ຕິດຕັ້ງອຸປະກອນສີດສານເຄມີອັດຕະໂນມັດຢູ່ໂຮງງານນໍ້າປະປາ ເພື່ອປ້ອງກັນໂຄວິດ-19

    ໂຄງການ MaWaSU2 (ໂຄງການ 5 ປີ ເລີ່ມແຕ່ເດືອນພຶດສະພາ 2018-ພຶດສະພາ 2023) ແມ່ນໂຄງການຮ່ວມມືດ້ານເຕັກນິກ-ວິຊາການ ທີ່ໄດ້ຮັບການສະໜັບສະໜູນຈາກອົງການ JICA ມີເປົ້າໝາຍເພື່ອສ້າງຄວາມເຂັ້ມແຂງໃຫ້ຂະແໜງນໍ້າປະປາ ໂດຍການສ້າງຄວາມເຂັ້ມແຂງດ້ານລະບົບການຄຸ້ມຄອງຂອງພາກລັດ ເເລະ ຄວາມສາມາດດຳເນີນງານຂອງລັດວິສາຫະກິດນໍ້າປະປາ ໂຄງການ MaWaSU2 ປະກອບດ້ວຍ 4 ຜົນໄດ້ຮັບ ຄື: ສ້າງຄວາມເຂັ້ມແຂງໃຫ້ການຈັດຕັ້ງ (ຄວາມໂປ່ງໃສ ຄວາມຮັບຜິດຊອບຕໍ່ໜ້າທີ່ ແລະ ການຄຸ້ມຄອງ (TAG)) ຂອງຂະແໜງນໍ້າປະປາ ໃນການຄຸ້ມຄອງວຽກງານນໍ້າປະປາ ຍົກລະດັບຄວາມສາມາດໃຫ້ລັດວິສາຫະກິດນໍ້າປະປາ ໃນການສ້າງແຜນການ ການຈັດຕັ້ງປະຕິບັດ ການຕິດຕາມ ແລະ ການປະເມີນຜົນໂຄງການນໍ້າປະປາ ຄົ້ນຄວ້າສ້າງມາດຕະຖານເຕັກນິກສໍາລັບວຽກງານນໍ້າປະປາ ແລະ ຍົກລະດັບຄວາມສາມາດການດໍາເນີນງານທີ່ຈໍາເປັນໃຫ້ລັດວິສາຫະກິດນໍ້າປະປາ ໃນການຈັດຕັ້ງປະຕິບັດວຽກງານນໍ້າປະປາ.

    ອຸປະກອນສີດສານເຄມີອັດຕະໂນມັດ ຂອງບໍລິສັດ ໂທເກມີ (Tohkemy) ຈາກປະເທດຍີ່ປຸ່ນ ເຊິ່ງເປັນອຸປະກອນສໍາລັບຕິດຕາມຄວາມຂຸ່ນ ແລະ PH ຂອງນໍ້າດິບ ແລະ ສາມາດຄວບຄຸມການໃສ່ສານເຄມີໂດຍອັດຕະໂນມັດ ເພື່ອໃຫ້ລະບົບຜະລິດນ້ຳປະປາມີປະສິດທິຜົນຍິ່ງຂຶ້ນ ໄດ້ຕິດຕັ້ງຢູ່ໂຮງງານຜະລິດນ້ຳປະປາແຂວງຊຽງຂວາງ ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ນອກນີ້ ອຸປະກອນດັ່ງກ່າວຍັງປະກອບດ້ວຍລະບົບຈ່າຍສານກະລໍຣິນແບບອັດຕະໂນມັດສໍາລັບການຂ້າເຊື້ອ ເພື່ອຮັບປະກັນໃຫ້ນ້ຳປອດໄພອີກດ້ວຍ ສໍາລັບກິດຈະກໍາດັ່ງກ່າວ ອົງການ JICA ໄດ້ມອບງົບປະມານ 432.500 ໂດລາສະຫະລັດ ເພື່ອເປັນສ່ວນໜຶ່ງຂອງວຽກປ້ອງກັນພະຍາດໂຄວິດ-19 ໃຫ້ໂຄງການ MaWaSU2 ຈັດຕັ້ງປະຕິບັດການຄັດເລືອກເອົາ 3 ແຂວງ ໂດຍຮູບແບບສະເໜີຂໍທຶນ ໃນກິດຈະກຳຂອງຜົນໄດ້ຮັບ 2 (ການພັດທະນາຄວາມສາມາດດ້ານການວາງແຜນໃຫ້ລັດວິສາຫະກິດນ້ຳປະປາທົ່ວປະເທດ).

    ນໍ້າທີ່ປອດໄພ ມີຄວາມສໍາຄັນຫຼາຍຕໍ່ການດໍາລົງຊີວິດປະຈໍາວັນ ລວມເຖິງການປ້ອງກັນພະຍາດໂຄວິດ-19 ລັດວິສາຫະກິດນໍ້າປະປາແຂວງຊຽງຂວາງ ແຂວງສະຫວັນນະເຂດ ແລະ ແຂວງສາລະວັນ ຈຶ່ງໄດ້ວາງແຜນສ້າງຄວາມເຂັ້ມແຂງໃນການຄຸ້ມຄອງຄຸນນະພາບນ້ຳ ຈົນຮອດຈຸດປາຍທໍ່ລະບົບນ້ຳປະປາ ເພື່ອຮັບປະກັນໃຫ້ໄດ້ນ້ຳທີ່ປອດໄພແກ່ທຸກຄົວເຮືອນໃນເຂດພື້ນທີ່ບໍລິການ ນອກນີ້ ຍັງມີແຜນຈັດກິດຈະກຳເພື່ອສົ່ງເສີມການລ້າງມືເພື່ອປ້ອງກັນພະຍາດໂຄວິດ-19 ດ້ວຍນໍ້າທີ່ປອດໄ ຕື່ມອີກ.

    ທ່ານ ພູຄໍາ ດວງພະຈັນ ຜູ້ອໍານວຍການລັດວິສາຫະກິດນໍ້າປະປາແຂວງຊຽງຂວາງ ກ່າວວ່າ: ຈິດສໍານຶກໃນການຄຸ້ມຄອງຄຸນນະພາບນໍ້າຈະເພີ່ມຂຶ້ນ ໂດຍການນຳໃຊ້ອຸປະກອນສີດສານເຄມີອັດຕະໂນມັດ ຂອງບໍລິສັດ ໂທເກມິ ພ້ອມນີ້ ລັດວິສາຫະກິດນໍ້າປະປາ ກໍຈະສືບຕໍ່ສະໜອງນໍ້າປະປາທີ່ປອດໄພໃຫ້ສັງຄົມດ້ວຍການຄຸ້ມຄອງຄຸນນະພາບນ້ຳທີ່ມີປະສິດທິຜົນ.

# ຂ່າວ & ພາບ : ສະບາໄພ

error: Content is protected !!