ປນລ ມີ 2 ຫົວໜ່ວຍທຸລະກິດທີ່ບັນລຸມາດຕະຖານດຳເນີນທຸລະກິດໃນປີຜ່ານມາ

   ກອງປະຊຸມໃຫຍ່ບໍລິສັດ ລັດວິສາຫະກິດໄປສະນີລາວ ທົ່ວປະເທດ ປະຈຳປີ 2021 ຈັດຂຶ້ນວັນທີ 3-4 ມີນາ 2022 ທີ່ສຳນັກງານໃຫຍ່ລັດວິສາຫະກິດໄປສະນີລາວ (ປນລ) ນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ພູຫວິນ ຟອງສະໝຸດ ຜູ້ອຳນວຍການໃຫຍ່ບໍລິສັດ ລັດວິສາຫະກິດໄປສະນີລາວ ເປັນກຽດເຂົ້າຮ່ວມຂອງທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ຫົວໜ້າພະແນກ ຫົວໜ້າສູນ ແລະ ສາຂາແຂວງທົ່ວປະເທດເຂົ້າຮ່ວມຜ່ານລະບົບອອນລາຍ. 

    ທ່ານ ວຽງທອງ ຫຼວງໄຊ ຮອງຜູ້ອຳນວຍການໃຫຍ່ບໍລິສັດລັດວິສາຫະກິດໄປສະນີລາວ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາທຸລະກິດ ປີ 2021 ແລະ ທິດທາງແຜນການພັດທະນາ ປີ 2022 ໄລຍະ 1 ປີຜ່ານມາ ການດຳເນີນທຸລະກິດຂອງ ປນລ ໄດ້ມີຄວາມພະຍາຍາມແກ້ໄຂບັນຫາຂໍ້ຫຍຸ້ງຍາກຫຼາຍປະການ ອັນເນື່ອງມາຈາກການແຜ່ລະບາດຂອງພະຍາດ COVID-19 ວິກິດການດ້ານເສດຖະກິດ-ການເງິນໂລກ ລາຄານ້ຳມັນເຊື້ອໄຟ ແລະ ຄ່າຂົນສົ່ງຖີບຕົວສູງຂຶ້ນ ລວມທັງການແຂ່ງຂັນດ້ານລາຄາຄ່າບໍລິການຮັບຝາກຢູ່ພາຍໃນປະເທດ ຂອງບັນດາບໍລິສັດເອກະຊົນທີ່ນັບມື້ເພີ່ມຂຶ້ນກວ້າງຂວາງ ແຕ່ເຖິງຢ່າງໃດກໍຕາມ ປນລ ມີຜົນສຳເລັດແຕ່ລະດ້ານຄື: ວຽກງານການບໍລິການໄປສະນີ ໄດ້ກຳນົດສ້າງໄປສະນີແຂວງ ເປັນຫົວໜ່ວຍທຸລະກິດເຂັ້ມແຂງ 3 ປະເພດຄື: ຫົວໜ່ວຍທຸລະກິດປະເພດ I ຈຳນວນ 7 ຫົວໜ່ວຍ ປະເພດ II ຈຳນວນ 7 ຫົວໜ່ວຍ ແລະ ປະເພດ III ຈຳນວນ 3 ຫົວໜ່ວຍ ປັດຈຸບັນມີ 2 ຫົວໜ່ວຍທຸລະກິດທີ່ບັນລຸມາດຕະຖານດຳເນີນທຸລະກິດ ມີຜົນກຳໄລໃນປີ 2021 ຄື: ໄປສະນີແຂວງຫຼວງນ້ຳທາ ແລະ ບໍ່ແກ້ວ. ໄດ້ຄົ້ນຄວ້າດຳເນີນໂຄງການທົດລອງບໍລິການຜະລິດຕະພັນ SpeedPost ເປັນສິນຄ້າດັດສົມດ້ານລາຄາ ທົດແທນການບໍລິການ EMS ພາຍໃນປະເທດ ທີ່ມີລາຄາຄ່າບໍລິການສູງກວ່າ  ແລະ ທົດລອງຫັນວຽກງານບໍລິການຂົນສົ່ງສິນຄ້າເປັນຫົວໜ່ວຍບໍລິການມອບເໝົາ ພາຍໃນ 4 ເດືອນສ້າງລາຍຮັບບັນລຸ 203 ລ້ານກີບ ສົມທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 164% ອອກແບບ-ຜະລິດສະແຕມໄດ້ຈຳນວນ 1 ຊຸດ ເພື່ອການສະສົມ ແລະ ການຈຳໜ່າຍ ໃນຊຸດ“ລົດໄຟຟ້າລາວ-ຈີນ” ປະກອບມີ 4 ດວງຕໍ່ຊຸດ ກຳນົດກົນໄກຮ່ວມມືການຂົນສົ່ງ ແລະ ເປີດປ່ອງບໍລິການໄປສະນີຢູ່ໃນ 5 ສະຖານີໃຫຍ່ (ລົດໄຟ) ໃນຈຳນວນທັງໝົດ 11 ສະຖານີ ໃຫ້ສຳເລັດໃນເບື້ອງຕົ້ນ. ສ້າງສັນຍາການຮ່ວມມືຂົນສົ່ງຖົງເມຂາອອກທາງອາກາດໄປຕ່າງປະເທດແບບເໝົາລຳ ຮ່ວມກັບບໍລິສັດ ລັດວິສາຫະກິດການບິນລາວ ບໍລິສັດ LEO Global Logistics ເຊື່ອມໂຍງຂໍ້ມູນສື່ສານຂ່າວສານການບໍລິການຮັບຝາກກັບບັນດາປະເທດສະມາຊິກໄປສະນີ ດ້ວຍລະບົບຂອງ UPU ໃນການນຳໃຊ້ລະບົບແຈ້ງພາສີເຄື່ອງຝາກລ່ວງໜ້າໃຫ້ປະເທດໄປສະນີປາຍທາງຮັບຊາບ ຜ່ານລະບົບ CDS (ITMATT) ນຳໃຊ້ລະບົບປິດ-ເປີດຖົງເມ ແລະ ການຕິດຕາມ-ທວງຖາມເຄື່ອງຝາກ ຜ່ານລະບົບ IPS.Post ມີບໍລິມາດເມຂາອອກ-ຂາເຂົ້າທັງພາຍໃນ ແລະ ລະຫວ່າງປະເທດ ມີບໍລິມາດທັງໝົດ 221,35 ໂຕນ ເພີ່ມຂຶ້ນຈາກປີຜ່ານມາ 113,75 ໂຕນ ໃນນັ້ນ ບໍລິມາດພາຍໃນປະເທດ 104 ໂຕນ ເພີ່ມຂຶ້ນຈາກປີຜ່ານມາ 44,32 ໂຕນ ໃນ 1 ປີຜ່ານມາ ປນລ ສາມາດແກ້ໄຂການລັກລອບຝາກສິ່ງຂອງເກືອດຫ້າມຜິດກົດໝາຍ ຜ່ານທາງໄປສະນີໄດ້ຈຳນວນ 10 ກໍລະນີ.

# ຂ່າວ & ພາບ: ຊິລິການດາ

error: Content is protected !!