ້ເສື້ອຜ້າ-ເຄື່ອງນຸ່ງຫົມແຟຊັນຍິງທີ່ໂດ່ງດັງໃນຕອນນີ້ Her Works ກໍ່ຕັ້ງຂຶ້ນປີ 2016 ເຊິ່ງເປັນຍີ່ຫໍ້ສິນຄ້າຮ່ວມສະໄໝເຈົ້າທໍາອິດຂອງປະເທດລາວ ທີ່ໄດ້ຮັບແຮງບັນດານໃຈມາຈາກຄວາມງົດງາມຂອງວັດທະນະທຳຊົນເຜົ່າທີ່ຫຼວງຫຼາຍ ດ້ວຍຄວາມຄິດລິເລີ່ມຂອງທ່ານນາງ ດວງມະນີ ທີ່ຕ້ອງການເຜີຍແຜ່ຄວາມເປັນເອກະລັກ ຄຽງຄູ່ກັບການສົ່ງເສີມຊຸມຊົນຂອງຊົນເຜົ່າໃນທ້ອງຖິ່ນຕ່າງໆ ລວມເຖິງການພັດທະນາຄຸນນະພາບຊີວິດຂອງຜູ້ຍິງໃນພື້ນທີ່ຫ່າງໄກ ໂດຍສະເພາະຜູ້ຍິງໃນກຸ່ມຊົນເຜົ່າແລນແຕນ ໃນເວລາດຽວກັນ ທ່ານຍັງໄດ້ເລີ່ມຕົ້ນເສັ້ນທາງອອນລາຍ ດ້ວຍການຫັນສູ່ການຄ້າຂາຍທາງ Facebook ເພື່ອເຂົ້າເຖິງກຸ່ມລູກຄ້າທີ່ເພີ່ມຂຶ້ນ.

    ທ່ານນາງ ດວງມະນີ ເຮືອງຄຳແສນ ກ່າວວ່າ: ຈາກຄວາມຄິດລິເລີ່ມໃນການຂາຍເຄື່ອງທີ່ລະນຶກໃຫ້ ກັບນັກທ່ອງທ່ຽວ ສູ່ຍີ່ຫໍ້ເສື້ອຜ້າທີ່ເປັນທີ່ຮູ້ຈັກກັນດີ ໃນການສ້າງໂອກາດໃຫ້ຜູ້ຍິງຊົນເຜົ່າໃນທ້ອງຖິ່ນ ຕົນຢາກນຳສະເໜີທັກສະຕ່າງໆຂອງຜູ້ຍິງໃນກຸ່ມຊົນເຜົ່າເຫຼົ່ານີ້ ລວມເຖິງຄວາມງົດງາມຂອງວັດທະນະທຳ ໂດຍສະເພາະ ຊົນເຜົ່າແລນແຕນ ພວກເຮົາໄດ້ເຮັດວຽກຮ່ວມກັບພວກເຂົາແຕ່ປີ 2018 ເນື່ອງຈາກຄວາມ ຫຼົງໄຫຼໃນເອກະລັກຂອງຜ້າຝ້າຍທີ່ທໍດ້ວຍມື ແລະ ທັກສະດ້ານຫັດຖະກຳຂອງພວກເຂົາ ການລະບາດ ຂອງພະຍາດ ເຮັດໃຫ້ທຸລະກິດຂອງພວກເຮົາຢຸດສະງັກ ເນື່ອງຈາກໄດ້ຮັບຜົນກະທົບໂດຍກົງຈາກຂໍ້ຈຳກັດ ດ້ານການເດີນທາງ ນັກທ່ອງທ່ຽວບໍ່ສາມາດເດີນທາງເຂົ້າປະເທດເຮົາໄດ້ ພວກເຮົາຈຶ່ງຕ້ອງປັບຕົວ ແລະ ຫັນສູ່ດີຈີຕອນ ໂດຍສຸມໃສ່ເພຈ Facebook ຫຼາຍຂຶ້ນ ແລະ ບໍລິຫານຈັດການການຂາຍອອນລາຍແທນ ເພື່ອກ້າວຂ້າມບັນຫາຕ່າງໆໃນໄລຍະການລະບາດຂອງພະຍາດ.

    ທ່ານນາງ ດວງມະນີ ຍັງມີພາລະບົດບາດເປັນຜູ້ໃຫ້ຄຳປຶກສາ ແລະ ຜູ້ນຳຂອງບັນດາຜູ້ຍິງໃນຊຸມຊົນ ເຊິ່ງທ່ານເປັນຜູ້ກໍ່ຕັ້ງອົງການ ການກຸສົນທີ່ມີຊື່ວ່າ “ມອບຮັກ ແດ່ ແລນແຕນ”  ເຊິ່ງກໍ່ຕັ້ງຂຶ້ນປີ 2018 ເພື່ອຊ່ວຍເຫຼືອກຸ່ມຊົນເຜົ່າແລນແຕນ ພາລະກິດຂອງທ່ານແມ່ນການແບ່ງປັນ ຂະຫຍາຍ ແລະ ໃຫ້ຄວາມຮູ້ ໃນການໝູນໃຊ້ວັດສະດຸທີ່ມີຢູ່ຢ່າງຄຸ້ມຄ່າ ເພື່ອສ້າງຜະລິດຕະພັນທີ່ມີຄຸນນະພາບສູງ ແລະ ມີຄວາມເປັນ ເອກະລັກ ທີ່ສາມາດນຳສະເໜີຄວາມເປັນລາວໄດ້ ເພື່ອເຮັດໃຫ້ລາວສາມາດສະໜອງການຊ່ວຍເຫຼືອ ໄດ້ ຢ່າງຍືນຍົງແກ່ຊຸມຊົນນັ້ນ ລາວໄດ້ຈັດກິດຈະກຳຕ່າງໆຂຶ້ນຫຼາຍຮູບແບບເພື່ອຊ່ວຍເຫຼືອ ເປັນຕົ້ນແຄມເປນ ເພື່ອການກຸສົນ ປີ 2019 ທ່ານນາງ ດວງມະນີ ໄດ້ສ້າງ ເພຈ Facebook ແລະ Instagram  ຂອງອົງການການກຸສົນ ມອບຮັກແດ່ແລນແຕນຂຶ້ນ ເພື່ອນໍາສະເໜີຕົ້ນປາຍສາເຫດ ແລະ ເປີດຮັບການຊ່ວຍເຫຼືອຈາກຊຸມຊົນ.

