ຫົວເຫວີຍ ນໍາສະເໜີຜະລິດຕະພັນໄອຊີທີ ແລະ ໂຊລູຊັ່ນໃໝ່ຫຼ້າສຸດທີ່ເປັນສ່ວນໜຶ່ງຂອງ “ພື້ນຖານໄອທີອັດສະລິຍະ” ສໍາຫຼັບຜູ້ປະກອບການດ້ານໄອຊີທີ ໃນກອງປະຊຸມ Huawei Day 0 Forum ງານ MWC22 ວັນທີ 27 ກຸມພາ ຜ່ານມາ ຢູ່ບາເຊໂລນາ ປະເທດແອັດສະປາຍ.

ທ່ານ ຫວັງທາວ ຜູ້ອໍານວຍການຫົວເຫວີຍ ຫົວໜ້າຄະນະຄຸ້ມຄອງທຸລະກິດພື້ນຖານໂຄງລ່າງໄອຊີທີ ກ່າວໃນຫົວຂໍ້ “+IT ການຂະຫຍາຍຕົວໃໝ່” ວ່າ: ພື້ນຖານດ້ານໄອທີທີ່ໜ້າເຊືື່ອຖື ແລະ ມີປະສິດທິຜົນ ຈະຊ່ວຍໃຫ້ຜູ້ປະກອບການເພີ່ມລາຍໄດ້ ຫຼຸດຜ່ອນຕົ້ນທຶນ ແລະ ບັນລຸການເຕີບໂຕຂະຫຍາຍໃໝ່ດ້ານໄອທີ ດ້ວຍການພັດທະນາຢ່າງໄວວາຂອງເຕັກໂນໂລຊີທີ່ພົ້ນເດັ່ນ ເຊັ່ນ: 5G ອິນເຕີເນັດ ລະບົບ cloud ແລະ AI ສົ່ງຜົນໃຫ້ຜູ້ປະກອບການດ້ານໄອຊີທີ ມີຄວາມຕ້ອງການອັນຮີບດ່ວນສໍາລັບການຫັນເປັນດີຈີຕອນ ຜູ້ປະກອບການຈໍາເປັນຕ້ອງເລັ່ງການຫັນເປັນດີຈີຕອນຂອງຕົນ ຜູ້ປະກອບການຈໍາເປັນຕ້ອງເຮັດໃຫ້ການຫັນເປັນດີຈີຕອນຂອງອຸດສາຫະກໍາ ToB ແຕ່ການປ່ຽນແປງເຫຼົ່ານີ້ ຈະຕ້ອງຍົກລະດັບພື້ນຖານໂຄງລ່າງດ້ານໄອທີ ບັນລຸການນຳ cloud ໃນການສະໜັບສະໜູນເພື່ອສະໜອງຕໍ່ອຸດສາຫະກຳນີ້ໃຫ້ໄດ້ໄວທີ່ສຸດ ພື້ນຖານໄອທີອັດສະລິຍະຂອງຫົວເຫວີຍ ຖືກອອກແບບມາເປັນພິເສດເພື່ອຕອບສະໜອງຄວາມຕ້ອງການ ໃໝ່ໆໃຫ້ຜູ້ປະກອບດ້ານໄອຊີທີ ພື້ນຖານນີ້ລວມມີ cloud ທີ່ແຈກຢາຍຮ່ວມກັນຢ່າງເຕັມຮູບແບບ ແລະ ສູນຂໍ້ມູນດາຕາທັງໝົດ.
