ວັນທີ 07 ມີນາ 2022 ທີ່ສະຖາບັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັດພິທີເປິດຊຸດຝຶກອົບຮົມພະນັກງານໃໝ່ຂອງກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດສູນກາງພັກ ຊຸດທີ 24 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ ໂດຍມີບັນດາຫົວໜ້າກົມ ຄະນະກົມ ຄະນະຮັບຜິດຊອບ ວິທະຍາກອນ ແລະ ສຳມະນາກອນ ເຂົ້າຮ່ວມທັງໝົດ 50 ກວ່າ ທ່ານ.

ຊຸດຝຶກອົບຮົມພະນັກງານໃໝ່ ຊຸດທີ 24 ນີ້ ມີຜູ້ເຂົ້າຮ່ວມຝຶກອົບຮົມຈໍານວນ 28 ທ່ານ ຍິງ 15 ທ່ານ ໂດຍຈະດໍາເນີນໄປເປັນເວລາ 1 ເດືອນ ນັບແຕ່ ວັນທີ 07 ມີນາ – 08 ເມສາ 2022. ໃນພິທີ ທ່ານ ໄມໄຊຍະວົງສ໌ ຫົວໜ້າສະຖາບັນການຕ່າງປະເທດ ໄດ້ລາຍງານເນື້ອໃນຫຼັກສູດ ກົດລະບຽບ ແລະ ຂໍ້ແຂ່ງຂັນຂອງຊຸດຝຶກອົບຮົມ. ສຳລັບເນື້ອໃນໂຄງການຫຼັກສູດຂອງຊຸດຝຶກອົບຮົມນີ້ ແມ່ນຈະໄດ້ຮຽນຮູ້ກ່ຽວກັບພາລະບົດບາດຂອງກະຊວງການຕ່າງປະເທດ ແລະ ການເຄື່ອນໄຫວວຽກງານການຕ່າງປະເທດ ເປັນຕົ້ນ: ການພົວພັນການທູດສອງຝ່າຍ ແລະ ຫຼາຍຝ່າຍ ວຽກງານຊາຍແດນແຫ່ງຊາດ ວຽກງານກົງສຸນ ວຽກງານພິທີການ ວຽກງານການຂີດຂຽນເອກະສານທາງການທູດ ແລະ ວິຊາອື່ນໆ. ໃນແຕ່ລະວິຊາຂອງການຝຶກອົບຮົມ ແມ່ນໄດ້ເຊື້ອເຊີນເອົາວິທະຍາກອນຈາກຫຼາຍພາກສ່ວນມາຂຶ້ນຫ້ອງບັນຍາຍ ເປັນຕົ້ນ: ມະຫາວິທະຍາໄລແຫ່ງຊາດ ບັນດາທ່ານທູດອາວຸໂສບຳນານ ກະຊວງພາຍໃນ ກະຊວງແຜນການ ແລະ ການລົງທຶນ ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ກົມຕ່າງໆພາຍໃນກະຊວງການຕ່າງປະເທດ.

ໃນໂອກາດເຂົ້າຮ່ວມພິທີເປີດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ກໍຍັງໄດ້ໃຫ້ກຽດຂື້ນປາຖະກະຖາໃນຫົວຂໍ້ “ ບົດຮຽນການເຄື່ອນໄຫວການທູດ ການຈັດຕັ້ງປະຕິບັດການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ ” ເຊິ່ງທ່ານໄດ້ເນັ້ນໃຫ້ເຫັນຄຸນລັກສະນະຂອງນັກການທູດທີ່ດີ ຄວນປະກອບດ້ວຍ 6 ມາດຖານ ຕາມແບບຜູ້ນຳຮຸ້ນກ່ອນສ້າງໄວ້ ໂດຍສະເພາະຂອປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ. ພ້ອມກັນນັ້ນ ທ່ານກໍໄດ້ຍົກໃຫ້ເຫັນບົດບາດຄວາມສໍາຄັນໃນການເຄື່ອນໄຫວການທູດຂອງ ສປປ ລາວ ໃນແຕ່ລະໄລຍະ ໂດຍສະເພາະການເຄື່ອນໄຫວການທູດປ້ອງກັນເຫດ ເພື່ອບຸກທະລຸໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ທີ່ມີຄວາມສຳຄັນຍິ່ງ ເພື່ອນໍາພາປະເທດກ້າວສູ່ຄວາມສີວິໄລຖາວອນ ຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ..
