ໂຄວິດ-19

ຄຳ​ນາມ ຄຳ​ໃໝ່​ຮັບ​ມາ​ຈາກ​ພາ­ສາ​ອັງ­ກິດ ເຊິ່ງ​ຫຍໍ້​ມາ​ຈາກ Corona Virus Diseas 2019 ໄດ້ COVID-19 ແປ​ວ່າ​ພະ­ຍາດ​ຈຸ​ລະ​ໂລກ​ອັກ­ເສບ​ປອດ​ສາຍ​ພັນ​ໃໝ່​ປີ 2019 ພະ­ຍາດ​ນີ້​ຮ້າຍ​ແຮງ ທີ່​ຕິດ­ຕໍ່​ຈາກ​ຄົນ​ຕໍ່​ຄົນ​ໄດ້ ໂດຍ​ຜ່ານ​ທາງ​ປາກ ດັງ ສຳ­ຜັດ ແລ້ວ​ກໍ​ເຂົ້າ​ໄປ​ທຳ­ລາຍ​ປອດ ພາຍ­ຫຼັງ​ທີ່​ພັກ​ໂຕ​ໄດ້ 14 ວັນ ຈຶ່ງ​ເກີດ​ມີ​ອາ­ການ​ໄຂ້​ສູງ ຈາມ ໄອ ຫາຍ­ໃຈ​ຍາກ… ສຳ­ຄັນ​ບໍ່​ທັນ​ມີ​ຢາ​ປິ່ນ­ປົວ​ພະ­ຍາດ​ນີ້​ໄດ້.

ຕົວ­ຢ່າງ:

– ໂຄ​ວິດ-19 ເລີ່ມ​ລະ­ບາດ​ມາ​ແຕ່​ທ້າຍ​ປີ 2019.

– ໂຄ​ວິດ-19 ເລີ່ມ​ລະ­ບາດ​ແຮງ​ຢູ່​ຕ່າງ­ປະ­ເທດ​ມາ.

– ໂຄ​ວິດ-19 ໄດ້​ລະ­ບາດ​ໄປ​ຢ່າງ​ວ່ອງ­ໄວ​ທົ່ວ​ໂລກ.

– ມີ​ຄົນ​ເສຍ​ຊີ­ວິດ​ຍ້ອນ​ໂຄ​ວິດ-19 ເພີ່ມ​ຂຶ້ນ​ໃນ​ຫຼາຍ​ປະ­ເທດ.

– ຫຼາຍ​ປະ­ເທດ​ໃຊ້​ມາດ​ຕະ­ການ​ປິດ​ເມືອງ ປິດ​ປະ­ເທດ​ຕ້ານ​ໂຄ​ວິດ-19.

– ຢູ່​ລາວ​ເຮົາ​ມີ​ຜູ້​ຕິດ​ໂຄ​ວິດ-19 19 ຄົນ ແລະ​ບໍ່​ມີ​ຜູ້​ເສຍ​ຊີ­ວິດ.

error: Content is protected !!