ຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານທາງລົດໄຟໄລຍະຜ່ານແຂວງອຸດົມໄຊ.

    ວັນທີ 3 ມີນາ 2022 ທີ່ໂຮງແຮມມິດຕະພາບ ແຂວງອຸດົມໄຊ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ ໄດ້ສືບຕໍ່ນຳພາຄະນະ ພົບປະໂອ້ລົມ ແລະ ຊຸກຍູ້ວຽກງານການພັດທະນາເສດຖະກິດ-ສັງຄົມຂອງແຂວງອຸດົມໄຊ ໂດຍສະເພາະ ວຽກງານທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ ໃນກິດຈະການທີ່ຍັງບໍ່ທັນສຳເລັດ ແລະ ບໍ່ທັນສາມາດໃຊ້ບໍລິການໄດ້ເຕັມຮູບແບບ ໂດຍມີທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ພ້ອມດ້ວຍຜູ້ຕາງໜ້າຈາກພະແນກການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ. 

    ທ່ານຮອງເຈົ້າແຂວງອຸດົມໄຊ ຕາງໜ້າອົງການປົກຄອງແຂວງ ໄດ້ລາຍງານໃຫ້ຊາບໂດຍຫຍໍ້ກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃນປີ 2021 ແລະ ສະພາບການຈັດຕັ້ງປະຕິບັດວຽກງານທາງລົດໄຟ ໃນຊ່ວງຜ່ານແຂວງອຸດົມໄຊ ເຫັນວ່າ: ໃນປີ 2021 ເສດຖະກິດຂອງແຂວງຂະຫຍາຍຕົວ 3,83% ລາຍຮັບສະເລ່ຍໃສ່ຫົວຄົນ 1.661 ໂດລາ/ຄົນ/ປີ ການເກັບລາຍຮັບບັນລຸ 146,71 ຕື້ກີບ (ລື່ນແຜນ 3,17%) ຄອບຄົວພົ້ນທຸກໃນທົ່ວແຂວງມີ 23.949 ຄອບຄົວ ກວມ 40,47% ບ້ານທີ່ໄດ້ນຳໃຊ້ຖາວອນ ແລະ ເຄິ່ງຖາວອນກວມ 93% ສຳລັບວຽກງານທາງລົດໄຟລາວ-ຈີນ ເຫັນວ່າ ມາຮອດປັດຈຸບັນ ສຳເລັດການຊົດເຊີຍຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມໄປແລ້ວ 8 ງວດ ໃນ 3 ເມືອງ 38 ບ້ານ 1.164 ຄອບຄົວ ລວມມູນຄ່າຊົດເຊີຍທັງໝົດ 138,38 ຕື້ກີບ ຍັງຄ້າງ 444 ຄອບຄົວ ເຊິ່ງເປັນຜົນກະທົບທາງອ້ອມ ແລະ ກໍາລັງສືບຕໍ່ດໍາເນີນການແກ້ໄຂ ນອກຈາກນັ້ນ ກໍຍັງມີການພັດທະນາຕາໜ່າງເສັ້ນທາງເຂົ້າຫາສະຖານີລົດໄຟ ເມືອງໄຊ ແລະ ເມືອງງາ ພັດທະນາສູນເຕົ້າໂຮມ-ຄ່ຽນຖ່າຍສິນຄ້າ ແລະ ທ່າບົກ ພັດທະນາການບໍລິການພາຍໃນສະຖານີໂດຍສານ (ຫ້ອງນໍ້າສາທາລະນະ ຮ້ານສະດວກຊື້ ຮ້ານອາຫານເບົາ ຫ້ອງລໍຖ້າ-ຮັບແຂກ (VIP) ພັດທະນາລະບັບຮັກສາຄວາມປອດໄພ ແລະ ອື່ນໆ) ເພື່ອສາມາດຮອງຮັບການບໍລິການໃຫ້ໄດ້ເຕັມຮູບແບບຢ່າງວ່ອງໄວ. 

    ໂອກາດນີ້ ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນໂອ້ລົມຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ເຈາະຈີ້ມ ແລະ ແລກປ່ຽນຄຳເຫັນຕໍ່ບາງບັນຫາທີ່ກອງປະຊຸມໄດ້ຕັ້ງຂຶ້ນ ພ້ອມກັນນັ້ນ ກໍໄດ້ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະສະເພາະກິດຮັບຜິດຊອບວຽກງານທາງລົດໄຟຂອງແຂວງ ລາຍງານສະພາບ ແລະ ຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດວຽກງານຕ່າງໆໃຫ້ຄະນະຄຸ້ມຄອງໂຄງການ ແລະ ຄະນະປະຈຳພັກແຂວງແຕ່ລະໄລຍະຢ່າງເປັນປົກກະຕິ ໂດຍສະເພາະບັນຫາຮີບດ່ວນທີ່ຕ້ອງໄດ້ຂໍທິດຊີ້ນຳ ໃນການແກ້ໄຂ ແຜນການພັດທະນາກິດຈະການຕ່າງໆໃຫ້ຄຳນຶງເຖິງປະສິດທິພາບ ແລະ ປະສິດທິຜົນ ກໍຄືຜົນຕອບແທນທີ່ກຸ້ມຄ່າກັບການລົງທຶນ ມີການຈັດລຽງບູລິມະສິດ ໂດຍໃຫ້ພະແນກແຜນການ ແລະ ການລົງທຶນແຂວງ ເປັນໃຈກາງປະສານສົມທົບ ແລະ ຈັດຕັ້ງປະຕິບັດ

# ຂ່າວ – ພາບ : ຊິລິການດາ

error: Content is protected !!