ຄປປລ ນວ ພິຈາລະນາຫຼາຍບັນຫາສຳຄັນ ຕິດພັນກັບວຽກງານຊາວໜຸ່ມ

    ກອງປະຊຸມເປີດກວ້າງຄົບຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ ນະຄອນຫຼວງວຽງຈັນ (ຄຊປປລ ນວ) ຄັ້ງທີ 3 ສະໄໝທີ VIII ຈັດຂຶ້ນວັນທີ 3 ມີນາ 2022 ທີ່ຫ້ອງວ່າການ ນວ ເປັນປະທານຂອງທ່ານນາງ ສຸມາລີ ທຳມະວົງ ເລຂາ ຄຊປປລ ນວ ເປັນກຽດເຂົ້າຮ່ວມຂອງທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດ ນວ ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ ມີເລຂາ ຮອງເລຂາຊາວໜຸ່ມເມືອງ ຮາກຖານຊາວໜຸ່ມສຳນັກງານຫ້ອງການອອ້ມຂ້າງ ນວ. 

    ໃນກອງປະຊຸມ ທ່ານ ກິສະຫວັນ ທະວີເພັດ ຫົວໜ້າຫ້ອງການ ຄປປລ ນວ ໄດ້ຜ່ານບົດສະຫຼຸບການຈັດ ຕັ້ງປະຕິບັດວຽກງານຂອງ ຄປປລ ນວ ປະຈຳປີ 2021 ແລະ ທິດທາງປີ 2022 ບາງຕອນວ່າ  ທົ່ວ ນວ ປະກອບມີ 54 ພາກສ່ວນ ມີຄະນະຊາວໜຸ່ມ 9 ເມືອງ 19 ຮາກຖານ 26 ໜ່ວຍຮາກຖານ ມີໄວໜຸ່ມເກນອາຍຸ 15-35 ປີ 2 ແສນກວ່າຄົນ ໃນນັ້ນ ເປັນສະມາຊິກຊາວໜຸ່ມທີ່ຂຶ້ນກັບ ນວ ຄຸ້ມຄອງ 41.000 ກວ່າຄົນ ຕະຫຼອດໄລຍະຜ່ານມາ ໄດ້ເອົາໃຈໃສ່ປຸກລະດົມນຳພາສະມາຊິກຊາວໜຸ່ມ-ເຍົາວະຊົນເຂົ້່າຮ່ວມຮັບຟັງການເຜີຍແຜ່ເອກະສານສຳຄັນຕ່າງໆ ເຜີຍແຜ່ເອກສານການນຳໃຊ້ໄຟຟ້າຢ່າງຖືກວິທີ ປູກຈິດສຳນຶກໃຫ້ແກ່ໄວໜຸ່ມຍິງ ເພື່ອຫຼີກເວັ້ນຈາກການແຕ່ງງານກ່ອນໄວອັນຄວນ ສົ່ງເສີມວິຊາຊີບໃຫ້ແກ່ຊາວໜຸ່ມໃນຫົວຂໍ້ ຄວາມຝັນຂອງຊາວໜຸ່ມ ຕິດພັນກັບວຽກງານຊາວໜຸ່ມຢູ່ບັນດາໂຮງຮຽນ ນຳພາຊາວຊາວໜຸ່ມເຂົ້າຮ່ວມຂະບວນການອະນາໄມທຳຄວາມສະອາດຢູ່ຕາມແຄມທາງສາຍຫຼັກ ເຂົ້າຮ່ວມເປັນຄະນະສະເພາະກິດຕ້ານພະຍາດໂຄວິດ-19 ໃນໜ່ວຍງານໂຄສະນາປະຊາສຳພັນ ແລະ ຍ້ອງຍໍຂັ້ນ ນວ ເມືອງ ໃນການລົງຊຸກຍູ້ປະຊາສຳພັນຜ່ານໂທລະໂຄ່ງ ເອົາໃຈໃສ່ວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງຊາວໜຸ່ມ ເຍົາວະຊົນ ອະນຸຊົນ ແລະ ອື່ນໆ. 

    ສຳລັບທິດທາງແຜນການຕໍ່ໜ້າ ສືບຕໍ່ເຮັດວຽກງານການເມືອງແນວຄິດໃຫ້ແກ່ຖັນແຖວຊາວໜຸ່ມເຍົາວະຊົນ ໃຫ້ມີທ່າກຽມພ້ອມໃນການດຳລົງຊີວີດປົກກະຕິແບບໃໝ່ ໃນເງື່ອນໄຂສະພາບການລະບາດຂອງພະຍາດໂຄວິດ-19 ສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງພັກທົ່ວປະເທດ ຕິດພັນກັບມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ນວ ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ແລະ ຜູ້ແທນຊາວໜຸ່ມ ນວ ຍຸດທະສາດການພັດທະນາຊາວໜຸ່ມເຍົາວະຊົນປີ 2021-2030 ແລະ 2 ວາລະແຫ່ງຊາດເພື່ອຫັນເປັນແຜນດຳເນີນງານຂອງ ຄປປລ ນວ ໃຫ້ເປັນຂະບວນການຕົວຈິງສູ່ຮາກຖານ ໂດຍຕິດພັນກັບການຫັນພະນັກງານລົງກໍ່ສ້າງຮາກຖານຂັ້ນບ້ານ ຍູ້ແຮງຂະບວນການຕ້ານປາກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມ ເຍົາວະຊົນ ໃຫ້ມີຫຼາຍກິດຈະກຳ ໂດຍສະເພາະ ຂະບວນການຕ້ານ ແລະ ແກ້ໄຂບັນຫາຢເສບຕິດໃຫ້ຫຼຸດລົງ. 

    ນອກຈາກນີ້ ກອງປະຊຸມກໍໄດ້ຮັບຟັງການຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການຕ້ານ ແລະ ແກ້ໄຂບັນຫາຢາເສບຕິດ ເປັນໂຄງການລະອຽດ ໃນຂະບວນການຊາວໜຸ່ມຢູ່ ນວ ເຊື່ອມຊຶມບັນເອກະສານທີ່ກ່ຽວຂ້ອງກັບວຽກງານຊາວໜຸ່ມ ພິຈາລະນາຮັບຮອງເອົາ ຄປປລ ນວ 3 ທ່ານ ມອບໃບຢັ້ງຢືນຊາວໜຸ່ມ 4 ບຸກປະຈຳປີ 2020 ໃຫ້ແກ່ ຄປປລ ນວ ແລະ ຮັບຟັງການໂອ້ລົມຂອງທ່ານ ຖະໜອມ ທຳທອງ ອີກດ້ວຍ.

# ຂ່າວ & ພາບ : ອົ່ນ ໄຟສົມທອງ

error: Content is protected !!