ເຈົ້າຄອງ ຕ້ອນຮັບເອກອັກຄະລັດຖະທູດອັງກິດປະຈຳລາວ

     ທ່ານ ຈອນ ເພຍສັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງປະເທດອັງກິດ ປະຈຳ ສປປ ລາວ ເຂົ້າຢ້ຽມຄຳນັບທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ເພື່ອສະແດງຄວາມຍິນດີທີ່ໄດ້ຮັບໜ້າທີ່ເປັນເຈົ້າຄອງຄົນໃໝ່ ໃນວັນທີ 3 ມີນາ 2022 ທີ່ຫ້ອງການປົກຄອງ ນວ. 

     ໂອກາດນີ້ ທ່ານເຈົ້ນຄອງກໍໄດ້ສະແດງຄວາມຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຄຳນັບຄັ້ງນີ້ ເຊິ່ງເປັນການຮັດແໜ້ນຄວາມສາມັກຄີລະຫວ່າງສອງປະເທດ ລະຫວ່າງລາວ-ອັງກິດ ພ້ອມກັນນັ້ນ ທັງທອງຝ່າຍກໍໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ກັນຊາບ ໄລຍະຜ່ານມາ ສອງປະເທດໄດ້ຢ້ຽມຢາມ ແລກປ່ຽນບົດຮຽນ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວຫຼາຍດ້ານ ເປັນຕົ້ນວຽກງານການສຶກສາ ສາທາລະນະສຸກ ແລະ ອື່ນໆ ພ້ອມທັງປຶກສາຫາລືແຜນການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕໍ່ໜ້າຕື່ມອີກ. 

    ນອກຈາກນີ້ ທ່ານ ຈອນ ເພຍສັນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ພ້ອມທັງກ່າວວ່າຈະນຳເອົາຄຳປຶກສາຫາລືຄັ້ງນີ້ໄປຄົ້ນຄວ້າກັບໝູ່ຄະນະ ແລະ ຈະສືບຕໍ່ຕັ້ງໜ້າປະຕິບັດໜ້າທີ່ຂອງຕົນໃຫ້ດີທີ່ສຸດ ເພື່ອປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບຂອງສອງປະເທດ ອັງກິດ-ລາວໃຫ້ນັບມື້ນັບກ້ວາງຂວາງ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!