2019-2020 ຈະເລັ່ງປັບປຸງແຜນກໍ່ສ້າງຄູ ໃຫ້ແທດເໝາະກັບຄວາມຕ້ອງການຕົວຈິງ

ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ໃນ​ສາ­ຂາ​ວິ­ຊາ​ຄູ ເປັນ​ວຽກ​ງານ​ທີ່​ມີ​ຄວາມ​ສຳ­ຄັນ ໃນ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາ­ມາດ ສະ­ນັ້ນ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຈິ່ງ​ໄດ້​ເອົາ­ໃຈ­ໃສ່​ປັບ­ປຸງ​ວຽກ​ງານ​ດັ່ງ­ກ່າວ ໃຫ້​ແທດ­ເໝາະ​ກັບ​ສະ­ພາບ​ຄວາມ​ເປັນ​ຈິງ​ແຕ່​ລະ​ໄລ­ຍະ​ເຊັ່ນ ໄດ້​ມີ​ການ​ປັບ­ປຸງ​ນິ­ຕິ​ກຳ ແລະ ບັນ­ດາ​ເຄື່ອງ­ມື​ທີ່​ຈຳ­ເປັນ​ໃນ​ການ​ສະ­ໜັບ­ສະ­ໜູນ ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມາດ​ຕະ­ການ​ແກ້​ໄຂ​ຕ່າງໆ​ເຊັ່ນ ມາດ​ຕະ­ການ​ແກ້​ໄຂ​ບັນ­ຫາ​ຄູ​ເຫຼືອ ແລະ ຄູ​ບໍ່​ພໍ ຜ່ານ​ການ​ສຳ​ຫຼວດ​ໂຮງ­ຮຽນ​ປະ­ຖົມ ຈຳ­ນວນ 2.557 ໂຮງ­ຮຽນ ໄດ້​ຈັດ​ກຸ່ມ​ໂຮງ­ຮຽນ​ຈຳ­ນວນ 411 ກຸ່ມ ເຊິ່ງ​ໂຮງ­ຮຽນ​ທີ່​ມີ​ນັກ​ໜ້ອຍ​ກວ່າ 30 ຄົນ​ລົງ​ມາ​ມີ 425 ໂຮງ­ຮຽນ ໃນ​ນີ້ ໂຮງ­ຮຽນ​ທີ່​ມີ​ນັກ­ຮຽນ 6-10 ຄົນ ມີ 40 ໂຮງ­ຮຽນ ນັກ­ຮຽນ 5 ຄົນ​ມີ 10 ໂຮງ­ຮຽນ ນັກ­ຮຽນ​ມີ 2 ຄົນ​ມີ 1 ໂຮງ­ຮຽນ ຈັດ​ສັນ​ຄູ​ຊັ້ນ​ປະ­ຖົມ​ຈາກ​ບ່ອນ​ທີ່​ເຫຼືອ​ໄປ​ບ່ອນ​ທີ່​ບໍ່​ພໍ­ໄດ້ 96 ຄົນ ເຮັດ​ໃຫ້​ຈຳ­ນວນ​ຄູ​ເຫຼືອ​ຈາກ 622 ຄົນ ມາ​ເປັນ 526 ຄົນ ເທົ່າ​ກັບ 15,43% ວິ­ເຄາະ​ຄວາມ​ຕ້ອງ­ການ​ຄູ​ເພີ່ມ ປັບ­ປຸງ​ແຜນ​ກໍ່­ສ້າງ​ຄູ​ໃຫ້​ແທດ­ເໝາະ​ກັບ​ແຜນ​ຄວາມ​ຕ້ອງ­ການ​ຕົວ​ຈິງ ແຕ່​ສົກ­ຮຽນ 2019-2025.

