ທ່ານ ສີສະຫວາດ ສຸດທານີລາໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ປະຈໍາວັນທີ 8 ມີນາ 2022 ວ່າ: ວັນທີ 7 ມີນາ ໄດ້ກວດວິເຄາະທັງໝົດ 2.066 ຕົວຢ່າງໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 231 ຄົນ ໃນນີ້ຕິດເຊື້ອພາຍໃນ 204 ຄົນ ຈາກ 14 ແຂວງ ແລະ ນະຄອນຫຼວງວຽງຈັນ ມີລາຍລະອຽດຄື:

- ນະຄອນຫຼວງວຽງຈັນ 132 ຄົນ
- ຫົວພັນ 12 ຄົນ
- ຄຳມ່ວນ 10 ຄົນ
- ຊຽງຂວາງ 9 ຄົນ
- ເຊກອງ 8 ຄົນ
- ອັດຕະປື 6 ຄົນ
- ສະຫວັນນະເຂດ 5 ຄົນ
- ໄຊຍະບູລີ 4 ຄົນ
- ບໍລິຄຳໄຊ 4 ຄົນ
- ວຽງຈັນ 4 ຄົນ
- ບໍ່ແກ້ວ 3 ຄົນ
- ຈຳປາສັກ 2 ຄົນ
- ສາລະວັນ 2 ຄົນ
- ຫຼວງພະບາງ 2 ຄົນ
- ອຸດົມໄຊ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 27 ຄົນ ຈາກສະຫວັນນະເຂດ 14 ຄົນ ຈໍາປາສັກ 4 ຄົນ ແລະ ຫົວພັນ 9 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ.
ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອທັງໝົດ 144.551 ຄົນ ອອກໂຮງໝໍ 78 ຄົນ ກຳລັງປິ່ນປົວ 1.670 ຄົນ ແລະ ເສຍຊີວິດທັງໝົດ 634 ຄົນ ໃນນີ້ເສຍຊິວິດໃໝ່ 2 ຄົນຄື:ຈໍາປາສັກ ແລະ ສະຫວັນນະເຂດ ແຂວງລະ 1 ຄົນ.
# ຂ່າວ – ພາບ: ຂັນທະວີ