ເຊີນຮ່ວມງານປະເພນີສືບສານສີມືແມ່ ຄັ້ງທີ I ຢູ່ສວນເຈົ້າອານຸວົງ 4-8 ມີນາ 2022

ພິທີເປີດງານປະເພນີສືບສານສີມືແມ່ ຄັ້ງທີ I ຈັດຂຶ້ນວັນທີ 4 ມີນາ 2022 ທີ່ສວນ ເຈົ້າອະນຸວົງ ເປັນກຽດເຂົ້າຮ່ວມຂອງ ທ່ານ ພົນ ຈັດຕະວາ ສີພອນ ຈັນສົມວົງ ຮອງເລຂາຄະນະ ພັກນະຄອນຫຼວງວຽງຈັນ ທ່ານ ນາງ ນາລີ ສີສຸ ລິດ ພັນລະຍາປະທານປະເທດ ພ້ອມດ້ວຍ ປະ ທານ ຮອງປະທານສະຫະພັນແມ່ຍິງ ນວ ຫົວ ໜ້າ ຮອງຫົວໜ້າພະແນກ ແລະ ແຂກຖືກ ເຊີນ.

ໃນພິທີ ທ່ານ ນາງ ຫຼຽນຄຳ ວິລະພັນ ປະທານສະຫະພັນແມ່ຍິງ ນວ ກ່າວວ່າ:  ງານ ຄັ້ງນີ້ຈັດຂຶ້ນລະຫວ່າງວັນທີ 4-8 ມີນາ 2022 ທີ່ສວນເຈົ້າອານຸວົງ (ບໍລິເວນຫຼັກທຸງອາຊຽນ) ໂດຍໄດ້ຈັດສັນຮ້ານຂາຍເຄື່ອງມີ 165 ຮ້ານຄື ຫັດຖະກຳ 25 ຮ້ານ ຮ້ານຂາຍອາຫານ ແລະ ໝາກໄມ້ສົດ 120 ຮ້ານ ຄາດວ່າຈະມີຄົນເຂົ້າ ຮ່ວມຫຼາຍກວ່າ 30.000 ເທື່ອຄົນ ແລະ ຈະມີ ທຶນໝູນວຽນປະມານ 2-3 ຕື້ ພ້ອມດຽວກັນນັ້ນ ພາຍໃນງານກໍໄດ້ປະຕິບັດມາດຕະການປ້ອງກັນ ໂຄວິດ-19 ຕາມຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດອີກດ້ວຍ. 

ຈຸດປະສົງໃນການຈັດງານເພື່ອສ້າງຂະບວນຄຳນັບຮັບຕ້ອນ ແລະ ສະເຫຼີມສະຫຼອງວັນ ແມ່ຍິງສາກົນຄົບຮອບ 112 ປີ ແລະ ປຸກລະດົມ ຂະບວນການແມ່ຍິງໃນການສົ່ງເສີມຮີດຄອງປະ ເພນີ ວັດທະນະທຳຂອງແມ່ຍິງລາວບັນດາເຜົ່າ ໃຫ້ສັງຄົມຮັບຮູ້ຢ່າງກວ້າງຂວາງ ຟື້ນຟູ ແລະ ກະ ຕຸ້ນເສດຖະກິດໃຫ້ມີສະພາບຄ່ອງຕົວດີຂຶ້ນໃນ ສະພາວະທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19  ພ້ອມທັງເປັນການສ້າງ ໂອກາດໃຫ້ເອື້ອຍນ້ອງແມ່ຍິງໃນ ນວ ໄດ້ນຳສິນ ຄ້າຜະລິດຕະພັນທີ່ສືບສານງານສີມືແມ່ມາວາງ ສະແດງ ແລະ ຂາຍ ເພື່ອກ້າວໄປສູ່ມາດຕະຖານ ກຽມພ້ອມໃນການຂະຫຍາຍສູ່ຕະຫຼາດສາກົນ.

error: Content is protected !!