ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວປະຈຳວັນທີ 3 ມີນາ 2022 ໃຫ້ຮູ້ວ່າ ວັນທີ 2 ມີນາ ທົ່ວປະເທດໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.587 ຕົວຢ່າງ ພົບເຊື້ອ 246 ຄົນ (ຕິດເຊື້ອພາຍໃນ 235 ຄົນ ແລະ ນໍາເຂົ້າ 11 ຄົນ). ບັນດາແຂວງທີ່ມີການຕິດເຊື້ອພາຍໃນ 235 ຄົນຄື

- ນະຄອນຫຼວງວຽງຈັນ (ນວ) 87 ຄົນ
- ຊຽງຂວາງ 32 ຄົນ
- ສາລະວັນ 21 ຄົນ
- ສະຫວັນນະເຂດ 15 ຄົນ
- ອັດຕະປື 12 ຄົນ
- ບໍລິຄຳໄຊ 10 ຄົນ
- ຫົວພັນ 10 ຄົນ
- ເຊກອງ 10 ຄົນ
- ຫຼວງພະບາງ 9 ຄົນ
- ໄຊຍະບູລີ 8 ຄົນ
- ຄຳມ່ວນ 6 ຄົນ
- ຈຳປາສັກ 5 ຄົນ
- ວຽງຈັນ 4 ຄົນ
- ບໍ່ແກ້ວ 2 ຄົນ
- ໄຊສົມບູນ 2 ຄົນ
- ຫຼວງນໍ້າທາ 1 ຄົນ
- ແຂວງຜົ້ງສາລີ 1 ຄົນ
ສໍາລັບການຕິດເຊື້ອນໍາເຂົ້າ ມີ 11 ຄົນ ຈາກສະຫັວນນະເຂດ 5 ຄົນ ຈຳປາສັກ 5 ຄົນ ນວ 1 ຄົນ ເຊິ່ງທັງໝົດໄດ້ເຂົ້າຈຳກັດບໍລິເວນຕາມສະຖານທີ່ກຳນົດໄວ້ກ່ອນຈະກວດພົບເຊື້ອ ປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 143.486 ຄົນ ອອກໂຮງໝໍໃໝ່ 17 ຄົນ ກຳລັງປິ່ນປົວ 1.764 ຄົນ ເສຍຊີວິດສະສົມ 626 ຄົນ ເສຍຊິວິດໃໝ່ 3 ຄົນຄື ໄຊຍະບູລີ 1 ຄົນ ຊຽງຂວາງ 1 ຄົນ ແລະ ຄໍາມ່ວນ 1 ຄົນ. ເຖິງວ່າໂຕເລກລາຍງານຕິດເຊື້ອຈະຫຼຸດລົງກໍຕາມ ແຕ່ອັດຕາການເສຍຊີວິດຂອງຄົນເຈັບຍັງມີໃນແຕ່ລະວັນ ຄົນເຈັບທີ່ເສຍຊີວິດສ່ວນຫຼາຍແມ່ນຜູ້ສູງອາຍຸ ຜູ້ມີພະຍາດປະຈຳໂຕ ບໍໄດ້ຮັບວັກຊີນ ແລະ ສາເຫດຫຼັກອີກອັນໜຶ່ງຍ້ອນຜູ້ທີ່ປີ່ນປົວຕົນເອງຢູ່ເຮືອນມາຫາແພດໝໍຊ້າ ສະນັ້ນ ຜູ້ທີ່ມີເງື່ອນໄຂເໝາະສົມທີ່ຈະປີ່ນປົວຕົນເອງຢູ່ເຮືອນບົນພື້ນຖານໃຫ້ປອດໄພຕ້ອງມີຫ້ອງແຍກປ່ຽວຈາກສະມາຊິກໃນຄອບຄົວ ມີອາການເບົາບາງ ຫຼື ບໍ່ມີອາການ ໄດ້ຮັບວັກຊີນທຸກເຂັມທີ່ແນະນຳຄົບໂດສ ຜູ້ທີ່ມີອາຍຸຕໍ່າກວ່າ 60 ປີ ຜູ້ທີ່ບໍ່ມີພະຍາດປະຈຳໂຕ ແລະ ບໍ່ຖືພາ ຕ້ອງມີອຸປະກອນຕິດຕາມຕົນເອງທຸກມື້ ເປັນຕົ້ນແມ່ນການວັດແທກລະດັບອົກຊີແຊນໃນເລືອດ ປົກກະຕິລະດັບການວັດແທກອົກຊີແຊນໃນເລືອດຕ້ອງສູງກ່ວາ 95% ບາຫຼອດວັດແທກອຸນຫະພູມ ແລະ ມີຢາຈຳເປັນພື້ນຖານ ເປັນຕົ້ນແມ່ນ ຢາຫຼຸດໄຂ້ ວິຕາມີນຊີ ຢາປີ່ນປົວຕາມອາການ ແລະ ອື່ນໆ ປັດຈຸບັນ ທົ່ວປະເທດປະຊາກອນທີ່ສັກວັກຊີນເຂັມທີ 1 ໄດ້ 5.002.363 (ອັດຕາປົກຄຸມ 68.17%) ແລະ ທຸກເຂັມທີ່ແນະນໍາ 4.339.700 (ອັດຕາປົກຄຸມ 59,14%).
# ຂ່າວ & ພາບ : ອົ່ນ ໄຟສົມທອງ