    ຜົນສຳເລັດທີ່ດີທີ່ສຸດທີ່ພວກເຮົາເຄີຍໄດ້ຮັບແມ່ນການເຮັດໃຫ້ຜູ້ຄົນໄດ້ຮັບຮູ້ກ່ຽວກັບຊົນເຜົ່າແລນແຕນ ຜ່ານຜືນຜ້າ ແລະ ທັກສະຂອງພວກເຂົາ ມາຮອດມື້ນີ້ ພວກເຮົາສາມາດຂາຍເກີບໄດ້ຫຼາຍກວ່າ 1.000 ຄູ່ ສ້າງລາຍຮັບໃຫ້ຜູ້ຍິງໃນຊົນເຜົ່າໄດ້ຢ່າງໜ້ອຍ 30 ຄົນ ນອກນີ້ ຍັງໄດ້ນຳເງິນບາງສ່ວນມາສ້າງສູນພັດທະນາຫັດຖະກຳຊົນເຜົ່າຢູ່ເມືອງປາກງື່ມ ໂດຍຄາດວ່າຈະສຳເລັດໃນປີ 2023 ຄວາມຝັນຂອງເຮົາຈະບໍ່ສາມາດເຕີມເຕັມໄດ້ ຖ້າປາສະຈາກ Facebook ເຊິ່ງເປັນສື່ສັງຄົມທີ່ຄົນລາວເຮົາໃຊ້ຫຼາຍທີ່ສຸດ ພວກເຮົາຮຽນຮູ້ທີ່ຈະໃຊ້ທຸກໆເຄື່ອງມືເທິງ Facebook ເປັນຕົ້ນ Publishing Tools ທີ່ຊ່ວຍໃນການ ຈັດການກັບ Feed ແລະ Stories ນອກນີ້ ຍັງນໍາໃຊ້ຟີເຈີ້ Insights ເພື່ອກວດສອບເບິ່ງສະຖິຕິ ແລະ ວິເຄາະຜົນຕອບ-ຮັບ ເພື່ອນໍາໄປປັບປຸງ ແລະ ພັດທະນາຄອນເທັ້ນຂອງພວກເຮົາອີກດ້ວຍ.

    ທ່ານນາງ ດວງມະນີ ເຮືອງຄຳແສນ ກ່າວຕື່ມອີກວ່າ: ໃນຖານະຜູ້ຍິງຄົນໜຶ່ງ ທີ່ໄດ້ມີໂອກາດເຮັດ ວຽກຮ່ວມກັບຜູ້ຍິງນຳກັນໃນພື້ນທີ່ຕ່າງໆຢ່າງໃກ້ຊິດ ຕົນເຂົ້າໃຈວ່າຄວາມອະຄະຕິ ແລະ ຄວາມບໍ່ເທົ່າທຽມ ຍັງມີໃຫ້ເຫັນຢູ່ໃນຫຼາຍໆພື້ນທີ່ ໂດຍສະເພາະສິດໃນການອອກສຽງ ແລະ ສະແດງຄວາມຄິດເຫັນ ການພິສູດຕົວເອງ ເປັນສິ່ງດຽວທີ່ຈະສາມາດເຮັດໃຫ້ຜູ້ຄົນເລີ່ມຍອມຮັບໃນຕົວທ່ານໄດ້ ສະນັ້ນ ໃນແງ່ຂອງທຸລະກິດ ທ່ານຕ້ອງສຶກສາຕະຫຼາດໃຫ້ດີ ເພື່ອໃຫ້ເຂົ້າໃຈເຖິງຄວາມຕ້ອງການຂອງຜູ້ບໍລິໂພກ ລວມເຖິງຕ້ອງເປັນຄົນທີ່ສາມາດປັບຕົວ ເພື່ອກຽມພ້ອມໃນການຈັດການກັບຄວາມທ້າທາຍຕ່າງໆຢູ່ຕະຫຼອດເວລາ ແພລດຟອມ Facebook ເຮັດໃຫ້ເຮົາສາມາດດຶງດູດລູກຄ້າໄດ້ຫຼາຍຂຶ້ນ ແລະ ເຊື່ອມຕໍ່ກັບພວກເຂົາໄດ້ຢູ່ຕະຫຼອດເວລາ ໂດຍທີ່ບໍ່ມີກຳແພງລະຫວ່າງຊາຍແດນຕ່າງໆ ແລະ ການລົງທຶນ ສະນັ້ນ ມັນຈຶ່ງເປັນສິ່ງທີ່ມີປະໂຫຍດຢ່າງຫຼວງຫຼາຍສຳລັບທຸລະກິດຂະໜາດນ້ອຍ ແລະ ກາງ ແບບພວກເຮົາ.

# ສະບາໄພ

error: Content is protected !!