ໃນງານດຽວກັນ ຫົວເຫວີຍ ຍັງໄດ້ນໍາສະເໜີ cloud-native solution ອັນທຳອິດຂອງອຸດສະຫະກຳຄລາວ ທີ່ເຮັດວຽກຮ່ວມກັນຢ່າງເຕັມທີ່ ຊ່ວຍໃຫ້ຜູ້ປະກອບການສາມາດບັນລຸການສະໜັບສະໜູນດ້ານໄອຊີທີ ການເຊື່ອມໂຍງເຄືອຂ່າຍ cloud ການບໍລິການ PaaS ຊັບພອດທາງຂໍ້ມູນດາຕາ ແພລດຟອມສື່ຕ່າງໆ ແລະ ການບໍລິການ PaaS ສໍາລັບຜູ້ປະກອບການດ້ານອຸດສາຫະກໍາ ບັນລຸເປົ້າໝາຍການບໍລິການແບບຄົບວົງຈອນ ເພື່ອເຮັດໃຫ້ການນຳໃຊ້ບໍ່ຖືກຈຳກັດດ້ວຍຂົງເຂດທີ່ຢູ່ ການເຊື່ອມຂ້າມ cloud ທີ່ຕ່າງກັນ ຫຼື ດາຕາທີ່ບໍ່ພຽງພໍ ຮັບປະກັນປະສົບການນໍາໃຊ້ໃນມາດຕະຖານດຽວ ປະເພດຂໍ້ມູນທີ່ເພີ່ມຂຶ້ນ ການນໍາໃຊ້ຂໍ້ມູນທີ່ເພີ່ມຂຶ້ນ ການຮັກສາຂໍ້ມູນທີ່ສໍາຄັນເພີ່ມຂຶ້ນ ສູນຂໍ້ມູນທີ່ມີປະສິດທິຜົນສູງຂຶ້ນ ເຮັດໃຫ້ ຫົວເຫວີຍ ປັບຍຸດທະສາດ One Storage ໃຫ້ເຂັ້ມຂຸ້ນຂຶ້ນ ຊຸດຂອງຜະລິດຕະພັນໂຄງສ້າງພື້ນຖານຂໍ້ມູນນະວັດຕະກໍາໄດ້ຖືກເປີດເຜີຍໃນກອງປະຊຸມນີ້ ເຊິ່ງຈະຊ່ວຍໃຫ້ຜູ້ປະກອບການສາມາດສືບຕໍ່ພັດທະນາຄັງຂໍ້ມູນຂອງຕົນເອງໄດ້ຢ່າງບໍ່ຢຸດຢັ້ງ ຫົວເຫວີຍ One Storage ໄດ້ບັນລຸການຈັດສັນຊັບພະຍາກອນຕາມຄວາມຕ້ອງການການຄຸ້ມຄອງອັດສະລິຍະ ແລະ ເຊື່ອມປະສານ cloud ແບບຫຼາຍສາຍ ສະໜັບສະໜູນການຍົກລະດັບຢ່າງຕໍ່ເນື່ອງຂອງໂຄງສ້າງຂໍ້ມູນຂອງຜູ້ປະກອບການ ແລະ ການຂະຫຍາຍທຸລະກິດໃໝ່.
ທ້າຍປີ 2021 ຫົວເຫວີຍ cloud ແລະ ຄູ່ຮ່ວມທຸລະກິດ ໄດ້ສ້າງເຂດການນຳໃຊ້ແລ້ວ 61 ເຂດ ຢູ່27 ຂົງເຂດທົ່ວໂລກ ກວມເອົາຫຼາຍກວ່າ 170 ປະເທດ ແລະ ພາກພື້ນ ພ້ອມທັງໄດ້ດໍາເນີນການຮ່ວມມືການບໍລິການ cloud ແບບເຈາະເລິກກັບຫຼາຍກວ່າ 120 ຜູ້ປະກອບການ ປະເຊີນກັບການຫັນເປັນອຸດສາຫະກໍາດີຈີຕອນ ໃນ 9 ອຸດສາຫະກໍາພົ້ນເດັ່ນ ເຊັ່ນ: ການຜະລິດ ການຂາຍຍ່ອຍ ການປິ່ນປົວດູແລສຸຂະພາບ ແລະ ອື່ນໆ ຫົວເຫວີຍໄດ້ສະໜອງການບໍລິການຄຣາວຫຼາຍກວ່າ 50 ຟັງຊັ້ນຢ່າງເຕັມຮູບແບບ ໃນເວລາດຽວກັນ ຫົວເຫວີຍ ຍັງໄດ້ສະໜອງການບໍລິການເກັບຮັກສາຂໍ້ມູນອັດສະລິຍະ ແລະ ປະສິດທິຜົນສໍາລັບຫຼາຍກ່ວາ 300 ຜູ້ປະກອບການທົ່ວໂລກ Huawei Ocean Stor Dorado ໄດ້ເຂົ້າເປັນ Leaders Quadrant ຂອງ Gartner ເປັນເວລາ 6 ປີຕິດຕໍ່ກັນ ພື້ນຖານໂຄງລ່າງ IT ທີ່ໜ້າເຊື່ອຖື ມີປະສິດທິຜົນ ແລະ ອັດສະລິຍະ ແມ່ນມີຄວາມສຳຄັນຫຼາຍສຳລັບຜູ້ປະກອບການ ເພື່ອກ້າວໄປສູ່ດີຈີຕອນ ຫົວເຫວີຍ ຈະສືບຕໍ່ເຮັດວຽກຮ່ວມກັບຜູ້ປະກອບການ ເພື່ອນໍາສະເໜີໂຄງລ່າງດ້ານໄອທີ ຊ່ວຍໃຫ້ອຸດສາຫະກໍາກ້າວໄປສູ່ດີຈີຕອນ ແລະ ບັນລຸການເຕີບໂຕໃໝ່ຮ່ວມກັນ.
# ຂ່າວ – ພາບ : ສະບາໄພ