ກຳ­ນົດ​ມາດ​ຕະ­ການ​ແກ້​ການ​ບັນ­ຈຸ​ລັດ­ຖະ­ກອນ​ຄູ ແລະ ບໍ­ລິ­ຫານ ໄດ້​ອອກ​ຄຳ​ສັ່ງ​ແນະ­ນຳ​ກ່ຽວ​ກັບ​ການ​ຮັບ​ບັນ­ຈຸ​ລັດ­ຖະ­ກອນ​ຄູ ແລະ ບໍ­ລິ­ຫານ​ປະ­ຈຳ​ປີ 2019 ໂດຍ​ໃຫ້​ແຕ່​ລະ​ພາກ­ສ່ວນ ແຕ່ງ­ຕັ້ງ​ຄະ­ນະ​ກຳ­ມະ­ການ​ສອບ­ເສັງ​ເລືອກ​ບັນ­ຈຸ​ໃຫ້​ຖືກ­ຕ້ອງ​ຕາມ​ຊັ້ນ ສາຍ ແລະ ລາຍ​ວິ­ຊາ​ທີ່​ຕ້ອງ­ການ ໂດຍ​ສະ­ເພາະ ເຂດ​ຫ່າງ​ໄກ​ສອກ­ຫຼີກ ຜູ້​ສະ­ໝັກ​ໃໝ່​ຕ້ອງ​ມີ​ຄະ­ແນນ​ວິ­ຊາ​ສະ­ເພາະ​ສະ­ເລ່ຍ 3,00 ຂຶ້ນ​ໄປ ໃຫ້​ບັນ­ຈຸ​ຄູ​ອາ­ສາ​ສະ­ໝັກ 80% ແລະ ຄູ​ຈົບ​ໃໝ່ 20% ປີ 2019 ໄດ້​ຮັບ​ໂກ​ຕາ​ທັງ​ໝົດ 936 ຕົວ​ເລກ ໃນ​ນັ້ນ​ໄດ້​ບັນ­ຈຸ​ຄູ 879 ຄົນ ເທົ່າ​ກັບ 93,91% ພະ­ນັກ­ງານ​ບໍ­ລິ­ຫານ 57 ຄົນ ເທົ່າ​ກັບ 6,09% ບັນ­ຈຸ​ຄູ​ອາ­ສາ​ສະ­ໝັກ 858 ຄົນ ເທົ່າ​ກັບ 8,60% ຂອງ​ຈຳ­ນວນ​ຄູ​ອາ­ສາ​ສະ­ໝັກ 10.645 ຄົນ ບັນ­ຈຸ​ນັກ​ສຶກ​ສາ­ຄູ​ທີ່​ຮຽນ​ຈົບ​ໃໝ່ 21 ຄົນ ເຊິ່ງ​ປະ­ກອບ​ມີ​ຄູ​ການ​ສຶກ​ສາ­ກ່ອນ​ໄວ​ຮຽນ 207 ຄົນ ຄູ​ປະ­ຖົມ​ສຶກ​ສາ 193 ຄົນ ຄູ​ມັດ­ທະ­ຍົມ 373 ຄົນ ຄູ​ມະ­ຫາ­ວິ­ທະ­ຍາ­ໄລ 35 ຄົນ ຄູ​ວິ­ທະ­ຍາ­ໄລ​ຄູ ວິ­ທະ­ຍາ­ໄລ​ພາ­ລະ-ສິ­ລະ​ວິ­ທະ­ຍາ­ໄລ​ສົງ 15 ຄົນ ຄູ​ວິ­ທະ­ຍາ­ໄລ​ເຕັກ­ນິກ​ວິ­ຊາ​ຊີບ 56 ຄົນ.

ມາດ​ຕະ­ການ​ແກ້​ໄຂ​ບັນ­ຫາ​ຄູ​ອາ­ສາ​ສະ­ໝັກ ເຊິ່ງ​ໄດ້​ອອກ​ຄຳ​ສັ່ງ​ແນະ­ນຳ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ­ຫາ ໂດຍ​ໃຫ້​ບັນ­ດາ​ແຂວງ ນະ­ຄອນ­ຫຼວງ ເມືອງ ຈັດ​ບູ​ລິ​ມະ​ສິດ​ເປັນ 3 ບັນ­ຊີ​ຄື ບັນ­ຊີ​ບູ​ລິ​ມະ​ສິດ​ທີ 1 ບັນ­ຊີ​ເປົ້າ​ໝາຍ​ເພື່ອ​ອາ​ສະ­ໝັກ​ເຂົ້າ​ເປັນ​ລັດ­ຖະ­ກອນ​ຄູ ບູ​ລິ​ມະ​ສິດ​ທີ 2 ບັນ­ຊີ​ເປົ້າ​ໝາຍ​ຄູ​ອາ­ສາ​ສະ­ໝັກ​ທີ່​ສົ່ງ​ໄປ​ຍົກ​ລະ­ດັບ ແລະ ບັນ­ຊີ​ເປົ້າ​ໝາຍ​ຄູ​ອາ­ສາ​ສະ­ໝັກ ທີ່​ຈະ​ໄປ​ເຝິກ­ອົບ­ຮົມ​ວິ­ຊາ​ຊີບ​ອື່ນ ຜ່ານ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ​ຂອງ​ການ​ຈັດ​ສັນ​ບັນ­ຊີ​ບູ​ລິ​ມະ​ສິດ ສັງ​ລວມ​ການ​ຈັດ​ບັນ­ຊີ​ຄູ​ອາ​ສະ­ໝັກ​ໃນ 40 ເມືອງ​ເປົ້າ​ໝາຍ​ໄດ້ 3.375 ຄົນ ໃນ​ນັ້ນ​ບັນ­ຊີ​ທີ 1 ມີ 2.160 ຄົນ ບັນ​ທີ 2 ມີ 586 ຄົນ ບັນ­ຊີ​ທີ 3 ມີ 629 ຄົນ ສຳ­ລັບ​ການ​ຈັດ​ບັນ­ຊີ​ອາ​ສະ­ໝັກ​ໃນ​ທົ່ວ​ປະ­ເທດ ສາ­ມາດ​ສັງ​ລວມ​ໄດ້ 11.211 ຄົນ ໃນ​ນີ້ ບັນ­ຊີ​ທີ 1 ມີ 6.709 ຄົນ ບັນ​ທີ 2 ມີ 2.240 ຄົນ ບັນ­ຊີ​ທີ 3 ມີ 2.262 ຄົນ.

