ຄະນະຜູ້ຊ່ວຍວຽກນາຍົກລັດຖະມົນຕີ ລົງເຄື່ອນໄຫວວຽກງານ ຢູ່ເມືອງນາຊາຍທອງ

    ວັນທີ 4 ມີນາ 2022 ທີ່ສະໂມສອນເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຄະນະຜູ້ຊ່ວຍວຽກນາຍົກລັດຖະມົນຕີ ລົງເຄື່ອນໄຫວວຽກງານຢູ່ເມືອງນາຊາຍທອງ ນໍາໂດຍທ່ານ ຈັນທະບູນ ລັດຕະນະວົງ ຫົວໜ້າຄະນະຜູ້ຊ່ວຍວຽກນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໃຫ້ກຽດຕ້ອນຮັບຂອງທ່ານ ວຽງຄໍາ ສີຫາໂຄດ ເຈົ້າເມືອງນາຊາຍທອງ ມີທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ບັນດາຮອງເລຂາພັກເມືອງ ຄະນະປະຈໍາພັກ ຄະນະພັກ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ນັກທຸລະກິດພາຍໃນເມືອງເຂົ້າຮ່ວມ.

    ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງນາຊາຍທອງ ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມ ຢູ່ເມືອງນາຊາຍທອງ ໃຫ້ຮູ້ວ່າ: ຄະນະພັກ-ອົງການປົກຄອງເມືອງນາຊາຍທອງ ໄດ້ສຸມໃສ່ຊີ້ນໍານໍາພາຈັດຕັ້ງປະຕິບັດວຽກງານໃນແຕ່ລະຂົງເຂດໃນຊຸມປີ 2021 ຜ່ານມາ ຢ່າງຕັ້ງໜ້າ ເຊິ່ງສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນ: ຂົງເຂດເສດຖະກິດ ໄດ້ເອົາໃຈໃສ່ນໍາພາປະຊາຊົນເຮັດການຜະລິດ ແລະ ປະກອບການຕາມກົນໄກເສດຖະກິດຕະຫຼາດ ທີ່ມີການນໍາພາຂອງພັກ ການຄຸ້ມຄອງຂອງລັດ ເຮັດໃຫ້ເສດຖະກິດ ຂອງເມືອງນາຊາຍທອງຂະຫຍາຍຕົວຕໍ່ເນື່ອງ ລວມຍອດຜະລິດຕະພັນ ບັນລຸໄດ້ 1.528,20 ຕື້ກວ່າກີບ ສະເລ່ຍລາຍຮັບຕໍ່ຫົວຄົນ ໄດ້ 17,75 ລ້ານກີບຕໍ່ຄົນຕໍ່ປີ ເທົ່າກັບ 1.592 ໂດລາສະຫະລັດຕໍ່ຄົນຕໍ່ປີ. ທຽບໃສ່ຊຸມປີຜ່ານມາ ເພີ່ມຂຶ້ນ 4,5 % ຫຼື (1.462,40 ຕື້ກວ່າກີບ) ໄດ້ຕັ້ງໜ້າຂຸດຄົ້ນທ່າແຮງບົ່ນຊ້ອນພາຍໃນ ເພື່ອພັດທະນາເສດຖະກິດຕາມທິດຫັນເປັນອຸດສາຫະກໍາ ແລະ ທັງສະໄໝ ດ້ວຍການຊຸກຍູ້-ສົ່ງເສີມ ຊາວກະສິກອນຫັນຈາກການຜະລິດແບບທໍາມະຊາດ ໄປສູ່ການຜະລິດເປັນສິນຄ້າ ເຊິ່ງທົ່ວເມືອງນາຊາຍທອງມີເນື້ອທີ່ຜະລິດນາປີ ແລະ ນາແຊງ 10.742 ເຮັດຕາ ສະມັດຕະພາບ 4,3 ໂຕນຕໍ່ເຮັກຕາ ຜົນຜະລິດໄດ້ 51.210,25 ໂຕນ ທຽບໃສ່ແຜນປີ ຫຼຸດແຜນການ 5.123 ໂຕນ (ແຜນການ 56.333,25 ໂຕນ) ການປູກພືດຜັກ ແຜນການ 1.170 ເຮັກຕາ ປະຕິບັດໄດ້ 1.100 ເຮັກຕາ ຜົນຜະລິດໄດ້ 7.468 ໂຕນ ໄມ້ໃຫ້ໝາກ ແຜນການປູກ 50 ເຮັກຕາ ປະຕິບັດໄດ້ 63 ເຮັກຕາ ຜົນຜະລິດໄດ້ 444 ໂຕນ.

