ການຄຸ້ມຄອງຕົວເມືອງ ຕ້ອງເຮັດຕາມຫຼັກວິທະຍາສາດ ມີຄວາມລະອຽດອ່ອນ ແລະ ແບບອັດສະລິຍະ

    ທ່ານ ສີຈິ້ນຜິງ ປະທານປະເທດຈີນ ເຂົ້າຮ່ວມພິທີເປີດຊຸດເຝິກອົບຮົມພະນັກງານໄວໜຸ່ມ ແລະ ໄວກາງຄົນ ຂອງໂຮງຮຽນທິດສະດີພັກຂັ້ນສູນກາງ ວັນທີ 1 ມີນາ 2022 ແລະ ໄດ້ກ່າວເນັ້ນໜັກວ່າ: ພະ ນັກງານທັງຫຼາຍ ຕ້ອງເພີ່ມທະວີແນວຄວາມຄິດທີ່ຖືກຕ້ອງ ແມ່ນຍໍາ ໃນເວລາວາງແຜນຕ້ອງຮູ້ຈັກຄວບ ຄຸມສະພາບຮອບດ້ານ ໃນເວລາຈັດຕັ້ງປະຕິບັດ ຕ້ອງເຮັດຢ່າງລະອຽດ ຖືກຕ້ອງ ຕ້ອງເຮັດວຽກໃຫ້ໜັກ ແໜ້ນ ແລະ ຮອບຄອບ ປຽບເໝືອນສີມືການແສ່ວດອກໄມ້.

    ສໍາລັບການຄຸ້ມຄອງຕົວເມືອງ: ຄວນເຮັດຢ່າງລະອຽດ ປານີດ ຄືກັນກັບການແສ່ວດອກໄມ້ ວັນທີ 5 ມີນາ 2017 ທ່ານ ສີຈິ້ນຜິງ ໄດ້ຍົກໃຫ້ເຫັນໃນເວລາເຂົ້າຮ່ວມການປຶກສາຫາລືຂອງຄະນະຜູ້ແທນນະຄອນ ຊຽງໄຮ້ ໃນກອງປະຊຸມສະພາປະຊາຊົນແຫ່ງຊາດ ວ່າ: ຕ້ອງບຸກເບີກເສັ້ນທາງໃໝ່ແຫ່ງການຄຸ້ມຄອງສັງ ຄົມທີ່ສອດຄ່ອງກັບຈຸດພິເສດ ແລະ ກົດເກນຂອງຕົວເມືອງໃຫຍ່ໃຫ້ສຳເລັດຜົນ ນີ້ແມ່ນບັນຫາໃຫຍ່ທີ່ຕິດ ພັນກັບການພັດທະນານະຄອນຊຽງໄຮ້ ການປຽບທຽບດ້ວຍການ “ແສ່ວດອກໄມ້” ສິ່ງທີ່ທ່ານ ສີຈິ້ນຜິງ ເນັ້ນໜັກນັ້ນ ແມ່ນການຄຸ້ມຄອງຕົວເມືອງຕ້ອງເຮັດຕາມ “ຫຼັກວິທະຍາສາດ ມີຄວາມລະອຽດອ່ອນ ແລະ ແບບອັດສະລິຍະ” ແນໃສ່ບັນຫາ ແລະ ແກ້ໄຂເປັນແຕ່ລະບັນຫາ.

    ຕໍ່ກັບບັ້ນລຶບລ້າງຄວາມທຸກຍາກ ທ່ານກ່າວວ່າ: ທົ່ວຂະບວນການ ກໍຕ້ອງຖືກຕ້ອງກັບເປົ້າໝາຍ ບາງ ເທື່ອຕ້ອງໃຊ້ສີມື “ການແສ່ວດອກໄມ້” ວຽກງານລຶບລ້າງຄວາມທຸກຍາກປະເຊີນກັບສະພາບການທີ່ສັບສົນ ຍິ່ງເຮັດຍິ່ງຍາກ ຄວາມສຳຄັນຂອງການລຶບລ້າງຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍ ກໍຍິ່ງພົ້ນເດັ່ນ ຂຶ້ນ ຕໍ່ໜ້າກັບຄວາມທຸກຍາກ ຕ້ອງຊອກໃຫ້ເຫັນສາເຫດທີ່ພາໃຫ້ທຸກຍາກ ແລະ ຊ່ວຍເຫຼືອໃຫ້ຖືກບ່ອນ ສຳລັບຜູ້ທີ່ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ຍິ່ງຕ້ອງການຈັດສັນດ້ານອຸດສາກຳ ຕາມເງື່ອນໄຂທີ່ ມີ ແລະ ວາງນະໂຍບາຍຕາມຫຼັກວິທະຍາສາດ ຈຶ່ງຈະສາມາດປ້ອງກັນບໍ່ໃຫ້ກັບມາທຸກຍາກຄືນໃໝ່.

    ໃນເວລາກ່າວເຖິງການກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທ່ານ ສີຈິ້ນຜິງ ກ່າວວ່າ: ສິ່ງທີ່ “ໜຶ່ງແລວ ໜຶ່ງເສັ້ນທາງ” ສະແຫວງຫາ ແມ່ນຜົນປະໂຫຍດໃຫຍ່ທີ່ດອກໄມ້ນາໆຊະນິດແຂ່ງຂັນກັນເບັ່ງບານ ແຕ່ບໍ່ ແມ່ນຜົນປະໂຫຍດນ້ອຍທີ່ບານພຽງແຕ່ດອກໄມ້ດອກດຽວເທົ່ານັ້ນ ໝາຍເຖິງການຮ່ວມມືແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ວິທີປັກແສ່ວຂອງທ່ານ ສີຈິ້ນຜິງ ກໍແມ່ນຍຶດໝັ້ນຄວາມຍຸຕິທຳ ຄວາມທ່ຽງທຳ ແລະ ຮ່ວມກັນພັດທະນາ ປະເທດໃຫຍ່ແມ່ນເຄົາລົບຜົນປະໂຫຍດທີ່ເປັນແກນກາງ ແລະ ຄວາມກັງວົນທີ່ ສຳຄັນເຊິ່ງກັນ ແລະ ກັນ ປະເທດນ້ອຍແມ່ນບໍ່ເຮັດແບບເຈົ້າອຳນາດທີ່ເປັນໃຫຍ່ໄດ້ແຕ່ໂຕແຕ່ຜູ້ດຽວ ແລະ ບັງຄັບຊື້ບັງຄັບຂາຍ.

    ທ່ານ ສີຈິ້ນຜິງ ກ່າວເຖິງການແສ່ວດອກໄມ້ ທີ່ຈິງແລ້ວແມ່ນເວົ້າເຖິງມາດຕະຖານເຮັດວຽກທີ່ປະຕິບັດ ນະໂຍບາຍຢ່າງຖືກຕ້ອງຕາມເປົ້າໝາຍ ແລະ ທ່າທີຕາມຫຼັກວິທະຍາສາດ ນີ້ແມ່ນອັນໜຶ່ງອັນດຽວກັນກັບ ສິ່ງທີ່ທ່ານກ່າວເຕືອນຊ້ຳແລ້ວຊ້ຳອີກວ່າ: ບໍ່ໃຫ້ “ໂຮຍຜົງໝາກພິກໄທທົ່ວໄປ “ແລະ “ໃຊ້ໝາກແຕກ ລະ ເບີດໂຕໝັດ”.

# ຂ່າວ – ພາບ : ສະບາໄພ

error: Content is protected !!