ຈີນ ​ປະ​ຕິ​ບັດ​ຕາມ​ແນວ​ຄິດ​ການ​ຈັດ “​ກີ​ລາ​ໂອ​ແລມ​ປິກ​ທັງ​ສອງ​ຄັ້ງ​ທີ່​ໜ້າ​ເບິ່ງ​ໜ້າ​ຊົມ​ຄື​ກັນ”

​    ຄຽງ​ຄູ່​ກັບ​ງານ​ກີ​ລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ຢູ່​ປັກ​ກິ່ງ ​ສປ ຈີນ ປີ 2022 ທີ່​ຈະ​ໄຂ​ຂຶ້ນ​ເປັນ​ທາງ​ການ​ໃນ​ອີກ​ບໍ່​ດົນນີ້ ນັກ​ກີ​ລາ​ຄົນ​ພິ​ການ​ຈາກ​ປະ​ເທດ​ຕ່າງໆ​ທົ່ວ​ໂລກ ​ຕ່າງ​ກໍ​ມີ​ຄວ​າມ​ໄຝ່​ຝັນ​​ຈະ​ແຂ່ງ​ຂັນ​ຢ່າງ​ສຸດ​ຂີດ ທ້າ​ທາຍ​ຂີດ​ຈຳ​ກັດ ເຊິ່ງ​ເປັນ​ການ​ສະ​ແດງ​ໃຫ້​ເຫັ​ນ​​ຈິດ​ໃຈ ແລະ ​ສະ​ເໜ່ຂອງ​ກີ​ລາ ຄື​ດັ່ງ​ບັນ​ເລງ​ເພງ​ສັນລະ​ເສີນ​ຊີ​ວິດ​ທີ່​ເຕີບ​ໃຫຍ່​ບໍ່​ມີ​ວັນ​ສິ້ນ​ສຸດ.

