ທ່ານຮອງນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານຢູ່ 2 ແຂວງພາກເໜືອ

    ວັນທີ 2 ມີນາ 2022 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງອຸດົມໄຊ ມີທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ພະນັກງານທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ.

    ການເຄື່ອນໄຫວວຽກງານຄັ້ງນີ້ ທ່ານຮອງນາຍົກລັດຖະມົນຕີ ໄດ້ໄປຕິດຕາມກວດກາເບິ່ງກິດຈະການຕ່າງໆ ທີ່ຕິດພັນກັບໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ຊ່ວງຜ່ານແຂວງອຸດົມໄຊ ໃນບັນຫາທີ່ຍັງຄົງຄ້າງ ແລະ ຈະຕ້ອງໄດ້ສືບຕໍ່ແກ້ໄຂ ໂດຍສະເພາະ ບັນຫາທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ການທຳການຜະລິດຂອງປະຊາຊົນ ນອກນັ້ນ ກໍໄດ້ໄປເບິ່ງຈຸດທີ່ກຳລັງປັບປຸງ ເພື່ອບໍລິການຄ່ຽນຖ່າຍສິນຄ້າ ສຳລັບການຂົນສົ່ງຜ່ານເສັ້ນທາງລົດໄຟ ຈຸດປັບປຸງຍົກລະດັບຂົວ ແລະ ເສັ້ນທາງເກົ່າຄືນໃໝ່ ເພື່ອສາມາດຮອງຮັບການຂົນສົ່ງສິນຄ້າ-ເຂົ້າອອກ ຈຸດຄ່ຽນຖ່າຍ ຈຸດທີ່ມີແຜນຕໍ່ເຕີມສະຖານີລົດໄຟໂດຍສານ ເພື່ອຮອງຮັບແຂກວີໄອພີ (VIP) ແລະ ການບໍລິການອື່ນໆທີ່ປິ່ນອ້ອມ.

    ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ກໍໄດ້ມີຄຳເຫັນຊີ້ນຳຕໍ່ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ໃຫ້ເອົາໃຈໃສ່ກໍ່ສ້າງກິດຈະການທີ່ມີແຜນລະອຽດແລ້ວໃຫ້ສຳເລັດຕາມຄາດໝາຍ ຮັບປະກັນຄຸນນະພາບ ແລະ ນຳໃຊ້ໄດ້ຍາວນານ ການພັດທະນາກິດຈະການທີ່ບໍ່ທັນມີແຜນລະອຽດ ແມ່ນໃຫ້ສົມທົບກັນຄົ້ນຄວ້າອອກແບບຢ່າງລະອຽດ ຈະແຈ້ງ ສົມເຫດສົມຜົນ ແລ້ວນຳສະເໜີຕໍ່ພາກສ່ວນກ່ຽວຂ້ອງຕາມຂັ້ນຕອນ ແລະ ລະ ບຽບການ ເຊິ່ງການອອກແບບແມ່ນໃຫ້ກົມກຽວ ເປັນລະບົບຄົບຊຸດ ຮັບປະກັນໃຫ້ແກ່ການບໍລິການມີຄວາມສະດວກ ວ່ອງໄວ ມີປະສິດທິພາບ ແລະ ປະສິດທິຜົນ ສັງລວມແລ້ວ ເມື່ອບັນດາກິດຈະການກໍ່ສ້າງດັ່ງກ່າວ ສຳເລັດແລ້ວ ຄາດວ່າຈະຊ່ວຍເຮັດໃຫ້ການແຈກຢາຍ ແລະ ຂົນສົ່ງສິນຄ້າໂດຍທາງລົດໄຟມີຄວາມສະດວກ ວ່ອງໄວ ທັງຫຼຸດຜ່ອນຄວາມແອອັດໃນການຂົນສົ່ງໂດຍລົດບັນທຸກໄດ້ຢ່າງຫຼວງຫຼາຍ.

    ໃນວັນດຽວກັນ ທ່ານຮອງນາຍົກລົດຖະມົນຕີ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງໄປເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຫຼວງນໍ້າທາ ໂດຍມີທ່ານ ອ່ອນຈັນ ຄຳພາວົງ ຮອງເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍພະນັກງານຈາກພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ແລະ ເຂົ້າຮ່ວມເຄື່ອນໄຫວເຮັດວຽກ ການຊຸກຍູ້ວຽກງານຢູ່ແຂວງຫຼວງນໍ້າທາ ແມ່ນໄດ້ໄປເບິ່ງຈຸດຄ່ຽນຖ່າຍສິນຄ້າທີ່ຂົນສົ່ງໂດຍທາງລົດໄຟລາວ-ຈີນ ຢູ່ເຂດນາເຕີຍ ເມືອງ ແລະ ແຂວງຫຼວງນໍ້າທາ ຢ້ຽມຢາມບ້ານຈັດສັນໃໝ່ນາເຕີຍ ທີ່ຊົດເຊີຍໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ພ້ອມທັງພົບປະໂອ້ລົມຕໍ່ປະຊາຊົນບ້ານນາເຕີຍ ຕື່ມອີກ.

# ຂ່າວ & ພາບ : ຊິລິການດາ

error: Content is protected !!