32 ວັນ ບໍ່ມີການຕິດເຊື້ອເພີ່ມທີ່ລາວ ແຕ່ຕ້ອງເອົາໃສ່ຈັດຕັ້ງປະຕິບັດຄຳແນະນຳຕ່າງໆ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ

ທ່ານ ພູທອນ ເມືອງ​ປາກ ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ທັງ​ເປັນ​ຜູ້​ປະຈຳການ​ຄະນະ​ສະເພາະ​ກິດ​ຄວບ​ຄຸມພະ​ຍາດ​ໂຄ​ວິດ-19 ພ້ອມ​ຄະນະ ຖະແຫຼງ​ຂ່າວ​ຕໍ່​ສື່​ມວນ​ຊົນ ໃນ​ວັນ​ທີ 14 ພຶດສະພາ 2020 ທີ່​ສູນ​ປະຕິບັດ​ຄະນະ​ສະເພາະ​ກິດ​ຄວບ​ຄຸມພະ​ຍາດ​ອັກເສບ​ປອດ​ຈາກ​ເຊື້ອ​ຈຸ​ລະ​ໂຣກ​ສາຍ​ພັນ​ໃໝ່ (COVID-19) ວ່າ: ໃນ​ວັນ​ທີ 13 ພຶດສະພາ 2020 ໄດ້​ເກັບ​ຕົວຢ່າງ​ມາ​ກວດ​ທັງ​ໝົດ 117 ຄົນ ໃນ​ນັ້ນ ມີ​ກໍລະນີ​ສົງໄສ 38 ຄົນ ແລະ ແຮງ​ງານ​ລາວ​ທີ່​ກັບ​ມາ​ຈາກ​ປະເທດ​ໄທ 79 ຄົນ ແຮງ​ງານ​ດັ່ງກ່າວ​ແມ່ນ​ຈາກ​ສະຫວັນ​ນະ​ເຂດ 53 ຄົນ ຄຳ​ມ່ວນ 11 ຄົນ ສາລະ​ວັນ 9 ຄົນ ບໍ​ລິ​ຄຳ​ໄຊ 2 ຄົນ ຈຳປາ​ສັກ2 ຄົນ ແລະ ອຸດົມ​ໄຊ 2 ຄົນ ຜົນ​ກວດ​ທັງ​ໝົດ​ແມ່ນ​ບໍ່​ພົບ​ເຊື້ອ ໝາຍ​ຄວາມ​ວ່າ​ໃນ​ວັນ​ທີ 13 ພຶດສະພາ 2020 ບໍ່​ມີ​ຜູ້​ຕິດເຊື້ອ​ໃໝ່ ສັງ​ລວມ​ການ​ກວດ​ວິເຄາະ​ແຕ່​ເດືອນ​ມັງກອນ​ຮອດ​ວັນ​ທີ 13 ພຶດສະພາ 2020 ໄດ້​ເກັບ​ຕົວຢ່າງ​ມາ​ກວດ​ທັງ​ໝົດ ມີ 4.092 ຕົວຢ່າງ ກວດ​ພົບ​ເຊື້ອ​ສະ​ສົມ 19 ຄົນ (32 ມື້​ແລ້ວ​ທີ່​ບໍ່​ພົບ​ຜູ້​ຕິດເຊື້ອ​ໃໝ່).

ສຳລັບ​ການ​ຕິດຕາມ​ຜູ້​ເດີນທາງ​ມາ​ຈາກ​ຕ່າງປະເທດ ໂດຍ​ສະເພາະ​ແຮງ​ງານ​ລາວ​ຢູ່​ສະຖານທີ່​ຈຳກັດ​ບໍລິເວນ​ຕ່າງໆ​ຂອງ​ແຂວງ ປັດຈຸບັນ​ນີ້ ທົ່ວ​ປະເທດ​ມີ​ສູນ​ຈຳກັດ​ບໍລິເວນ​ທັງ​ໝົດ 66  ສູນ ມີ​ຜູ້​ຈຳກັດ​ບໍລິເວນ​ຢູ່​ສູນ 2.097 ຄົນ ໄດ້​ເກັບ​ຕົວຢ່າງ​ມາ​ກວດ​ວິເຄາະ​ທັງ​ໝົດ ແລະ ບໍ່​ມີ​ຜູ້​ຕິດເຊື້ອ ສ່ວນ​ການ​ຕິດຕາມ​ປີ່ນ​ປົວ​ຄົນ​ເຈັບ​ຢູ່​ໂຮງໝໍ ປັດຈຸບັນ​ມີ​ຜູ້​ນອນ​ຕິດຕາມ​ຢູ່​ໂຮງໝໍ​ມິດຕະພາບ 5 ຄົນ ຍິງ 4 ຄົນ ທັງ​ໝົດ​ເຫັນ​ວ່າ​ມີ​ອາການ​ປົກກະຕິ.