    ເຮືອນ​ພັກ​ນັກ​ກີ​ລາ​ໃນງານ​ກີລາ​ໂອ​ແລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ເປັນ “ເຮືອນ​ພັກ​​ນັກ​ກີ​ລາ”​ ຢ່າງ​ແທ້​ຈິງ ເຮືອນ​ພັກ​ນັກກີ​ລາ​ໃນງານ​ກີ​ລາ​ໂອ​ແລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ປັກ​ກິ່ງ 2022 ຢູ່​ນະ​ຄ​ອນຫຼວງ​ປັກ​ກິ່ງ ເມືອງ​ຢຽນ​ຊີ້ງ ແລະ ​ນະ​ຄອນ​ຈ່າງ​ເຈ່ຍ​ໂຂ ໄດ້​ເປີດ​ນຳ​ໃຊ້​ເປັນ​ທາງ​ການ​ໃນ​ວັນ​ທີ 25 ກຸມ​ພາ​ຜ່ານ​ມາ​ ໂດຍ​ຜູ້​ຮັບ​ຜິດ​ຊອບ​ຂອງເຮືອນ​ພັກ​​ດັ່ງ​ກ່າວ​ ກ່າວ​ວ່າ: ເພື່​ອ​ບັນ​ລຸ​ເປົ້າ​ໝາຍ​ການ​ຈັດ “ງານກີ​ລາ​ໂອແ​ລມ​ປິກ​ສອງ​ຄັ້ງ ​ໃຫ້ມີ​ຄວາມ​ໜ້າ​ເບິ່ງ​ໜ້າ​ຊົມ​​ຄື​ກັນ” ແລະ ​ເຮັດ​ໃຫ້ງານກີ​ລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ ຈັດ​ຂຶ້ນ​ຢ່າງ​​ສະ​ດວກ ແລະ​ ປອດ​ໄພ ​ຈຶ່ງ​ໄດ້​ປ່ຽນເຮືອນ​ພັກ​ນັກ​ກີ​ລາ​ງານ​ກີ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ ຄັ້ງທີ 24  ​ມາເປັນ​​ເຮືອນ​ພັກ​ນັກ​ກີລາງານ​ກີ​ລາ​ໂອແ​ລມ​ປິກຄົນ​ພິ​ການ​ລະ​ດູ​ໜາວ ເພື່ອ​ສ້າງ “ເຮືອນພັກ​​ນັກ​ກີ​ລາ” ທີ່​ມີ​ຄວາມ​ປອດ​ໄພ ອົບ​ອຸ່ນ ແລະ ​ຢູ່​ສະ​ບາຍ ການ​ສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຈຶ່ງແມ່ນ​ວຽກ​ງານ​ທີ່​​ສຳ​ຄັນ​ທີ່​ສຸດ ຢູ່​ຕາມເຮືອນ​ພັກ​ນັກ​ກີລາສຳ​ລັບງານ​ກີ​ລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ ລະ​ບຽງ ແລະ​ໃນເຮືອນ ​​ປູ​ດ້ວຍ​ກາ​ໂລ​ກັນ​ມື່ນ ມື​ຈັບ​ປ່ອງ​ຢ້​ຽມ ປັກ​ສຽບ​ໄຟ​ຟ້າ ​ສະ​ວິດ ແລະ ​ປຸ່ມ​ກົດ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ ຕ່າງ​ກໍ​​ຖືກ​ຕິດ​ຕັ້ງ​ຢູ່​ບ່ອນ​ຕ່ຳ ເພື່ອ​ຄວາມ​ສະ​ດວກ​ຂອງ​ຄົນ​ພິ​ການ ​ຫ້ອງ​ນ້ຳ​ໄດ້​ຕິດ​ຕັ້ງ​ອຸ​ປະ​ກອນ​ອະ​ນາ​ໄມ ແລະ ​ອຸ​ປະ​ກອນ​ອາບ​ນ້ຳ​ທີ່​ສະ​ດວກ ​ໂຕະ​ກິນ​ເຂົ້າ​ໄດ້​ເພີ່ມ​ລາຍ​ການອາ​ຫານ​ທີ່​ເປັນ​ໜັງ​ສື​ສຳ​ລັບ​ຄົນ​ຕາ​ບອດ ການ​ຄຸ້ມ​ຄອງ​​ຕ່າງໆ​ໄດ້​ນຳ​ໃຊ້​ລະ​ບົບ​ອັດ​ສະ​ລິ​ຍະ ການ​ບໍ​ລິ​ການ​​ມີ​ຄວາມ​ລະ​ອຽດ ​ຮອບ​ຄອບ ແລະ ​ການ​ເບິ່ງ​ແຍງ​ດູ​​ແລ​ ແມ່ນ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ນັກ​ກີລາ ​ເຊິ່ງ​ຈະ​ເຮັດ​ໃຫ້​ນັກ​ກີ​ລາ​​ຮູ້​ສຶກ​ເຖິງ “ຄວາມ​ອົບ​ອຸ່ນ​​ປານ​ວ່າ​ຢູ່​ໃນ​ເຮືອນ​ຂອງ​ຕົນ​ເອງ”. 

    ເມື່ອ​ເບິ່ງ​​ໄລ​ຍະ​ຍາວແລ້ວ ວຽກ​ງານ​ກະ​ກຽມງານ​ກີ​ລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ປັກ​ກິ່ງ ລວມ​ທັງ​ການ​ສ້າງເຮືອນ​ພັກ​ນັກ​ກີລາ​ ກໍ​ເປັນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນ​າ​ວຽກ​ງານ​ຄົນ​ພິ​ການ ແລະ ​ຊຸກ​ຍູ້​ການ​ສ້າງ​ສັງ​ຄົມ​​ແບບກວມ​ລວມ ໃນ​ໄລ​ຍະ​ຈັດ​ງານ​ກີລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ປັກ​ກິ່ງ ຄ​ວາມ​ເປັນ​ລະ​ບ​ຽບ​ ແບບ​ແຜນ ​ການ​ໃຊ້​ງານ ແລະ ​ຄວາມ​ເປັນ​ລະ​ບົບ​ຂອງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆສຳ​ລັບ​ຄົນ​ພິ​ການ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ຢ່າງ​ເດັ່ນ​ຊັດ ການ​ກໍ່​ສ້າງ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ດ້ານ​ການ​ກິນ-​ດື່ມ ​ການພັກ​ເຊົາ ແລະ ​ການ​ປິ່ນ​ປົວ​ພະ​ຍາດຢູ່​ນະ​ຄອນ​ຈ່າງ​ເຈ່ຍ​ໂຂ ໄດ້​ຮັບ​ຜົນ​ສຳ​ເລັດ​ເບື້ອງ​ຕົ້ນ ​ສາ​ມາດ​ເວົ້າ​ໄດ້​ວ່າ:  ການ​ຮັບ​ປະ​ກັນ​ໃຫ້​ຄົນ​ພິ​ການ​ໄດ້​ຮັບ​ສິດ ແລະ ​ຜົນ​ປະ​ໂຫຍດ​ທີ່​ສະ​ເໝີ​ພາບ​​ກັ​ນໃນ​ດ້ານ​ກີ​ລາ ວັດ​ທະ​ນະ​ທຳ ການ​ສຶກ​ສາ ການ​ປະ​ກອບ​ອາ​ຊີບ ແລະ ​ອື່ນໆ ແລະ ​ຮ່ວມ​ກັນ​ຊົມ​ໃຊ້​ໝາກ​ຜົນ​ຂອງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-​ສັງ​ຄົມ ຈະ​ກາຍ​ເປັນ​ມໍ​ລະ​ດົກ​ອັນ​ລ້ຳ​ຄ່າ​ຂອງງານ​ກີ​ລາ​ໂອ​ແລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ​ປັກ​ກິ່ງ.

