ການລະເມີດຂໍ້ຫ້າມ ຖືເປັນການກະທຳຜິດທາງອາຍາ

      ຄືດັ່ງທີ່ພວກເຮົາຮູ້ນຳກັນວ່າ ກົດໝາຍແຕ່ລະສະບັບ ແຕ່ລະຂະແໜງ ແຕ່ລະຂົງເຂດກໍລ້ວນແຕ່ເປັນເຄື່ອງມືທີ່ສຳຄັນໃຫ້ແກ່ອົງການບັງຄັບປະຕິບັດກົດໝາຍ ເປັນບ່ອນອີງໃຫ້ແກ່ພົນລະເມືອງນຳໃຊ້ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ໃນເມື່ອສິດແລະ ຜົນປະໂຫຍດຂອງຕົນ ຫາກຖືກແຕະຕ້ອງ ຫຼື ຖືກລະເມີດ ຫຼື ຖືກທຳລາຍຈາກບຸກຄົນອື່ນ. ກົດໝາຍບາງຂະແໜງກໍໄດ້ກຳນົດບັນດາຂໍ້ຫ້າມໄວ້ ເພື່ອເປັນການສະກັດກັ້ນ ບໍ່ໃຫ້ການກະທຳຜິດເກີດຂຶ້ນ ຫຼື ຫາກເກີດຂຶ້ນກໍຈະມີມາດຕະການເພື່ອລົງໃສ່ບຸກຄົນດັ່ງກ່າວ ໂດຍອີງໃສ່ຜົນເສຍຫາຍ ແລະ ຄວາມເປັນອັນຕະລາຍຮ້າຍແຮງຂອງການກະທຳຜິດນັ້ນ. ສະນັ້ນ ກົດໝາຍວ່າດ້ວຍ ການປົກປ້ອງຜູ້ຊົມໃຊ້ກໍໄດ້ກຳນົດບັນດາຂໍ້ຫ້າມຕ່າງໆໄວ້ດັ່ງນີ້:

ຂໍ້ຫ້າມສຳລັບເຈົ້າໜ້າທີ່ ຫຼື ພະນັກງານມີດັ່ງນີ້:

1. ປະຕິບັດໜ້າທີ່ ໂດຍບໍ່ມີຄວາມຍຸຕິທຳ ລຳອຽງ ບໍ່ຖືກຕ້ອງຕາມລະບຽບກົດໝາຍ ຕໍ່ຜູ້ຊົມໃຊ້ ຫຼື ຜູ້ສະໜອງ

2. ສວຍໃຊ້ຖານະຕຳແໜງ ສິດອຳນາດ ແລະ ໜ້າທີ່ ເພື່ອຜົນປະໂຫຍດສ່ວນຕົວ ຮັບສິນບົນທີ່ເນື່ອງມາຈາກການປົກປ້ອງຜູ້ຊົມໃຊ້

3. ປອມແປງເອກະສານ ຫຼື ໃຊ້ເອກະສານປອມ ເປີດເຜີຍຄວາມລັບ ກົດໜ່ວງຖ່ວງດຶງ ຫຼື ທຳລາຍເອກະສານ ກ່ຽວກັບສິນຄ້າ ແລະ ການບໍລິການ

4. ມີພຶດຕິກຳອື່ນ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປົກປ້ອງຜູ້ຊົມໃຊ້.

ຂໍ້ຫ້າມສຳລັບຜູ້ຊົມໃຊ້ມີດັ່ງນີ້:

1. ສົ່ງສິນຄ້າ ຫຼື ການບໍລິການ ທີ່ບໍ່ມີຄຸນນະພາບ ແລະ ບໍ່ໄດ້ມາດຕະຖານ

2. ໂຄສະນາໃສ່ຮ້າຍປ້າຍສີ ສິນຄ້າ ແລະ ການບໍລິການ ຫຼື ມີການກະທຳທີ່ກໍ່ຄວາມເສຍຫາຍໃຫ້ແກ່ຜູ້ສະໜອງ

3. ປະຕິບັດສັນຍາກັບຜູ້ສະໜອງໂດຍບໍ່ຖືກຕ້ອງ ແລະ ຄົບຖ້ວນ

4. ເມີນເສີຍຕໍ່ການລະເມີດລະບຽບກົດໝາຍຂອງເຈົ້າໜ້າທີ່ ພະນັກງານ ຫຼື ຂອງຜູ້ສະໜອງ

5. ນຳໃຊ້ສິນຄ້າ ແລະ ການບໍລິການ ທີ່ສ້າງຄວາມເສຍຫາຍຕໍ່ສະພາບແວດລ້ອມ ຂັດກັບລະບຽບກົດໝາຍ ຮີດຄອງປະເພນີອັນດີງາມ ກໍ່ໃຫ້ເກີດອັນຕະລາຍແກ່ຊີວິດ ສຸຂະພາບ ແລະ ຊັບສິນຂອງບຸກຄົນອື່ນ ແລະ ສັງຄົມ

6. ນຳໃຊ້ເງິນຕາຕ່າງປະເທດ ຊຳລະຄ່າສິນຄ້າ ແລະ ການບໍລິການໂດຍບໍ່ໄດ້ຮັບອະນຸຍາດ

7. ມີພຶດຕິກຳອື່ນ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປົກປ້ອງຜູ້ຊົມໃຊ້.

