ພາກທຸລະກິດຕ້ອງປະຕິບັດ 6 ເງື່ອນໄຂ 5 ມາດຕະການຢ່າງເຂັ້ມງວດ ຕ້ານການແຜ່ລະບາດຂອງພະຍາດ COVID-19

ເພື່ອ​ເປັນ​ການ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ​ຕໍ່​ເສດ­ຖະ­ກິດ​ຂອງ​ລາວ ຈາກ​ການ​ສືບ­ຕໍ່​ປະ­ຕິ­ບັດ​ມາດ​ຕະ­ການ​ໃນ​ການ​ປ້ອງ​ກັນ ຄວບ​ຄຸມ ສະ­ກັດ​ກັ້ນ ແລະ ແກ້​ໄຂ​ການ​ແຜ່​ລະ­ບາດ​ຂອງ COVID-19 ໃນ​ໄລ­ຍະ​ແຕ່​ວັນ​ທີ 4-17 ພຶດ­ສະ­ພາ 2020 ຄະ­ນະ​ສະ­ເພາະ​ກິດ ເພື່ອ​ປ້ອງ​ກັນ ຄວບ​ຄຸມ ແລະ ແກ້​ໄຂ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ໄດ້​ກຳ­ນົດ ແລະ ປັບ­ປຸງ​ເງື່ອນ­ໄຂ ແລະ ມາດ​ຕະ­ການ​ສຳ­ລັບ​ການ​ສືບ­ຕໍ່​ເຄື່ອນ​ໄຫວ​ຂອງ​ພາກ​ທຸ­ລະ​ກິດ ໃນ​ໄລ­ຍະ​ທີ່​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ຕາມ​ທີ່​ໄດ້​ກຳ­ນົດ​ໃນ​ຄຳ​ແນະ­ນຳ 031/ສພກ ລົງ​ວັນ​ທີ 21 ເມ­ສາ 2020 ເຊິ່ງ​ພາກ​ທຸ­ລະ​ກິດ​ຕ້ອງ​ໄດ້​ປະ­ຕິ­ບັດ 6 ເງື່ອນ­ໄຂ ແລະ 5 ມາດ​ຕະ­ການ​ທີ່​ວາງ​ອອກ​ຢ່າງ​ເຂັ້ມ​ງວດ.