    ປັດຈຸບັນ ສາມາດສ້າງຄອບຄົວຕົວແບບດ້ານການຜະລິດໄດ້ 105 ຄອບຄົວ ໃນນັ້ນ ປະກອບມີ ຄອບຄົວຕົວແບບດ້ານການປູກຝັງ 65 ຄອບຄົວ ລ້ຽງສັດ 33 ຄອບຄົວ ແລະ ກ້າເບ້ຍໄມ້ 7 ຄອບຄົວ ທົ່ວເມືອງມີຟາມລ້ຽງສັດທັງໝົດ 263 ຟາມ ທຽບໃສ່ຊຸມປີຜ່ານມາ ເພີ່ມຂຶ້ນ 47 ຟາມ ໃນນັ້ນ ມີຟາມງົວນົມ 1 ຟາມ ໄກ່ພັນໄຂ່ 137 ຟາມ ໄກ່ພັນຊີ້ນ 27 ຟາມ ເປັດໄຂ່ 10 ຟາມ ໝູ 60 ຟາມ ນົກກະຈອກເທບ 1 ຟາມ ນົກກະທາ 1 ຟາມ ງົວ 22 ຟາມ ແບ້ 4 ຟາມ ເປັດຊີ້ນ 1 ຟາມ ກົບ 14 ຟາມ ແກະ 1 ຟາມ ແລະ ມີສັດລ້ຽງ ທັງໝົດ 716 ລ້ານກວ່າໂຕ ສາມາດຜະລິດທາດຊີ້ນໄດ້ 20.379 ໂຕນຕໍ່ປີ ມີໜອງປາ 3.855,25 ເຮັກຕາ ໃນນັ້ນ ໜອງປາທໍາມະຊາດ 105,56 ເຮັກຕາ ມີອ່າງເກັບນ້ໍາ 3.080,6 ເຮັກຕາ ແລະ ມີການລ້ຽງປາແບບຄອບຄົວ 649 ເຮັກຕາ ມີສະຖານີຜະລິດແນວພັນປາ 11 ແຫ່ງ ຂອງລັດ 4 ແຫ່ງ ສາມາດຜະລິດລູກປາໄດ້ 27 ລ້ານກວ່າໂຕຕໍ່ປີ.

    ທົ່ວເມືອງ ມີຫົວໜ່ວຍທຸລະກິດທັງໝົດ 2.450 ຫົວໜ່ວຍ ໃນນັ້ນ ເມືອງຄຸ້ມຄອງເກັບ ມີ 599 ຫົວໜ່ວຍ ແລະ ບ້ານຄຸ້ມຄອງເກັບ ມີ 1.746 ຫົວໜ່ວຍ ສໍາລັບ ປີ 2021 ເມືອງນາຊາຍທອງ ໄດ້ຮັບຕົວເລກຈັດເກັບລາຍຮັບເຂົ້າງົບປະມານ 18.965.000.000 ກີບ ໃນນັ້ນ ອາກອນ 16.774.618 ກີບ ແລະ ຊັບສິນ 245.000.000 ກີບ ຜ່ານການຈັດເກັບຕົວຈິງ ສາມາດປະຕິບັດໄດ້ 18.124.239.000 ກີບ ເທົ່າກັບ 106,49% ເກີນແຜນ 6,49% ໄດ້ຖືສໍາຄັນຕໍ່ການພັດທະນາພື້ນຖານໂຄງລາງຄົມມະນາຄົມ ແບບມີສ່ວນຮ່ວມຂອງພາກລັດ ເອກະຊົນ ແລະ ປະຊາຊົນ ເຂົ້າໃນການກໍ່ສ້າງຍົກລະດັບເສັ້ນທາງດິນແດງ 6 ເສັ້ນ ທາງປູຢາງ 10 ເສັ້ນ ລວມມູນຄ່າ 116,990 ຕື້ກວ່າກີບ.