   ຂໍ້ຫ້າມສຳລັບຜູ້ສະໜອງມີດັ່ງນີ້:

1. ຜະລິດ ນຳເຂົ້າ ຈ່ຳໜ່າຍສິນຄ້າ ທີ່ບໍ່ມີຄຸນນະພາບ ບໍ່ໄດ້ມາດຕະຖານ ສິນຄ້າປອມແປງ ສິນຄ້າລອກຮຽນແບບ ສິນຄ້າຕ້ອງຫ້າມ

2. ໃຫ້ການບໍລິການ ທີ່ບໍ່ມີຄຸນນະພາບ ບໍ່ໄດ້ມາດຕະຖານ ແລະ ຂັດກັບລະບຽບກົດໝາຍ

3. ປະຕິບັດສັນຍາກັບຜູ້ຊົມໃຊ້ໂດຍບໍ່ຖືກຕ້ອງ ແລະ ຄົບຖ້ວນ

4. ສະໜອງສິນຄ້າ ທີ່ກໍ່ໃຫ້ເກີດມົນລະພິດເກີນມາດຕະຖານ ສ້າງຄວາມເສຍຫາຍແກ່ຊີວິດ ສຸຂະພາບ ແລະ ຊັບສິນຂອງຜູ້ຊົມໃຊ້

5. ໂຄສະນາ ຫຼື ສະໜອງ ຂໍ້ມູນຂ່າວສານ ກ່ຽວກັບສິນຄ້າ ແລະ ການບໍລິການທີ່ບໍ່ຖືກຕ້ອງ ຫຼື ເກີນຄວາມຈິງ

6. ປອມແປງເອກະສານ ຫຼື ໃຊ້ເອກະສານປອມ ກ່ຽວກັບສິນຄ້າ ແລະ ການບໍລິການ

7. ຕົວະຍົວະ ຫຼອກລວງ ໃຫ້ສິນບົນທີ່ເນື່ອງມາຈາກການສະໜອງສິນຄ້າ ຫຼື ການໃຫ້ບໍລິການທີ່ບໍ່ຖືກຕ້ອງ

8. ຕິດປະກາດລາຄາ ແລະ ຮັບຊຳລະຄ່າສິນຄ້າ ແລະ ການບໍລິການເປັນເງິນຕາຕ່າງປະເທດ

9. ມີພຶດຕິກຳອື່ນ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປົກປ້ອງຜູ້ຊົມໃຊ້.

ຂໍ້ຫ້າມສຳລັບບຸກຄົນ ແລະ ການຈັດຕັ້ງອື່ນມີດັ່ງນີ້:

1. ສ້າງອຸປະສັກກີດຂວາງ ແຊກແຊງວຽກງານຂອງຜູ້ສະໜອງ ໃນເວລາເຄື່ອນໄຫວວຽກງານປົກປ້ອງຜູ້ຊົມໃຊ້

2. ໂຄສະນາບໍ່ຖືກຕ້ອງກ່ຽວກັບຄຸນນະພາບ ມາດຕະຖານ ຂອງສິນຄ້າ ແລະ ການບໍລິການທີ່ພາໃຫ້ຜູ້ອື່ນເຂົ້າໃຈຜິດ ຫຼື ໃສ່ຮ້າຍປ້າຍສີຜູ້ສະໜອງ

3. ຊ່ວຍເຫຼືອ ປົກປ້ອງຜູ້ສະໜອງ ທີ່ໄດ້ລະເມີດລະບຽບກົດໝາຍ

4. ໃຊ້ຄວາມຮຸນແຮງ ບັງຄັບນາບຂູ່ ຂັດຂວາງການປະຕິບັດວຽກງນຂອງເຈົ້າໜ້າທີ່ປົກປ້ອງຜູ້ຊົມໃຊ້

5. ເປັນສື່ກາງໃຫ້ສິນບົນ ແລະ ຮັບສິນບົນ ທີ່ເນື່ອງມາຈາກການປົກປ້ອງຜູ້ຊົມໃຊ້

6. ມີພຶດຕິກຳອື່ນ ທີ່ລະເມີດລະບຽບກົດໝາຍ ກ່ຽວກັບການປົກປ້ອງຜູ້ຊົມໃຊ້.

    ດັ່ງນັ້ນ ໃນມາດຕະການຕໍ່ຜູ້ລະເມີດ ຈຶ່ງໄດ້ກຳນົດໄວ້ດັ່ງນີ້: ບຸກຄົນ ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດລະບຽບກົດໝາຍກ່ຽວກັບການປົກປ້ອງຜູ້ຊົມໃຊ້ ຈະຖືກປະຕິບັດມາດຕະການສຶກສາອົບຮົມ ທາງວິໄນ ທາງແພ່ງ ຫຼື ລົງໂທດທາງອາຍາແລ້ວແຕ່ກໍລະນີໜັກ ຫຼື ເບົາ.

    ຕາມປະມວນກົດໝາຍອາຍາ ການໂຄສະນາສິນຄ້າເກີນຄວາມເປັນຈິງ ຖືເປັນການກະທຳຜິດທາງອາຍາຕາມມາດຕາ 305 ເນື້ອໃນໄດ້ກຳນົດວ່າ: ບຸກຄົນໃດ ຫາກໂຄສະນາສິນຄ້າ ຫຼື ການບໍລິການ ເກີນຄວາມເປັນຈິງ ຫຼື ບໍ່ຖືກຕ້ອງໂດຍເຈດຕະນາ ຊຶ່ງກໍ່ຄວາມເສຍຫາຍຢ່າງຫຼວງຫຼາຍ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມ ເດືອນຫາ ສາມປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝແຕ່ 5.000.000 ຫາ 20.000.000 ກີບ.

error: Content is protected !!