ຫາລືຄວາມທ້າທາຍ-ກາລະໂອກາດໃນການພັດທະນາເສດຖະກິດ ນວ

    ກອງປະຊຸມຮ່ວມລະຫວ່າງຄະນະສູນກາງ ຮ່ວມກັບ ນະຄອນຫຼວງວຽງຈັນ (ນວ) ພາຍໃຕ້ຫົວຂໍ້ ຄວາມທ້າທາຍ ແລະ ກາລະໂອກາດໃນການພັດທະນາເສດຖະກິດ ນວ ຜ່ານການເຊື່ອມຕໍ່ທາງລົດໄຟ ຈັດຂຶ້ນວັນທີ 3 ມີນາ 2022 ຢູ່ຫ້ອງວ່າການປົກຄອງ ນວ ໂດຍການເປັນປະທານຮ່ວມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ ທ່ານ ຈັນທະບູນ ລັດຕະນະວົງ ຫົວໜ້າຄະນະຜູ້ຊ່ວຍວຽກທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ມີບັນດາທ່ານຫົວໜ້າພະແນກການກ່ຽວຂ້ອງ ພາກທຸລະກິດ ນວ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ກອງປະຊຸມໃນຄັ້ງນີ້ ທີມງານຊ່ວຍວຽກທ່ານນາຍົກລັດຖະມົນຕີ ທີມງານເສດຖະກິດຂອງ ນວ ແລະ ພາກທຸລະກິດ ໄດ້ພ້ອມກັນປະເມີນການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຢູ່ ນວ ຕາມການຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ກໍຄື ນັບຕັ້ງແຕ່ໄດ້ມີການເຜີຍແຜ່ ແນະນໍາມາຮອດປັດຈຸບັນ ມີຄວາມຄືບໜ້າ ຫຼື ມີຜົນຈັດຕັ້ງປະຕິບັດຄືແນວໃດແລ້ວ ແລະ ອື່ນໆ ເພື່ອປະເມີນເສດຖະກິດ ຫຼັງຈາກນໍາໃຊ້ທາງດ່ວນ ທາງລົດໄຟລາວ-ຈີນ ແລະ ການເປີດທົດລອງການທ່ອງທ່ຽວສີຂຽວ ປະເມີນການຫັນເປັນຕົວເມືອງເປັນທັນສະໄໝ ການຫັນໃຫ້ຟື້ນຖານເສດຖະກິດເຂັ້ມແຂງ-ຍືນຍົງ ປະເມີນການຫັນເປັນທັນສະໄໝໃນການເກັບລາຍຮັບງົບປະມານ ແລະ ຄົ້ນຄວ້າປຶກສາຫາລືກ່ຽວກັບການແບ່ງຂັ້ນຄຸ້ມຄອງ ລະຫວ່າງສູນກາງ ກັບ ນວ ຕາມທິດທາງ ນວ.

   ໂອກາດນີ້ ທ່ານນາງ ບົວວອນ ສຸກລາແສງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ໄດ້ລາຍງານກ່ຽວກັບບັນຫາການສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ-ຍືນຍົງ (ຫັນປ່ຽນໄປສູ່ສັງຄົມການຜະລິດ) ການປັບປຸງສະພາບແວດລ້ອມ ແລະ ແກ້ໄຂຄວາມຫຍຸ້ງຍາກ ຂອງການດໍາເນີນທຸລະກິດຢູ່ຂັ້ນ ນວ ວ່າ: ໄດ້ປັບປຸງການເຮັດວຽກຂອງໜ່ວຍງານຫ້ອງການບໍລິການການລົງທຶນປະຕູດຽວ ໂດຍເອົາພາກສ່ວນອຸດສາຫະກໍາ ແລະ ການຄ້າ ແລະ ສ່ວຍສາອາກອນ ນວ ທີ່ຈະປະຈໍາການຢູ່ຫ້ອງການບໍລິການການລົງທຶນປະຕູດຽວ ຢູ່ພະແນກແຜນການ ແລະ ການລົງທຶນ ໄດ້ສັງລວມຂັ້ນຕອນ ກໍານົດເວລາ ເອກະສານປະກອບ ໃນການຄົ້ນຄວ້າອອກໃບອະນຸຍາດລົງທຶນ ໃບທະບຽນວິສາຫະກິດ ໃບອະນຸຍາດດໍາເນີນກິດຈະການຈາກຂະແໜງການທີ່ກ່ຽວຂ້ອງ ໄດ້ສັງລວມກິດຈະການຮຽກການລົງທຶນ 5 ປີ (2021-2025) ເຊິ່ງມີ 4 ຂະແໜງການ ຄື:ກະສິກໍາ ແລະ ປ່າໄມ້ ອຸດສາຫະກໍາ ແລະ ການຄ້າ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ໂຍທາທິການ ແລະ ຂົນສົ່ງ ລວມມີ 38 ໂຄງການ ຈັດກອງປະຊຸມແລກປ່ຽນ ລະຫວ່າງພາກລັດ ແລະ ພາກປະກອບການຂອງບັນດາຂະແໜງການທີ່ກ່ຽວຂ້ອງ (ພະແນກອຸດສາຫະກໍາ ແລະ ການຄ້າ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ພະແນກສຶກສາທິການ ແລະ ກີລາ) ໄດ້ຂຶ້ນແຜນໃນການລົງຕິດຕາມກວດກາບັນດາໂຄງການຢູ່ໃນ ນວ ໂດຍສະເພາ ະໂຄງການທີ່ ນວ ອອກອະນຸຍາດຜ່ານມາ ໄດ້ຂຶ້ນບັນຊີເປົ້າຫມາຍໄວ້ແລ້ວມີໂຄງການສໍາປະທານ 59 ໂຄງການ ກິດຈະການທົ່ວໄປໃນບັນຊີຄວບຄຸມ 21 ໂຄງການ ບົດບັນທຶກຄວາມເຂົ້າໃຈ 21 ໂຄງການ ໃນວັນທີ 8 ກຸມພາ 2022 ໄດ້ລົງຕິດຕາມການຈັດຕັ້ງປະຕິບັດສັນຍາສໍາປະທານໂຄງການພັດທະນາແຫຼ່ງທ່ອງທ່ຽວ ຂອບເຂດອ່າງນໍາຊວງ ຢູ່ບ້ານສີວິໄລ ແລະ ບ້ານຖ່າ ເມືອງນາຊາຍທອງ ຂອງບໍລິສັດ ເອເຊຍຮ່ວມພັດທະນາກໍ່ສ້າງ ສ້ອມແປງຂົວ-ທາງ ຈໍາກັດຜູ້ດຽວ.

