ລາວ – ສ ເກົາຫຼີ ເສີມຂະຫຍາຍການພົວພັນຮ່ວມມືວຽກງານນິຕິບັນຍັດ

    ວັນທີ 3 ມີນາ 2022 ທີ່ສະພາແຫ່ງຊາດ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ພ້ອມຄະນະ ໄດ້ພົບປະທາງໄກ ກັບທ່ານ ປາກ ບຽວຊຶງ ປະທານສະພາແຫ່ງຊາດ ສ ເກົາຫຼີ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມ ລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັນຍັດຂອງ ສປປ ລາວ ແລະ ສ ເກົາຫຼີ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ. 

    ໂອກາດດັ່ງກ່າວ ທ່ານ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມືທີ່ດີງາມ ລະຫວ່າງສອງປະເທດ ລາວ-ສ ເກົາຫຼີ ກໍຄືການເສີມຂະຫຍາຍສາຍພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ລາວ-ສ ເກົາຫຼີ ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ ພ້ອມທັງສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດຮອບດ້ານຂອງ ສ ເກົາຫຼີ ໃນການເຄື່ອນໄຫວວຽກງານຜ່ານມາ ອັນໄດ້ເຮັດໃຫ້ເສດຖະກິດ-ສັງຄົມມີການຂະຫຍາຍຕົວຢ່າງຮອບດ້ານ ແລະ ເຂັ້ມແຂງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງທ່ານ ປາກ ບຽວຊຶງ ກໍຄື ສ ເກົາຫຼີ ທີ່ປະຕິບັດພາລະບົດບາດອັນສຳຄັນ ໃນການເປັນເຈົ້າພາບຈັດກອງປະຊຸມເວທີປຶກສາຫາລື ລັດຖະສະພາອາຊີ-ປາຊີຟິກ (APPF) ຄັ້ງທີ 29 ຜ່ານມາ ແລະ ການເຄື່ອນໄຫວວຽກງານອື່ນໆທີ່ໂດດເດັ່ນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. 

    ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ແຫ່ງ ສ ເກົາຫຼີ ທີ່ໄດ້ຮັບການຂະຫຍາຍຕົວເປັນຢ່າງດີ ເຊິ່ງສະແດງອອກ ທັງສອງສະພາໄດ້ມີການແລກປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ ໃນລະດັບປະທານສະພາແຫ່ງຊາດ ລະດັບປະທານກໍາມາທິການ ແລະ ຄະນະມິດຕະພາບລັດຖະສະພາ ລາວ-ສ ເກົາຫຼີ ພ້ອມນີ້ ທ່ານປະທານສະພາ ຕີລາຄາສູງຕໍ່ ສ ເກົາຫຼີ ທີ່ໄດ້ໃຫ້ການຊ່ວຍເຫຼືອລ້າ ແກ່ ສປປ ລາວ ໃນຫຼາຍວຽກງານຜ່ານມາ ເປັນຕົ້ນ ການເກັບກູ້ລະເບີດບໍ່ທັນແຕກ ການຊ່ວຍເຫຼືອລ້າເພື່ອການພັດທະນາ ການຊ່ວຍເຫຼືອດ້ານມະນຸດສະທຳ ການຊ່ວຍເຫຼືອເພື່ອສະກັດກັ້ນ ແລະ ແກ້ໄຂການແພ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ແລະ ອື່ນໆ. ດ້ານການຊ່ວຍເຫຼືອຕ່າງໆຂອງ ສ ເກົາຫຼີ ຜ່ານມາ ສະເພາະມູນນິທິ ສ ເກົາຫຼີ ໄດ້ຊ່ວຍເຫຼືອລົດດັບເພີງ 2 ຄັນ ລົດໂຮງໝໍ 6 ຄັນ ຜ້າປິດປາກ-ດັງ 707 ແກັດ ໃຫ້ສະພາແຫ່ງຊາດ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ ການແພ່ລະບາດພະຍາດໂຄວິດ-19 ແລະ ຊ່ວຍລົດນຳໃຊ້ 10 ຄັນໃຫ້ແກ່ທ້ອງຖິ່ນຂອງ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນວຽກງານພັດທະນາຕ່າງໆໃຫ້ມີຄວາມສະດວກສະບາຍ ແລະ ເຂັ້ມແຂງຍິ່ງຂຶ້ນ.

# ຂ່າວ – ພາບ : ລັດເວລາ

error: Content is protected !!