ໄຂກອງປະຊຸມວຽກງານການທະຫານທ້ອງຖິ່ນທົ່ວປະເທດຄັ້ງທີ V

   ກອງປະຊຸມວຽກງານການທະຫານທ້ອງຖິ່ນທົ່ວປະເທດ ຄັ້ງທີ V ໄຂຂຶ້ນວັນທີ 3 ມີນາ 2022 ທີ່ກະຊວງປ້ອງກັນປະເທດ ເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ມີລັດຖະມົນຕີ ຮອງລັດຖະມົນຕີຈາກກະຊວງອ້ອມຂ້າງ ເຈົ້າແຂວງຄະນະ ປກຊ-ປກສ ແຂວງ ແລະ ພະແນກການ ທະຫານທ້ອງຖິ່ນແຂວງທົ່ວປະເທດເຂົ້າຮ່ວມ.

    ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກ່າວວ່າ: ວຽກງານການທະຫານທ້ອງຖິ່ນ ມີທີ່ຕັ້ງ ບົດບາດສໍາຄັນຫຼາຍ ໃນແນວທາງການທະຫານຂອງພັກ ໃນຕະຫຼອດທຸກໆໄລຍະຂອງການປະຕິວັດປະເທດເຮົາ ບໍ່ວ່າໃນຍາມສົງຄາມ ກໍຄືໃນຍາມສັນຕິພາບ ພັກເຮົາເວລາໃດກໍຢຶດໝັ້ນຖືເອົາການປະຕິບັດໜ້າທີ່ ປກຊ-ປກສ ທົ່ວປວງຊົນ ອີງໃສ່ປະຊາຊົນ ຈາກປະຊາຊົນ ເອົາກຳລັງແຮງຂອງມະຫາຊົນ ແລະ ກຳລັງໃນແຕ່ລະບໍລິເວນທ້ອງຖິ່ນ ເພື່ອຕີເອົາຊະນະສັດຕູ ແລະ ເປັນກໍາລັງແກ່ນສານໃນການປົກປັກຮັກສາ ພັດທະນາທ້ອງຖິ່ນບ້ານຊ່ອງ ສະນັ້ນ ວຽກງານການທະຫານທ້ອງຖິ່ນ ຈຶ່ງມີບົດບາດສໍາຄັນໃນການຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ຂອງພັກ ເຊິ່ງເວລາໃດກໍຕິດພັນກັບໜ້າທີ່ພັດທະນາເສດຖະກິດ-ສັງຄົມຢູ່ທ້ອງຖິ່ນ ແລະ ຂອບເຂດໃນທົ່ວປະເທດ ຊຸມປີຜ່ານມາ ກຳລັງປະກອບອາວຸດທ້ອງຖິ່ນໄດ້ເອົາໃຈໃສ່ຢ່າງຕັ້ງໜ້າກັບກໍາລັງຫຼວງ ປະຕິບັດ 2 ໜ້າທີ່ຍຸດທະສາດຂອງພັກຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຍາດໄດ້ຜົນສຳເລັດໃນຫຼາຍດ້ານທີ່ເປັນໜ້າຊື່ນຊົມ ແຕ່ພ້ອມກັນນັ້ນ ກໍຍັງມີດ້ານອ່ອນ ຂໍ້ຄົງຄ້າງ ຈຳນວນໜຶ່ງ ທີ່ຕ້ອງໄດ້ແກ້ໄຂ ເຊິ່ງກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນຄົ້ນຄວ້າຊອກໃຫ້ເຫັນດ້ານດີ ແລະ ດ້ານອ່ອນທີ່ຍັງຄົງຄ້າງຂອງວຽກງານການທະຫານທ້ອງຖິ່ນໃນໄລຍະຜ່ານມາໃຫ້ເລິກເຊິ່ງ ຊອກໃຫ້ເຫັນບັນດາສາເຫດເພື່ອມາຖອດຖອນໄດ້ບົດຮຽນ ບົນພື້ນຖານດັ່ງກ່າວນັ້ນ ເພື່ອກຳນົດທິດທາງ-ໜ້າທີ່ວຽກງານທີ່ຕ້ອງສູ້ຊົນປະຕິບັດໃນຊຸມປີຕໍ່ໜ້າແຕ່ນີ້ຫາປີ 2025 ແນໃສ່ເຮັດໃຫ້ວຽກງານການທະຫານທ້ອງຖິ່ນໃນທົ່ວປະເທດມີການຫັນປ່ຽນດີຂຶ້ນຢ່າງຕັ້ງໜ້າ ສາມາດຮັບປະກັນໄດ້ຄວາມສະຫງົບ ປອດໄພທົ່ວປວງຊົນຮອບດ້ານ ສ້າງແຂວງໃຫ້ກາຍເປັນທິດຍຸດທະສາດໜຶ່ງຂອງປະເທດ ສ້າງເມືອງໃຫ້ເປັນຫົວໜ່ວຍເອກະລາດສູ້ຮົບ ສ້າງບ້ານໃຫ້ເປັນປ້ອມໝັ້ນສູ້ຮົບ ແລະ ກຸ່ມບ້ານສູ້ຮົບຕິດລ່ຽນຢູ່ແຕ່ລະບໍລິເວນຂອງປະເທດ.

    ກອງປະຊຸມ ຈະໄດ້ຮັບຟັງການສະຫຼຸບຕີລາຄາ ແລະ ກຳນົດທິດທາງວຽກງານການທະຫານທ້ອງຖິ່ນໃນຊຸມປີຕໍ່ໜ້າ ຟັງການລາຍງານ ແລະ ການປະກອບຄຳເຫັນຂອງຜູ້ແທນຈາກບັນດາກະຊວງ ແຂວງ ນະຄອນຫຼວງ ເມືອງ ແລະ ກົມກອງຈຳນວນໜຶ່ງ ພ້ອມນັ້ນ ຍັງຈະໄດ້ຮັງຟັງການໂອ້ລົມຂອງສະຫາຍເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກ ປະທານປະເທດ ປະທານຄະນະກຳມະການ ປກຊ-ປກສ ສູນກາງ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!