ບີຄວາ ຮ່ວມສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ

    ກະຊວງສຶກສາທິການ ແລະ ກີລາ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ແຜນງານບີຄວາ) ຮ່ວມສະສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 112 ປີ (08/03/1910-08/03/2022) ທີ່ໝູນວຽນມາບັນຈົບຄົບ ຮອບອີກວາລະໜຶ່ງ ພາຍໃຕ້ຫົວຂໍ້: “ຄວາມສະເໝີພາບໃນມື້ນີ້ ຄືຄວາມຍືນຍົງໃນມື້ໜ້າ” ໃນວັນທີ 2 ມີນາ 2022 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ (ນວ) ໂດຍມີທ່ານ ຮສ ປອ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ (ສສກ) ແລະ ທ່ານ ໂພລ ແຄລີ ເອກອັກຄະລັດຖະທູດອົດສະຕຣາລີປະຈຳລາວ ພ້ອມດ້ວຍຄະນະວິຊາການຈາກກົມສ້າງຄູ ພະແນກສຶກສາທິການ ແລະ ກີລາແຂວງ ນວ ແລະ ຄູເຝິກຫຼັກແຫຼ່ງຈາກທົ່ວປະເທດ.

    ທ່ານ ຮສ ປອ ພຸດ ສິມມາລາວົງ  ໄດ້ກ່າວເປີດງານສະເຫຼີມສະຫຼອງຄັ້ງນີ້ວ່າ: ວັນນີ້ ພວກເຮົາມາຮ່ວມສະເຫຼີມສະ ຫຼອງວັນແມ່ຍິງສາກົນ ພ້ອມທັງສະແດງຄວາມຊົມເຊີຍຕໍ່ກົມສ້າງຄູ ແລະ ຄະນະກຳມະການຄັດເລືອກຢູ່ໃນຂັ້ນແຂວງ ທີ່ໄດ້ບັນລຸຄວາມຄືບໜ້າວຽກງານດ້ານຄວາມສະເໝີພາບ ຍິງ-ຊາຍ ໃນທີມງານຄູເຝິກອົບຮົມວຽກງານດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ແມ່ນບູລິມະສິດພາຍໃຕ້ແຜນພັດທະນາຂະແໜງການສຶກສາ ຄັ້ງທີ 9 ດັ່ງນັ້ນ ຂໍສະແດງຄວາມຂອບໃຈມາຍັງລັດຖະບານອົດສະຕຣາລີ ທີ່ໄດ້ສືບຕໍ່ໃຫ້ການສະໜັບສະໜູນບັນດາວຽກງານບູລິມະສິດຂອງກະຊວງສຶກສາທິການ ແລະ ກີລາ ແລະ ດີໃຈຫຼາຍທີ່ໄດ້ເຫັນການເພີ່ມຂຶ້ນຂອງທີມງານຄູເຝິກຂັ້ນແຂວງທີ່ເປັນເພດຍິງ ແນວຄວາມຄິດທີ່ແຕກຕ່າງກັນ ປະສົບການ ແລະ ການເຊື່ອມສານວຽກງານຄວາມສະເໝີພາບລະຫວ່າງຍິງ-ຊາຍ ດ້ວຍການປະສົມປະສານສີ່ງເຫຼົ່ານີ້ ເຮັດໃຫ້ພວກເຮົາມີທີມທີ່ເຂັ້ມແຂງກວ່າເກົ່າ.

    ທ່ານ ໂພລ ແຄລີ ໄດ້ກ່າວວ່າ: ລັດຖະບານອົດສະຕຣາລີ ແລະ ລັດຖະບານ ສປປ ລາວ ມີເປົ້າໝາຍຮ່ວມກັນໃນການສົ່ງເສີມການສຶກສາເພື່ອໝົດທຸກຄົນ ນອກນີ້ ລັດຖະບານທັງສອງ ມີຄວາມມຸ່ງໝັ້ນຮ່ວມກັນທີ່ຈະສົ່ງເສີມຄວາມສະເໝີພາບ ແລະ ຄວາມເທົ່າທຽມກັນ ໂດຍຜ່ານກິດຈະກຳຕ່າງໆທີ່ພວກເຮົາໄດ້ໃຫ້ການສະໜັບສະໜູນ ດີໃຈທີ່ໄດ້ເຫັນການເພີ່ມທະວີການສຸມໃສ່ວຽກງານດ້ານບົດບາດຍິງ-ຊາຍ ແລະ ການສຶກສາຮຽນຮ່ວມ ຢູ່ໃນອຸປະກອນສື່ການຮຽນ-ການສອນຂອງຫຼັກສູດຊັ້ນປະຖົມສຶກສາ ແລະ ການເຝິກອົບຮົມຄູຫຼາຍຂຶ້ນ ລັດຖະບານອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນກະຊວງ ສສກ ໃນການພັດທະນາ ແລະ ຈັດຕັ້ງປະຕິບັດຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງໃໝ່ ເລີ່ມແຕ່ປີ 2015 ໃນການສະໜັບສະໜູນເຫຼົ່ານີ້ ລວມມີອຸປະກອນ ສື່ການຮຽນ-ການສອນ ການສ້າງຕັ້ງ ແລະ ການຈັດເຝິກອົບຮົມທີມຄູຝຶກສຳລັບການບຳລຸງຄູສອນຊັ້ນປະຖົມສຶກສາໃຫ້ມີຄວາມເຂັ້ມແຂງ ໂອກາດດຽວກັນ ເພື່ອເປັນການສະແດງຄວາມຊົມເຊີຍຕໍ່ກັບຜົນສຳເລັດດັ່ງກ່າວນີ້ ທ່ານລັດຖະມົນຕີກະຊວງ ສສກ ແລະ ທ່ານເອກອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ໄດ້ມອບເສື້ອຢືດໂປໂລເພື່ອສົ່ງເສີມວຽກງານຄວາມສະເໝີພາບດ້ານບົດບາດຍິງ-ຊາຍ ເສື້ອຢືດດັ່ງກ່າວຈະໄດ້ນຳໄປແຈກຢາຍໃຫ້ກັບທີມງານຄູເຝິກຫຼັກແຫຼ່ງ ແລະ ຄູເຝິກຂັ້ນແຂວງ 11 ແຂວງ ພ້ອມທັງຄະນະກຳມະການກວດກາທີ່ໄດ້ບັນລຸຕາມເປົ້າໝາຍທີ່ວາງໄວ້.

# ຂ່າວ & ພາບ : ບຸນມີ

error: Content is protected !!