ມອບ-ຮັບ ອາຄານຫ້ອງຮຽນອະນຸບານບ້ານພູຫຼວງ

    ພິທີມອບ-ຮັບອາຄານຫ້ອງຮຽນອະນຸບານບ້ານພູຫຼວງ ຈັດຂຶ້ນວັນທີ 3 ມີນາ 2022 ຜ່ານມາ ທີ່ໂຮງຮຽນຫຼັງດັ່ງກ່າວ ທີ່ບ້ານພູຫຼວງ ເມືອງຮ້ຽມ ແຂວງຫົວພັນ ໂດຍມີທ່ານ ມອນໄຊ ລາວມົວຊົງ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ທ່ານ ຊົນລະວິດ ວິນິດໄຊ ຜູ້ອຳນວຍການບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ທ່ານ ປອ ບຸນວິໄຊ ກົງປະສີ ເຈົ້າເມືອງໆຮ້ຽມ ພ້ອມດ້ວຍບັນດາຄະນະນຳ ຈາກສູນກາງຊາວໜຸ່ມ ຊປປລ ອຳນາດການປົກຄອງ ຜູ້ອຳນວຍການໂຮງຮຽນ ພໍ່ແມ່ປະຊາຊົນພາຍໃນບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການກໍ່ສ້າງໂຮງຮຽນອະນຸບານ ບ້ານພູຫຼວງ ເມືອງຮ້ຽມ ແຂວງຫົວພັນ ແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກບໍລິສັດ ຣາຊ-ລາວ ບໍລິການ ຈຳກັດ ຮ່ວມກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ການປະກອບສ່ວນດ້ານວັດຖຸ ແລະ ແຮງງານຂອງປະຊາຊົນພາຍໃນບ້ານພູຫຼວງ.

    ການກໍ່ສ້າງຫ້ອງຮຽນອະນຸບານດັ່ງກ່າວ ເລີ່ມກໍ່ສ້າງແຕ່ວັນທີ 1 ຕຸລາ 2021 ຫາ ວັນທີ 9 ທັນວາ 2021 ຈຶ່ງສຳເລັດ ໃຊ້ເວລາ 2 ເດືອນ ເປັນອາຄານຊັ້ນດຽວ 6×12 ແມັດ ຂະໜາດໂຄງສ້າງຫຼັງຄາ 8×14 ແມັດ ມຸງດ້ວຍອາລູຊິງ ເຮັດແບບທັນສະໄໝ ປະກອບມີ ຫ້ອງນ້ຳ 2 ຫ້ອງ ຂະໜາດ 2×3 ແມັດ ເສົາເຮັດດ້ວຍຊີມັງເສີມເຫຼັກ ​ກໍ່ອ້ອມດ້ວຍດິນບັອກ ສູງ 80 ຊມ ແລ້ວໃສ່ໄມ້ດິ້ວອ້ອມດ້ວຍຕາໜ່າງເຫຼັກ ພື້ນເທດ້ວຍສີມັງຂັດມັນ.

    ການກໍ່ສ້າງໂຮງຮຽນຫຼັງນີ້ ໄດ້ຮັບການປະກອບສ່ວນຈາກພາກສ່ວນກ່ຽວຂ້ອງທາງດ້ານວັດຖຸ ແລະ ແຮງງານ ຈາກບໍລິສັດຣາຊ – ລາວ ບໍລິການ ຈໍາກັດ ໃຫ້ທຶນກໍ່ສ້າງອາຄານຮຽນຕົວຈິງ 200.000 ບາດ(ປະມານ 70 ລ້ານກີບ) ເຊັ່ນ:​ ຊື້ເຫຼັກ ຊີມັງ ດິນບອັກ ອາລູຊິງ ຊາຍ ​ຫີນແຮ່ ​ວົງ+ບານ ປະຕູ ແລະ ອື່ນໆພ້ອມສະໜອງອຸປະກອນໃສ່ຫ້ອງຮຽນເຊັ່ນ: ຕູ້ ເຄື່ອງຫຼີ້ນ ແລະ ອື່ນໆ ໃນນັ້ນ ບໍລິສັດ Ratch Group Public Company Limited  ປະກອບສ່ວນ ເປັນມູນຄ່າ 50.000 ບາດ ປະມານ 15,5 ລ້ານກີບ ໃນການ ຊື້ອຸປະກອນໄຟຟ້າ ແລະ ຕິດຕັ້ງໄຟຟ້າ ໃນອາຄານຮຽນເຊັ່ນ: ຕິດຕັ້ງດອກໄຟ ປັກສຽບ ​ພັດລົມ ​ໄຟໂຊລາເຊວ ຈາກສະຖານທູດໄທປະຈຳລາວ ມອບເງິນ ແລະ ອຸປະກອນການຮຽນ ມູນຄ່າ 15,250 ບາດ (ປະມານ 5,3 ລ້ານກີບ) ປະຊາຊົນພາຍໃນບ້ານພູຫຼວງ ປະກອບສ່ວນລວມມູນຄ່າ 60,7 ລ້ານກວ່າກີບ ຫ້ອງການຊາວໜຸ່ມເມືອງ ຫ້ອງການສຶກສາທິການ ແລະ ກີລາເມືອງຮ້ຽມ ປະກອບສ່ວນ 2,8 ລ້ານກີບ ແລະ ການປະກອບສ່ວນຂອງສູນກາງຊາວໜຸ່ມ ໃນການຊ່ວຍປະສານງານກັບພາກສ່ວນກ່ຽວຂ້ອງ ລະດົມປະກອບສ່ວນໃນການສ້າງອາຄານຮຽນ ​ອຸປະກອນການຮຽນ-ການສອນ ແລະ ຮັບຜິດຊອບຄ່າໃຊ້ຈ່າຍໃຫ້ພະນັກງານກົມພັດທະນາວິຊາຊີບໃນການລົງໄປຊ່ວຍກໍ່ສ້າງ ແລະ ພິທີມອບຮັບ ລວມມູນຄ່າການກໍ່ສ້າງທັງໝົດ 154,4 ລ້ານກວ່າກີບ.

# ຂ່າວ – ພາບ : ບຸນມີ

error: Content is protected !!