    ທ່ານ ​ແອນດ​ຣູ ປາ​ສັນ​ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິ​ກ​ຄົນ​ພິ​ການ​ສາ​ກົນ ​ກ່າວ​ວ່າ: ວຽກ​ງານ​ບໍ​ລິ​ການ​ຕ່າງໆ​​ສຳ​ລັບງານ​ກີ​ລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ​ປັກ​ກິ່ງ ​ໄດ້​​ສຸມ​ໃສ່ຄວາມ​ລະ​ອຽດ​ ຮອບ​ຄອບ ທີ່​​ເຮັດ​ໃຫ້​ນັກ​ກີ​ລາ​ທັງຫຼາຍ​ມີ​ຄວາມ​ຮູ້​ສຶກ​ທີ່​ດີ​ໃນ​ເວ​ລາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ ພວກ​ເຮົາ​ມີ​ຄວາມຫວັງ​ເປັນ​ຢ່າງ​ຍິ່ງ​ຕໍ່ງານ​ກີລາ​ໂອແ​ລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ​ໃນ​ຄັ້ງ​ນີ້.

    ໃນ​ງານ​ກີ​ລາ​ໂອ​ແລມ​ປິກ​ລະ​ດູ​ໜາວ​ ປັກ​ກິ່ງ ​ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ 16 ວັນ ຈີນ​ໄດ້​ຈັດ​ງານ​ກີ​ລາ​ທີ່ ງ່າຍດາຍ ປອດ​ໄພ ແລະ ​ໜ້າ​ເບິ່ງ​ໜ້າ​ຊົມ​ໃຫ້​​ໂລກ ເຊິ່ງ​ໄດ້​ຮັບ​ຄວາມ​​ຊົມ​ເຊີຍ​ຢ່າງກວ້າງ​ຂວາງ​ຈາກ​​ວົງ​ຄະ​ນາ​ຍາດ​ໂອ​ແລມ​ປິກ ກໍ​ຄື​ປະ​ຊາ​ຄົ​ມ​ໂລກ ໂດຍ​ອີງ​ຕາມ​ເປົ້າ​ໝາຍ​ຂອງ​ການ​ຈັດ “ງານ​ກີ​ລາ​ໂອແ​ລມ​ປິກ​​ທັງ ສອງ​ຄັ້ງ ​ໃຫ້​ໜ້າ​ເບິ່ງ​ໜ້າ​ຊົມ​ຄື​ກັນ” ຈີນ​ ມີ​ຄວາມ​ໝັ້ນ​ໃຈ​ວ່າ: ຈະ​ສາ​ມາດ​ຈັດງານ​ກີ​ລາ​ໂອ​ແລມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ ​ໄດ້​ຢ່າງ​ໂດດ​ເດັ່ນ ແລະ ໜ້າ​ເບິ່ງ​ໜ້າ​ຊົມ​ເຊັ່ນ​ກັນ. 

# ສະບາໄພ

error: Content is protected !!