ນວ-ຈໍາປາສັກ ແລກປ່ຽນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ

    ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມຄະນະ ໄດ້ຕ້ອນຮັບການເຂົ້າພົບປະຂອງທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ພ້ອມຄະນະ ວັນທີ 2 ມີນາ 2022 ທີ່ຫ້ອງວ່າການ ນວ ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບ 6 ກະຊວງເສດຖະກິດຢູ່ຂັ້ນສູນກາງ ລະຫວ່າງວັນທີ 28 ກຸມພາ ຫາ ວັນທີ 4 ມີນານີ້.

    ການເຂົ້າພົບປະຄັ້ງນີ້ ທັງສອງໄດ້ຜັດປ່ຽນກັນລາຍງານສະພາບລວມໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ເຊິ່ງໄດ້ຍົກໃຫ້ເຫັນບາງຜົນງານທີ່ພົ້ນເດັ່ນ ບົດຮຽນທີ່ຖອດຖອນໄດ້ ຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆ ເພື່ອເປັນການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ   ພ້ອມນັ້ນ ເຈົ້າແຂວງຈໍາປາສັກຍັງໄດ້ສະເໜີຂໍ້ແລກປ່ຽນຈໍານວນໜຶ່ງ ເພື່ອຖອດຖອນບົດຮຽນຈາກ ນວ ເປັນຕົ້ນ ການປັບປຸງກົງຈັກການຈັດຕັ້ງຂະແໜງການຂອງ ນວ ການຄຸ້ມຄອງ ແລະ ຍາດແຍ່ງທຶນຊ່ວຍເຫຼືອລ້າຈາກສາກົນ ການຄຸ້ມຄອງດ່ານສາກົນ ແລະ ດ່ານປະເພນີໃຫ້ມີຄວາມສະຫງົບ ການສ້າງນິຕິກໍາພັດທະນາ ນວ ແລະ ການກໍານົດແຜນຜັງເມືອງ ຕິດພັນກັບແຜນພັດທະນາເສດຖະກິດ-ສັງຄົມ ແລະ ອື່ນໆ.

    ພາຍຫຼັງທີ່ພົບປະສໍາເລັດ ທ່ານ ອາດສະພັງທອງ ສີພັນດອນ ແລະ ທ່ານ ວິໄລວົງ ບຸດດາຄໍາ ກໍໄດ້ລົງນາມບົດບັນທຶກການຮ່ວມມືວ່າດ້ວຍການພັດທະນາ ຮ່ວມມືວຽກງານຂົງເຂດເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ໂດຍຈະສຸມໃສ່ວຽກງານບູລິມະສິດຄື: ວຽກງານເຊື່ອມໂຍງ ເຊື່ອມຈອດເສດຖະກິດກັບພາກພື້ນ ແລະ ສາກົນ ເພື່ອຊອກຫາຕະຫຼາດຈໍາໜ່າຍສິນຄ້າ ວຽກງານສົ່ງເສີມການພັດທະນາ ແລະ ຜະລິດເປັນສິນຄ້າ ຕິດພັນກັບຕະຫຼາດ ວຽກງານສ້າງຄວາມເຂັ້ມແຂງ ແລະ ການພົວພັນຮ່ວມມືຂອງບັນດາຂະແໜງການ.

# ຂ່າວ & ພາບ : ຂັນທະວີ

error: Content is protected !!