ເຜີຍແຜ່ວຽກງານລົງສໍາຫຼວດເກັບກໍາຂໍ້ມູນຕອນດິນ 8 ປະເພດຢູ່ເມືອງໃໝ່

    ກອງປະຊຸມເຜີຍແຜ່ວຽກງານລົງສໍາຫຼວດເກັບກໍາຂໍ້ມູນຕອນດິນ 8 ປະເພດຢູ່ໃນ 24 ບ້ານ ເມືອງໄຊທານີ ຂອບເຂດເມືອງໃໝ່ ຈັດຂຶ້ນວັນທີ 3 ມີນາ 2022 ທີ່ສູນ 489 ກະຊວງປ້ອງກັນປະເທດ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີທ່ານ ນາງ ດໍາດວນ ຈັນທະວົງ ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ນະຄອນຫຼວງວຽງຈັນ ບັນດາຜູ້ຕາງໜ້າຈາກພະແນກ ຂະແໜງການກ່ຽວຂ້ອງ ແລະ ນາຍບ້ານ 24 ບ້ານເຂົ້າຮ່ວມ.

    ທ່ານ ນາງ ດໍາດວນ ຈັນທະວົງ ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບສໍາຫຼວດເກັບກໍາ ຂໍ້ມູນຕອນດິນ 8 ປະເພດ 24 ບ້ານ ເມືອງໃໝ່ ແລະ ແຜນການເຄື່ອນໄຫວການລົງສໍາຫຼວດ-ເກັບກໍາ ຂໍ້ມູນດິນ 8 ປະເພດ ຢູ່ 24 ບ້ານຂອງເມືອງໃໝ່ (ເມືອງລ້ານຊ້າງ) ເຊິ່ງມີຈຸດປະສົງເພື່ອກວດຄືນການຈັດສັນດິນ 8 ປະເພດ ຢູ່ໃນ 24 ບ້ານ ຂອງເມືອງໄຊທານີຄືນໃໝ່ ໃຫ້ຄວາມລະອຽດ ຊັດເຈນ ຫຼີກລ່ຽງການຄາດເດົາ ແລະ ສາມາດເປັນຂໍ້ມູນປະກອບເຂົ້າໃນບົດວິພາກ ເພື່ອສະເໜີສ້າງຕັ້ງເມືອງໃໝ່ ເພື່ອຄຸ້ມຄອງດິນລັດຄຸ້ມຄອງບໍ່ໃຫ້ມີການບຸກລຸກຂອງປະຊາຊົນ ແລະ ການຊື້ຂາຍ ການມອບໃຫ້ບຸກຄົນ ການຈັດຕັ້ງທີ່ບໍ່ຖືກຕ້ອງຕາມລະບຽບ ແລະ ວາງແຜນໃນການນໍາໃຊ້ທີ່ດິນໃຫ້ມີປະສິດທິຜົນສູງ ເຂົ້າໃນການພັດທະນາເມືອງໃໝ່ໃນຕໍ່ໜ້າ.

    ກອງປະຊຸມໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມປະກອບຄໍາຄິດຄໍາເຫັນ ແລະ ຊັກຖາມຂໍ້ຂ້ອງໃຈ ເຊິ່ງຄໍາເຫັນສ່ວນຫຼາຍສະເໜີແມ່ນ: ເນື້ອທີ່ດິນການກະສິກໍາ ພ້ອມດຽວກັນນັ້ນ ທ່ານເຈົ້າເມືອງໄຊທານີ ກໍໄດ້ມີຄໍາເຫັນຊີ້ນໍາກ່ຽວກັບດິນ 8 ປະເພດຕື່ມອີກ.

# ຂ່າວ & ພາບ: ວຽງມາ

error: Content is protected !!