ຖວທ ກັບເມືອງສີໂຄດ ສ້າງຂະບວນການຕ້ອນຮັບວັນສຳຄັນຂອງຊາດ

    ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ແລະ ຫ້ອງວ່າການປົກຄອງເມືອງສີໂຄຄດຕະບອງ ຈັດກິດຈະກຳເຕະບານເພື່ອສ້າງຂະບວນຄຳນັບຮັບຕ້ອນວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 67 ປີ (22/3/1955-22/3/2022) ທັງເປັນການສ້າງຄວາມຮັດແໜ້ນຄວາມສາມັກຄີຂອງທັງສອງຝ່າຍ.

    ກິດຈະກຳດັ່ງກ່າວ ຈັດຂຶ້ນຢູ່ເດີ່ນກີລາບານເຕະ ມາຍເວ (ບ້ານໜອງບຶກໃຕ້) ເຊິ່ງກິດຈະກຳຄັ້ງນີ້ ທາງໂຮງແຮມ ເດິແກຣນ ໄລອອນ ຈຳກັດຜູ້ດຽວ ໄດ້ມອບຊຸດກີລາໃຫ້ນັກກີລາຊາວໜຸ່ມພະແນກ ຖວທ ນວ ມອບໂດຍ ທ່ານ ນັນທະສັກ ບຸນທະລາ ຜູ້ຈັດການໂຮງແຮມ ເດິແກຣນ ໄລອອນ ຈຳກັດຜູ້ດຽວ ແລະ ຮັບໂດຍ ທ່ານ ສາລີ ນັນທະວົງ ຫົວໜ້າຂະແໜງວັດທະນະທຳ ເຊິ່ງມີທ່ານ ອິນປອງ ພຸມມາ ຮອງເຈົ້າເມືອງພ້ອມນັກກີລາທັງສອງຝ່າຍເຂົ້າຮ່ວມ.

error: Content is protected !!