ທ່ານ ບຸນຍົງ ພົນສະຫວັດດີ ປະທານສະໂມສອນ ບີແກນ ຢູໄນເຕັດ ທີມນ້ອງໃໝ່ໃນລາຍການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ ວ່າ: ການກຽມທີມຂອງສະໂມສອນພວກເຮົາຫຼ້າຊ້າ ເພາະຢູ່ໄລຍະການລະບາດຂອງພະຍາດ COVID-19 ແຕ່ກໍໄດ້ຄັດເລືອກນັກກີລາຈຳນວນໜຶ່ງແລ້ວ ແລະ ໃຫ້ທຸກຄົນເຝິກຊ້ອມດ້ວຍຕົນເອງຢູ່ເຮືອນ ເຊິ່ງນັກກີລາສ່ວນຫຼາຍແມ່ນຢູ່ຈາກຕ່າງແຂວງ ສ່ວນນັກກີລາຕ່າງປະເທດ ແມ່ນກຳລັງເຈລະຈາ ແລະ ອາດເສີມນັກເຕະຕ່າງປະເທດເຕັມໂກຕາ.

ດ້ານຄູເຝິກ ໄດ້ໃຊ້ທ່ານນາງ ພຸດ ຄຳສຸກຖາວົງ ຜູ້ຊ່ວຍຄູເຝິກທີມຊາດຍິງລາວ ຮຸ່ນອາຍຸບໍ່ເກີນ 16 ປີ ມາຄຸມທີມ ເພື່ອສ້າງສີສັນໃຫ້ວົງການບານເຕະບ້ານເຮົາ ເນື່ອງຈາກເປັນທີມນ້ອງໃໝ່ເປົ້າໝາຍອັນດັບໃນຕາຕະລາງຈຶ່ງຍັງບອກບໍ່ໄດ້ ແຕ່ຈະສູ້ເຕັມຄວາມສາມາດເພື່ອເຮັດໃຫ້ຜົນງານອອກມາດີທີ່ສຸດ ສຳລັບຜູ້ສະໜັບສະໜູນຫຼັກໆແມ່ນຮ້ານຂາຍເຄື່ອງກີລາ Began sport ແລະ ກຳລັງເຈລະຈາກັບພາກສ່ວນອື່ນໆ ເພື່ອໃຫ້ການສະໜັບສະໜູນທີມຕື່ມອີກ.
ທ່ານ ບຸນຍົງ ພົນສະຫວັດດີ ກ່າວຕື່ມອີກວ່າ: ຈຸດປະສົງການສ້າງທີມຄັ້ງນີ້ ເພື່ອຊຸກດັນນັກກີລາທີ່ບໍ່ມີໂອກາດ ໂດຍສະເພາະນັກກີລາຕ່າງແຂວງ ໃຫ້ເຂົາເຈົ້າໄດ້ພັດທະນາຄວາມສາມາດກ້າວຂຶ້ນສູ່ລະ ດັບດີຕໍ່ໆໄປ ທີ່ສຳຄັນແມ່ນຫວັງໃຫ້ທີມເປັນທີມໜຶ່ງ ທີ່ປຸກກະແສບານເຕະລີກສອງໃຫ້ມີຄວາມຄຶກຄື້ນ ຕື່ນເຕັ້ນ ແລະ ໜ້າຕິດຕາມ.
ການແຂ່ງຂັນບານເຕະ ຄອມມານໂດ ລາວລີກ 2 ໃນປີ 2020 ມີ 12 ທີມເຂົ້າຮ່ວມ ຄື: ເຄວສ ຢູໄນເຕັດ ທຣີນີຕີ ເອັຟຊີ ແຄນລາວ ຢູໄນເຕັດ ເອັສອີຊີ ຢູໄນເຕັດ ເຄພີເອັສ ເອັຟຊີ ລາວທ໋ອບ ເອັຟຊີ ນະຄອນຫຼວງ ເອັຟຊີ ບີແຄນ ຢູໄນເຕັດ ເຮັສບີທີ 941 ເອັຟຊີ ກອງທັບ ເອັຟຊີວຽງຈັນ ຢູໄນເຕັດ ແລະ ປະສານໃຈ ເອັຟຊີ ເຊິ່ງການແຂ່ງຂັນ ໄດ້ເລື່ອນມື້ເປີດໄປຈົນກວ່າສະພາບການລະບາດຂອງພະຍາດ COVID-19 ຈະຢຸດຕິ.