    ສໍາລັບໂຄງການກໍ່ສ້າງທາງດ່ວນ ຕອນທີື 1 ວຽງຈັນ-ວັງວຽງ ແລະ ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວຈີນ ເປັນໂຄງການລະດັບຊາດ ເຊິ່ງໃນພາກປະຕິບັດຕົວຈິງ ອົງການປົກຄອງເມືອງ ກໍໄດ້ມີຂໍ້ຕົກລົງແຕ່ງຕັ້ງຄະນະກໍາມະການໄກ່ເກ່ຍແກ້ໄຂບັນຫາສິ່ງກີດຂວາງ ເຂົ້າຮ່ວມກັບຄະນະກໍາມະການຂັ້ນສູງກາງ ແລະ ນະຄອນຫຼວງວຽງຈັນ ແລະ ລົງເລິກເຮັດວຽກງານການເມືອງ-ແນວຄິດກັບປະຊາຊົນຜູ້ໄດ້ຮັບຜົນກະທົບຈາກສອງໂຄງການດັ່ງກ່າວ ເພື່ອຂໍການຮ່ວມໄມຮ່ວມມື ສະໜັບສະໜູນອໍານວຍຄວາມສະດວກດ້ານຕ່າງໆ ໃນນັ້ນ ໂຄງການກໍ່ສ້າງທາງດ່ວນ ຕອນທີ 1 ນະຄອນຫຼວງວຽງຈັນຫາວັງວຽງ ແຂວງວຽງຈັນ ສ້າງເສັ້ນທາງຜ່ານເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຄວາມຍາວ 31,02 ກິໂລແມັດ ຜ່ານ 28 ບ້ານ ມີຕອນດິນຖືກຜົນກະທົບຕາມແລວທາງດ່ວນທັງໝົດ 603 ຕອນ ລວມເນື້ອທີ່ດິນ 1.604,121 ຕາແມັດ ໂດຍມີມູນຄ່າຊົດເຊີຍຢູ່ເຂດເມືອງນາຊາຍທອງ ຄ່າທີ່ດິນ ສິ່ງປຸກສ້າງ ແລະ ຜົນລະປູກ ແມ່ນຫຼາຍກວ່າ 137,389 ຕື້ກວ່າກີບ ແລະ ມີ ການເປີດນໍາໃຊ້ເສັ້ນທາງດ່ວນດັ່ງກ່າວມາແຕ່ວັນທີ 20/12/2020 ຜ່ານມາແລ້ວ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມີຄວາມຍາວ 30,11 ກິໂລຕາແມັດ ຜ່ານ 24 ບ້ານ ມີຕອນດິນຖືກຜົນກະທົບຕາມແລວທາງລົດໄຟ ທັງໝົດ 486 ຕອນ ໂດຍມີມູນຄ່າຊົດເຊີຍຢູ່ເຂດເມືອງນາຊາຍທອງ ຄ່າທີ່ດິນ ສິ່ງປຸກສ້າງ ແລະ ຜົນລະປູກ ແມ່ນຫຼາຍກວ່າ 93,286 ຕື້ກວ່າກີບ ແລະ ກໍມີການເປີດນໍາໃຊ້ເສັ້ນທາງລົດໄຟດັ່ງກ່າວມາແຕ່ວັນທີ 3 ທັນວາ 2021 ຜ່ານມາ.

.

# ຂ່າວ – ພາບ : ວຽງມາ

error: Content is protected !!