ສຳເລັດການກວດກາຜົນສຳເລັດໂຄງການສ້ອມແປງຟື້ນຟູເສັ້ນທາງເລກທີ 3822

    ວັນທີ 2 ມີນາ 2022 ຜ່ານມາ ຄະນະກໍາມະການຄຸ້ມຄອງການກໍ່ສ້າງຂັ້ນແຂວງໆໄຊຍະບູລີ ໄດ້ລົງກວດກາຜົນສຳເລັດໂຄງການສ້ອມແປງ ຟື້ນຟູເສັ້ນທາງເລກທີ 3822 ແຕ່ບ້ານວຽງແກ້ວ ຫາ ບ້ານນ້ຳສິບ ຊາຍແດນເມືອງຫົງສາ ແລະ ເມືອງໄຊສະຖານ ນຳໂດຍທ່ານ ສຸພາບ ແສງກັນນາລີ ຫົວໜ້າໂຄງການ ຂະ ແໜງຂົວທາງລາວໄລຍະ 2 (LRSP 2) ປະຈຳແຂວງໄຊຍະບູລີ ພ້ອມທີມງານຄະນະກໍາມະການຄຸ້ມຄອງການກໍ່ສ້າງຂັ້ນແຂວງ ເມືອງ ແລະ ມີຕາງໜ້າ ບໍລິສັດ ສີກັນໄຈ ຈຳກັດ ຜູ້ດຽວ ເຂົ້າຮ່ວມ.

    ໂຄງການດັ່ງກ່າວນີ້ ແມ່ນໂຄງການສ້ອມແປງ ຟື້ນຟູເສັ້ນທາງຕາມກຳນົດ ຫຼື NCB ໂດຍອີງຕາມສັນຍາເລກທີ CW-XAY-NCB-03 Lot1 ຕອນເສັ້ນທາງເລກທີ 3822 ແຕ່ບ້ານວຽງແກ້ວ ຫາ ບ້ານນໍ້າສິບ ຊາຍແດນເມືອງຫົງສາ ແລະ ເມືອງໄຊສະຖານ ແຂວງໄຊຍະບູລີ ມີລວງຍາວ 26,1 ກິໂລແມັດ ໃນນີ້ ປູຢາງ 7,6 ກິໂລແມັດ ແລະ ປູແຮ່ 18,5 ກິໂລແມັດ ໂດຍນໍາໃຊ້ແຫຼ່ງທຶນຈາກທະນາຄານແຫ່ງການລົງທຶນເອີຣົບ (EIB) ເຊິ່ງມີໄລຍະການກໍ່ສ້າງ 22 ເດືອນ ແຕ່ເດືອນພຶດສະພາ 2020 ຫາ ເດືອນມີນາ 2022 ເຊິ່ງເຈົ້າຂອງໂຄງການແມ່ນພະແນກ ໂຍທາທິການ ແລະ ຂົນສົ່ງແຂວງໄຊຍະບູລີ ແລະ ຜູ້ຮັບເໝົາແມ່ນບໍລິສັດ ສີກັນໄຈ ຈຳກັດ ຜູ້ດຽວ ຈາກນັ້ນ ໄດ້ລົງນາມເຊັນບົດບັນທຶກກວດກາຜົນສຳເລັດ ມອບ-ຮັບ ຊົ່ວຄາວໂຄງການສ້ອມແປງຕາມກຳນົດ ແລະ ໃຫ້ບໍລິສັດ ສີກັນໄຈ ຈຳກັດ ຜູ້ດຽວ ສືບຕໍ່ຄຸ້ມຄອງ ແລະ ປົກປັກຮັກສາຈົນກວ່າຈະສິ້ນສຸດໄລຍະຄ້ຳປະກັນໂຄງການ (ກົດນົດ 12 ເດືອນ) ເລີ່ມແຕ່ເດືອນມີນາ ປີ 2022 ນີ້ ເປັນຕົ້ນໄປ.

error: Content is protected !!