ສໍາເລັດດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກເມືອງຫົງສາ

    ວັນທີ 2 ມີນາ 2022 ຢູ່ທີສະໂມສອນຂອງເມືອງຫົງສາ ໄດ້ສໍາເລັດການດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກເມືອງຄັ້ງທີ 8 ສະໄໝທີ VIII ໂດຍການເປັນປະທານຂອງສະຫາຍ ເພັງນິລັນ ຄໍາພັນເພັງ ຮອງເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 7 ປະທານສະພາປະຊາຊົນແຂວງໄຊຍະບູລີ ມີສະຫາຍ ຄໍາຫຼ້າ ຜີວວັນນາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆຫົງສາ ມີບັນດາສະຫາຍທິມງານຂອງແຂວງ ຄະນະບໍລິຫານງານພັກເມືອງ ແລະ ພາດສ່ວນກ່ຽວຂ້ອງ ເຂົ້າຮ່ວມ. 

     ສະຫາຍ ຄໍາຫຼ້າ ຜີວວັນນາ ໄດ້ລາຍງານຜົນການດໍາເນີນຊີວິດການເມືອງພາຍໃນຄະນະບໍລິຫານງານພັກເມືອງ ແລະ ສະພາບການດໍາເນີນຊີວິດການເມືອງ ບັນດາສະຫາຍທີ່ເຂົ້າຮ່ວມ ໄດ້ພ້ອມກັນຮັບຟັງການຜ່ານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກເມືອງ ແລະ ຜ່ານຄໍາຕໍານິສົ່ງຂ່າວຕໍ່ການນໍາພາລວມໃນ 1 ປີຜ່ານມາ ທັງໄດ້ຮັບຟັງການຊີ້ນໍາຂອງ ສະຫາຍ ເພັງນິລັນ ຄໍາພັນເພັງ ນອກຈາກນັ້ນ ສະຫາຍເລຂາພັກເມືອງ ໄດ້ຜ່ານໃບສໍາຫຼວດຕົນເອງ ຮັບຟັງການຜ່ານໃບສໍາຫຼວດ ຂອງຮອງເລຂາພັກເມືອງ 2 ສະຫາຍ ພ້ອມທັງແບ່ງໜ່ວຍດໍາເນີນຊີວິດການເມືອງເປັນ 4 ໜ່ວຍ ເພື່ອສໍາຫຼວດກວດກາ ແລະ ຕີລາຄາຈັດແບ່ງປະເພດຂອງແຕ່ລະສະຫາຍ ຍົກໃຫ້ເຫັນບັນດາໜ້າວຽກດ້ານດີ ດ້ານອ່ອນ ແລະ ທິດທາງແຜນການໃນຕໍ່ໜ້າ ເຊິ່ງຄະນະບໍລິຫານງານພັກເມືອງຈໍານວນ 26 ສະຫາຍ ຍິງ 4 ສະຫາຍ ໄດ້ປະເພດແຂງ 26 ສະຫາຍ ຍິງ 4 ສະຫາຍ ປະເພດຫົວໜ້າຫ້ອງການ ເລຂາຫນ່ວຍພັກຈໍານວນ 7 ສະຫາຍ ໄດ້ປະເພດແຂງ 7 ສະຫາຍ ສັງລວມແລ້ວຕະຫຼອດໄລຍະ 1 ປີຜ່ານມາ ບັນດາສະຫາຍຄະນະບໍລິຫານງານພັກເມືອງ ເລຂາໜ່ວຍພັກ ຫົວໜ້າຫ້ອງການ ຍັງຮັກສາໄດ້ຄຸນທາດການເມືອງ ແ/ະ ຄຸນສົມບັດສິນທໍາປະຕິວັດທີ່ໜັກແໜ້ນຂອງຕົນ.

    ຜ່ານການປະເມີນຜົນ ການຈັດແບ່ງປະເພດໜ່ວຍພັກຮາກຖານ 95 ໜ່ວຍພັກ  ແລະ 8 ຄະນະພັກຮາກຖານ ມີສະມາຊິກພັກ 1.543  ສະຫາຍ ເຫັນວ່າ: ໄດ້ປະເພດແຂງ 84 ໜ່ວຍພັກ ກວມເອົາ 86,59% ໜ່ວຍພັກກາງ 13 ໜ່ວຍພັກ ກວມເອົາ 13,40% ສະມາຊິກພັກໄດ້ປະເພດແຂງ 1.138  ສະຫາຍ ກວມເອົາ 86,60%, ປະເພດກາງ 172 ສະຫາຍ ກວມເອົາ 13,08% ປະເພດອ່ອນ 4 ສະຫາຍ ກວມເອົາ 0,30% ພ້ອມນັ້ນ ສະຫາຍ ຄໍາຫຼ້າ ຜີວວັນນາ ໄດ້ຂື້ນມອບໃບຍ້ອງຍໍໃຫ້ສະຫາຍ ເພັງນິລັນ ຄໍາພັນເພັງ ທີມີຄຸນງາມຄວາມດີ ແລະ ຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອຊີມັງ ຈໍານວນ 6 ໂຕນ  ແລະ ເງິນສົດຈໍານວນ 5 ລ້ານກີບ ເຂົ້າໃນການກໍ່ສ້າງສະໂມສອນຂອງກອງບັນຊາການທະຫານເມືອງຫົງສາ ລວມມູນຄ່າທັງໝົດ 10 ລ້ານກີບ.

# ຂ່າວ & ພາບ : ບຸນມີ

error: Content is protected !!