     ບັນຫາການສົ່ງເສີມການປະຢັດ ຕ້ານການຟຸມເຟືອຍ ຍົກສູງປະສິດທິຜົນການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂໜີ້ສິນພາຍໃນ ແລະ ຕ່າງປະເທດ ບັນດາຂະແໜງການກ່ຽວຂ້ອງ ໄດ້ມີມາດຕະການໃນການຈັດຕັ້ງປະຕິບັດຄື: ໃນໄລຍະຜ່ານມາ ນະຄອນຫຼວງວຽງຈັນໄດ້ເອົາໃຈໃສ່ລົງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງ ເພື່ອຕອບສະໜອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຕາມຄວາມຮຽກຮ້ອງຕ້ອງການໃນແຕ່ລະໄລຍະ ຈາກການລົງທຶນດັ່ງກ່າວ ໄດ້ເຮັດໃຫ້ພື້ນຖານໂຄງລ່າງພາຍໃນ ນວ ມີການພັດທະນາດີຂຶ້ນ ໄດ້ປະກອບສ່ວນເຮັດໃຫ້ເສດຖະກິດຂອງ ນວ ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ພ້ອມທັງເປັນການກະຕຸກຊຸກຍູ້ເຮັດໃຫ້ຂະບວນການຜະລິດ ການບໍລິການຂອງສັງຄົມ ນັບມື້ນັບເຕີບໂຕ.

    ຄຽງຄູ່ກັບດ້ານດີ ຍັງມີຂໍ້ຫຍຸ້ງຍາກບາງອັນ ຄື: ຄວາມຮຽກຮ້ອງຕ້ອງການໃນການພັດທະນາພື້ນຖານໂຄງລ່າງສູງ ແຕ່ການສະໜອງງົບປະມານມີຈໍາກັດ ເຮັດໃຫ້ມີໜີ້ສິນໂຄງການລົງທຶນຂອງລັດຢ່າງຫຼວງຫຼາຍ ເຊິ່ງໜີ້ສິນໂຄງການກໍ່ສ້າງພື້ນຖານໂຄງລ່າງ ມາຮອດປັດຈຸບັນມີທັງຫມົດ 156 ໂຄງການ ແລະ ຍັງຄ້າງຊໍາລະຕາມວຽກສໍາເລັດ 2.497,08 ຕື້ກີບ ມີຫຼາຍໂຄງການທີ່ຍັງຈັດຕັ້ງປະຕິບັດບໍ່ທັນສໍາເລັດຕາມແຜນການ ແລະ ຄາດໝາຍທີ່ວາງໄວ້ ອັນເນື່ອງມາຈາກບໍລິສັດຜູ້ຮັບເໝົາມີຄວາມຫຍຸ້ງຍາກທາງດ້ານການເງິນ ເປັນຕົ້ນ ໂຄງການກໍ່ສ້າງທາງເລກ 11 (ຕອນໃຕ້) ຊຽງຄວນ-ບ້ານພ້າວ 6 ໂຄງການສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງແຕ່ເຂດຈັດສັນອຸດສາຫະກໍາ-ໂນນທອງ-ຫົວຊຽງ-ບ້ານດຸງ-ໂຊກນ້ອຍ ອອກໃສ່ທາງ 450 ປີ ແລະ ຄູກໍ່ສ້າງທາງແຕ່ 13 ເໜືອ-ບ້ານຈັດສັນໜອງໜ້ຽວ-ໜອງແຕ່ງ ແລະ ຮ່ອມ 5 ບ້ານໜອງໜ້ຽວ ໄລຍະ 2 ແລະ ໂຄງການອື່ນໆ ການບໍາລຸງຮັກສາ ແລະ ສ້ອມແປງໂຄງການກໍ່ສ້າງພື້ນຖານໂຄງລ່າງ ກໍຍັງເຮັດບໍ່ທັນໄດ້ດີ ຍັງມີຫຼາຍໂຄງການທີ່ມີຄວາມຮຽກຮ້ອງຕ້ອງການໃນການພັດທະນາ ແຕ່ກໍບໍ່ສາມາດປະຕິບັດໄດ້ ຍ້ອນຂາດແຄນງົບປະມານ ເປັນຕົ້ນ ໂຄງການກໍ່ສ້າງທາງດ່ວນໝາຍເລກ 1 ແລະ ໂຄງການກໍ່ສ້າງທາງວົງແຫວນຮອບນອກຕ່າງໆ.

# ຂ່າວ & ພາບ : ສີພອນ

error: Content is protected !!