ສຳ­ລັບ 6 ເງື່ອນ­ໄຂ​ຂອງ​ພາກ​ທຸ­ລະ​ກິດ ທີ່​ສາ­ມາດ​ເປີດ​ດຳ­ເນີນ​ກິດ­ຈະ­ການ​ໃນ​ໄລ­ຍະ​ມີ​ການ​ລະ­ບາດ​ຂອງ​ພະ­ຍາດ COVID-19 ປະ­ກອບ​ມີ: 1. ມີ​ສະ­ຖານ­ທີ່​ເຮັດ​ວຽກ​ທີ່​ບໍ່​ແອ​ອັດ ແລະ ຮັບ­ປະ­ກັນ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ 2. ມີ​ຫ້ອງ​ອາ­ຫານ​ທີ່​ບໍ່​ແອ​ອັດ ຮັບ­ປະ­ກັນ​ຫຼັກ­ການ​ອະ­ນາ­ໄມ ບໍ່​ໃຫ້​ໃຊ້​ເຄື່ອງ​ຮ່ວມ​ກັນ ແລະ ເວ­ລາ​ນັ່ງ​ກິນ​ອາ­ຫານ​ຕ້ອງ​ມີ​ໄລ­ຍະ​ຫ່າງ 1 ແມັດ​ຂຶ້ນ​ໄປ ແລະ ມີ​ສະ­ຖານ­ທີ່​ແຍກ​ປ່ຽວ​ສຳ­ລັບ​ກໍ­ລະ­ນີ​ສົງ​ໃສ​ພະ­ຍາດ COVID-19 3. ມີ​ນ້ຳ​ດື່ມ ນ້ຳ​ໃຊ້​ທີ່​ສະ­ອາດ ມີ​ຜ້າ​ອັດ​ປາກ-ດັງ ບ່ອນ​ລ້າງ​ມື ສະ­ບູ ແລະ ເຈລ​ລ້າງ​ມື ໃຫ້​ພະ­ນັກ­ງານ​ກຳ­ມະ­ກອນ​ຢ່າງ​ພຽງ­ພໍ ແລະ ໃຫ້​ຖືກ​ຕາມ​ຫຼັກ­ການ​ອະ­ນາ­ໄມ 4. ມີ​ເຈົ້າ​ໜ້າ­ທີ່​ຮັກ­ສາ​ເວນ­ຍາມ ແລະ ມີ​ການ​ກວດ­ກາ​ພະ­ນັກ­ງານ ກຳ­ມະ­ກອນ​ທີ່​ເຂົ້າ​ອອກ​ຢ່າງ​ເຂັ້ມ​ງວດ 5. ມີ​ໜ່ວຍ​ງານ​ອະ­ນາ­ໄມ ແລະ ມີ​ກະ­ຕ່າ​ຂີ້​ເຫຍື້ອ​ແບບ​ມີ​ຝາ​ປິດ​ຢູ່​ແຕ່​ລະ​ຈຸດ ເພື່ອ​ບັນ­ຈຸ​ຂີ້​ເຫຍື້ອ ແລະ ສິ່ງ​ເສດ​ເຫຼືອ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕິດ­ເຊື້ອ​ພະ­ຍາດ 6. ມີ​ການ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ທີມ​ແພດ ແລະ ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ເຂົ້າ ໄປ​ຕິດ­ຕາມ​ກວດ­ກາ​ເຜີຍ­ແຜ່​ຄວາມ​ຮູ້​ກ່ຽວ​ກັບ​ພະ­ຍາດ COVID-19 ເປັນ​ແຕ່​ລະ​ໄລ­ຍະ ສຳ­ລັບ​ໂຄງ­ການ ບໍ­ລິ­ສັດ ແລະ ໂຮງ­ງານ​ຕ່າງໆ. ນອກ­ຈາກ​ນັ້ນ ພາກ​ທຸ­ລະ​ກິດ​ທີ່​ຈະ​ດຳ­ເນີນ​ກິດ­ຈະ­ການ​ຕ້ອງ​ປະ­ຕິ­ບັດ 6 ມາດ​ຕະ­ການ ຄື: ຕ້ອງ​ມີ​ຈຸດ​ກວດ​ອຸນ­ຫະ­ພູມ ແລະ ສະ­ໜອງ​ເຈວ​ລ້າງ​ມື​ໃຫ້​ພະ­ນັກ­ງານ-ກຳ­ມະ­ກອນ​ຢູ່​ທາງ​ເຂົ້າ-ອອກ ບ່ອນ​ເຮັດ​ວຽກ ຫໍ​ພັກ ແລະ ຫ້ອງ​ອາ­ຫານ ຕອນ​ເຊົ້າ-ແລງ​ໃນ​ແຕ່​ລະ​ວັນ ແລະ ຖ້າ​ພົບ​ເຫັນ​ຜູ້​ມີ​ອາ­ການ​ໄຂ້ (ອຸນ­ຫະ­ພູມ​ສູງ​ກວ່າ 37,5 ອົງ­ສາ) ໄອ ຫຼື ຫາຍ­ໃຈ​ຍາກ​ແມ່ນ​ໃຫ້​ບັນ­ທຶກ​ໄວ້ ແລະ ຕ້ອງ​ໄດ້​ສົ່ງ​ເຂົ້າ​ຫ້ອງ​ແຍກ​ປ່ຽວ​ຂອງ​ໂຄງ­ການ ບໍ­ລິ­ສັດ ແລະ ໂຮງ­ງານ ທີ່​ຈັດ​ໄວ້​ຢ່າງ​ຮີບ​ດ່ວນ ແລ້ວ​ໂທ​ປຶກ­ສາ​ສາຍ​ດ່ວນ 166 ແລະ 165 ພົວ­ພັນ​ໃຫ້​ແພດ​ໝໍ​ເຂົ້າ​ກວດ​ທັນ­ທີ 2. ຕ້ອງ​ມີ​ຜ້າ​ອັດ​ປາກ-ດັງ​ສະ­ໜອງ​ໃຫ້​ພະ­ນັກ­ງານ-ກຳ­ມະ­ກອນ​ທຸກ​ຄົນ​ໃສ່​ຕະ­ຫຼອດ​ໄລ­ຍະ​ເວ­ລາ​ເຮັດ​ວຽກ ແລະ ເວ­ລາ​ຢູ່​ຮ່ວມ​ກັນ​ໃນ​ສະ­ຖານ­ທີ່​ໃດ​ໜຶ່ງ ແລະ ມີ​ສະ­ຖານ­ທີ່​ສະ­ດວກ​ສຳ­ລັບ​ລ້າງ​ມື ໃສ່​ສະ­ບູ ຫຼື ເຈວ​ລ້າງ​ມື ຕ້ອງ​ມີ​ການ​ຮັກ­ສາ​ໄລ­ຍະ​ຫ່າງ​ຢ່າງ​ໜ້ອຍ 1 ແມັດ​ຂຶ້ນ​ໄປ ສຳ­ລັບ​ພະ­ນັກ­ງານ-ກຳ­ມະ­ກອນ ຫ້າມ​ດຳ­ເນີນ​ກິດ­ຈະ­ກຳ​ທີ່​ບໍ່​ສາ­ມາດ​ຮັກ­ສາ​ໄລ­ຍະ​ຫ່າງ​ໄດ້ ເຊັ່ນ: ກີ­ລາ ງານ​ລ້ຽງ ລວມ​ທັງ​ງານ​ຊຸມ­ນຸມ​ຕ່າງໆ 4. ຕ້ອງ​ມີ​ມາດ​ຕະ­ການ​ກວດ­ກາ​ຄົນ​ຂັບ​ລົດ​ຂົນ­ສົ່ງ​ສິນ­ຄ້າ ຫຼື ຜູ້​ມາ​ພົວ­ພັນ​ວຽກ​ຈາກ​ພາຍ​ນອກ​ຢ່າງ​ເຄັ່ງ​ຄັດ ຕາມ​ມາດ​ຕະ­ການ​ທີ່​ວາງ​ອອກ​ຄື​ກັນ​ກັບ​ພະ­ນັກ­ງານ-ກຳ­ມະ­ກອນ​ຂອງ​ຕົນ 5. ຕ້ອງ​ອະ­ນາ­ໄມ​ສະ­ຖານ­ທີ່​ເຮັດ​ວຽກ​ຂອງ​ພະ­ນັກ­ງານ-ກຳ­ມະ­ກອນ ຫ້ອງ​ອາ­ຫານ ຫ້ອງ​ນ້ຳ ບ່ອນ​ພັກ ແລະ ສາງ​ບ່ອນ​ທີ່​ຮັບ​ສົ່ງ​ສິນ­ຄ້າ ພາຍ­ຫຼັງ​ສີ້ນ​ສຸດ​ກິດ­ຈະ­ກຳ​ທຸກໆ​ມື້ ສຳ­ລັບ​ໂຄງ­ການ ບໍ­ລິ­ສັດ ແລະ ໂຮງ­ງານ.

error: Content is protected !!