ໄຟ​ງານ​ກີລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ​ປັກ​ກິ່ງ ເຮັດ​ພິ​ທີ​​ເກັບ​ຢູ່ 9 ບ່ອນ

​​

    ແຕ່ວັນທີ 2-4 ມີນາ 2022 ການ​ແລ່ນຕໍ່ທວນໄຟງານກີລາໂອແລມປິກຄົນພິການລະດູໜາວ ປັກກິ່ງ ຈະຈັດຂຶ້ນຢູ່ 3 ເຂດ ຄື: ​ນະ​ຄອນຫຼວງປັກກິ່ງ ເມືອງຢຽນຊິ້ງ ແລະ ນະ​ຄອນຈ່າງເຈ່ຍໂຂ ໂດຍ​ແບ່ງ​​ເປັນ 3 ​ຂັ້ນ​ຕອນ ຄື: ການ​ເກັບໄຟ ການ​ເຕົ້າ​ໂຮມ​ໄຟ ແລະ ​ການແລ່ນ​ຕໍ່​ທວນ​ໄຟ ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ທັງຫຼາຍ​ສົນ​ໃຈຫຼາຍ​ທີ່​ສຸດ ​ນັ້ນ​ກໍ​ຄືເປັນ​ຫ​ຍັງໄຟ​ງານ​ກີ​ລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວປັກ​ກິ່ງ ຕ້ອງເຮັດ​ພິ​ທີ​​​ເກັບໄຟ​ຢູ່ 9 ບ່ອນ?,

    ​ທຳ​ອິດໄຟ​ງານ​ກີ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ​ປັກ​ກິ່ງ ແມ່ນເຮັດ​ພິ​ທີ​ເກັບ​ໄຟ​ຢູ່ສະ​ໜາມ​​ກີ​ລາໂອ​ແລມ​ປິກ​ບູ​ຮານ​ຢູ່ປະ​ເທດ​ເກຣັກ ​ເຊິ່ງ​ເປັນ​ແຫຼ່ງ​ກຳ​ເນີດ​ຂອງ​ງານ​ກີ​ລາ​ໂອແ​ລມ​ປິກ ແຕ່​ອີງ​ຕາມ​​ຄວາມ​ຮຽກ​ຮ້ອງຂອງ​ຄະ​ນະ​ກຳ​ມະ​ການ​ໂອ​ແລມ​ປິກ​ຄົນ​ພິ​ການ​ສາ​ກົນ ແລະ ແນວ​ຄິດ​ພື້ນ​ຖານ​ກ່ຽວ​ກັບ​ໄຟ​ຂອງ​ງານ​ກີລາ​ໂອ​ແລມ​ປິກ​ຄົນ​ພິການ ບຸກ​ຄົນ ອົງ​ການ​ຈັດ​ຕັ້ງ ແລະ ​ຕົວ​ເມືອງ​ໃດໆ ຕ່າງ​ກໍ​ສາ​ມາດ​ປະ​ກອບ​ສ່ວນ​ໃນ​ການ​ເຮັດ​ພິ​ທີ​ເກັບໄຟງານ​ກີລາ​ໂອ​ແລມ​ປິກ​ຄົນ​ພິ​ການ ​ສະ​ນັ້ນ ໄຟງານ​ກີ​ລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ ຈຶ່ງ​ເຮັດ​ພິ​ທີ​ເກັບ​ໄຟ​​ຢູ່​ຕົວ​ເມືອງ ແລະ ​ເຂດ​ຊຸມ​ຊົນ​ຕ່າງໆ.

    ນອກ​ຈາກຢູ່​ສະ​ໂຕກ ແມນ​ເດ​ວີວ ​ປະ​ເທດ​ອັງ​ກິດ ທີ່​ເປັນ​ບ່ອນ​ກຳ​ເນີດ​ງານ​ກີ​ລາ​ໂອແ​ລມ​ປິ​ກ​ຄົນ​ພິ​ການ​ແລ້ວ ​ພິ​ທີ​ເກັບ​ໄຟ​ອີກ 8 ບ່ອນ ​ສຳ​ລັບ​ງານກີລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ ປັກ​ກິ່ງ ຈະ​ຈັດ​ພິ​ທີ​ຢູ່​ນະ​ຄອນຫຼວງປັກກິ່ງ ເມືອງຢຽນຊິ້ງ ແລະ ນະ​ຄອນຈ່າງເຈ່ຍໂຂ ເຊິ່ງ​ລວມ​ທັງ​ສະ​ຖານ​ທີ່​ຊ່ວຍ​ເຫຼືອ​ຄົນ​ພິ​ການ ເຊັ່ນ: ​ໂຮງ​ຮຽນ ເຂດ​ຊຸມ​ຊົນ ຫໍ​ສະ​ໝຸດ ເປັນ​ຕົ້ນສະ​ຖານ​ທີ່​ວັດ​ທະ​ນະ​ທຳປະ​ຫວັດ​ສາດ ເຂດ​ນິ​ຄົມ​ເຕັກ​ນິກວິ​ທະ​ຍາ​​ສາດ​ທັນ​ສະ​ໄໝ ແລະ​ ບ່ອນ​ເຄີຍ​ເຮັດ​ພິ​ທີ​ເກັ​ບ​ໄຟ​ງານ​ກີ​ລາ​ໂອ​ແລມ​ປິກ​ຄົນ​ພິ​ການ​ ປັກ​ກິ່ງ ປີ 2008 ເຊິ່ງອີງຕາມ​ຂ່າວລາຍ​ງານ​ວ່າ: ຕອນ​ບ່າຍ​ຂອງວັນ​ທີ 2 ມີ​ນາ 2022 ໄຟ​ທີ່ຖືກ​ເກັບ​ຢູ່ 9 ບ່ອນ​ຈະ​ນຳ​ມາ​ລວມ​ກັນ​ຢູ່​ສວນ​ສາ​ທາ​ລະ​ນະ​ທ່​ຽ​ນ​ຖານ ​ແລ້ວ​ກາຍເປັນ​ໄຟງານ​ກີ​ລາ​ໂອ​ແລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ​ປັກ​ກິ່ງ.

# ຂ່າວ & ພາບ : ສະບາໄພ

error: Content is protected !!