ເພື່ອ​ເປັນ​ການ​ສືບ­ຕໍ່​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ມາດ​ຕະ­ການ​ຂອງ​ວຽກ​ງານ​ການ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ໃນ​ສາ­ຂາ​ວິ­ຊາ​ຄູ ໃຫ້​ນັບ​ມື້​ດີ​ຂຶ້ນ ສະ­ນັ້ນ ຈິ່ງ​ໄດ້​ກຳ­ນົດ​ທິດ​ທາງ ແຜນ­ການ​ໃນ­ຕໍ່­ໜ້າ​ເຊັ່ນ ສຶບ​ຕໍ່​ຊັບ­ຊ້ອນ ແລະ ຈັດ​ສັນ​ຄູ​ຄືນ­ໃໝ່ ໂດຍ​ຂະ­ຫຍາຍ​ໄປ 148 ເມືອງ ໃຫ້​ສຳ­ເລັດ​ຕາມ​ຄາດ­ໝາຍ ການ​ບັນ­ຈຸ​ຄູ​ໃໝ່​ປີ 2020 ຄົ້ນ­ຄວ້າ​ໃຫ້​ບູ​ລິ​ມະ​ສິດ​ບັນ­ຈຸ​ຄູ​ໃນ 4 ວິ­ຊາ​ພື້ນ­ຖານ (ພື້ນ­ຖານ​ວິ­ຊາ​ຊີບ ໄອ​ຊີ​ທີ ພາ­ລະ​ສຶກ​ສາ ແລະ ສິ­ລະ​ປະ​ສຶກ​ສາ) ທີ່​ຍັງ​ຂາດ​ການ​ປະ­ສານ​ສົມ­ທົບ​ກັບ​ສະ​ຖາ​ບັນ​ພັດ­ທະ­ນາ​ອາ­ຊີ­ວະ​ສຶກ​ສາ ໃນ​ການ​ຄັດ​ເລືອກ​ເອົາ​ນັກ­ຮຽນ-ນັກ​ສຶກ​ສາ​ທີ່​ຈົບ ໃນ​ຖານ​ອາ­ຊີ­ວະ​ສຶກ​ສາ ໄປ​ບຳ­ລຸງ​ວິ­ຊາ​ຄູ ເພື່ອ​ໃຫ້​ໄປ​ສອນ​ວິ­ຊາ​ພື້ນ­ຖານ​ວິ­ຊາ​ຊີບ ຫຼື ວິ­ຊາ​ທີ່​ກ່ຽວ­ຂ້ອງ​ກັບ​ຫຼັກ­ສູດ ໃນ​ໂຮງ­ຮຽນ​ສາ­ມັນ​ສຶກ​ສາ ປັບ­ປຸງ​ຖານ​ຂໍ້​ມູນ​ຄຸ້ມ​ຄອງ​ບຸກ​ຄະ­ລາ​ກອນ ເພື່ອ​ໃຫ້​ຂໍ້​ມູນ​ໃນ​ການ​ສ້າງ​ແຜນ​ຄວາມ​ຕ້ອງ­ການ​ຄູ ບັນ­ຈຸ​ຄູ​ໃໝ່ ຊັບ­ຊ້ອນ ຈັດ​ສັນ​ຄູ​ໃຫ້​ມີ​ຄວາມ​ຊັດ​ເຈນ ທັງ​ສາ­ມາດ​ເຊື່ອມ​ໂຍງ​ກັນ​ໄດ້​ລະ­ຫວ່າງ​ສູນ​ກາງ ແລະ ທ້ອງ­ຖິ່ນ ບັນ­ຈຸ​ລັດ­ຖະ­ກອນ​ຄູ​ໃໝ່​ໃຫ້​ຖືກ­ຕ້ອງ​ຕາມ​ຄວາມ​ຕ້ອງ­ການ​ຕົວ​ຈິງ ຕາມ​ແຕ່​ລະ​ຊັ້ນ ສາຍ ແລະ ລາຍ​ວິ­ຊາ​ທີ່​ຍັງ​ຂາດ​ຄູ ໂດຍ​ສະ­ເພາະ ເຂດ​ຫ່າງ​ໄກ​ສອກ­ຫຼີກ ຄົ້ນ­ຄວ້າ​ກ່ຽວ​ກັບ​ການ​ໃຫ້​ມີ​ຄູ​ສັນ­ຍາ​ຈ້າງ ເພື່ອ​ແກ້​ໄຂ​ການ​ຂາດ​ຄູ ໂດຍ​ສະ­ເພາະ ຢູ່​ເຂດ​ຊົນ­ນະ­ບົດ ແລະ ອື່ນໆ.

error: Content is protected !!