ສ່ວນ​ການ​ຕິດຕາມ​ສະພາບ​ການ​ລະບາດ​ຂອງ​ປະເທດ​ໃກ້​ຄຽງ ແລະ ການ​ລະບາດ​ຢູ່​ໃນ​ໂລກ ເຫັນ​ວ່າ​ມາ​ຮອດ​ເວລາ 6:00 ໂມງ​ຂອງ​ວັນ​ທີ 14 ພຶດສະພາ 2020 ທົ່ວ​ໂລກ​ມີ​ການ​ລາຍ​ງານ​ການ​ລະບາດ​ທັງ​ໝົດ 213 (ປະເທດ/ເຂດ) ວັນ​ທີ 13 ພຶດສະພາ 2020 ເພີ່ມ​ອີກ​ປະເທດ​ໜຶ່ງ (ປະເທດ​ເລ​ໂຊ​ໂຕ ທະວີບ​ອາ​ຟຣິ​ກາ​ໃຕ້) ມີ​ການ​ຢັ້ງຢືນ​ຜູ້​ຕິດເຊື້ອ​ພະຍາດ COVID-19 ແມ່ນ 4.422.147 (84.710 ໃໝ່) ເສຍ​ຊິວິດ 297.552 (5.101 ໃໝ່) ກວມ​ເອົາ 6,72% ຂອງ​ຜູ້​ຕິດເຊື້ອ​ທັງ​ໝົດ ປີ່ນ​ປົວ​ຫາຍ​ດີ 1.654.819 (79.261 ໃໝ່) ກວມ​ເອົາ 37,42% ຂອງ​ຜູ້​ຕິດເຊື້ອ​ທັງ​ໝົດ ບັນຫາ​ສຳຄັນ​ແມ່ນ​ມີ​ບາງ​ປະເທດ ຈຳນວນ​ຜູ້​ຕິດເຊື້ອ​ມື້​ດຽວ​ມີ​ເຖິງ 19.103 ຄົນ ແລະ ເສຍ​ຊີວິດ 1.616 ຄົນ​ຕໍ່​ມື້ ອັດຕາ​ຄວາມ​ຮ້າຍ​ແຮງ​ຂອງ​ມື້ນີ້ ແມ່ນ 6.72 % (ມື້ວານ​ນີ້ 6,74 %).

ສະເພາະ​ກຸ່ມ​ປະເທດ​ອາ​ຊຽນ​ກໍ​ເຫັນ​ວ່າ​ຍັງ​ມີ​ບາງ​ປະເທດ​ທີ່​ມີ​ອັດຕາ​ການ​ຕິດເຊື້ອ​ໃໝ່​ປະຈຳ​ວັນ​ທີ 13 ພຶດສະພາ 2020 ສູງ​ເຖິງ 689 ຄົນ ໃນ​ມື້​ດຽວນີ້ ຢູ່​ກຸ່ມ​ປະເທດ​ອາ​ຊຽນ ມີ​ຜູ້​ເສຍ​ຊີວິດ 44 ຄົນ.

ແນວໃດ​ກໍ​ຕາມ ຂ້າພະເຈົ້າ​ຂໍ​ຮຽກຮ້ອງ​ໃຫ້​ທຸກ​ພາກສ່ວນ​ໃນ​ສັງຄົມ ຊຸມ​ຊົນ ຄອບຄົວ ແລະ ສ່ວນ​ບຸກຄົນ ມີ​ຄວາມ​ອົດທົນ​ພະຍາຍາມ ເອົາໃຈໃສ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ຄຳ​ແນະນຳ ແລະ ມາດ​ຕະການ​ຕ່າງໆ​ໃຫ້​ຖືກຕ້ອງ ແລະ ເຂັ້ມ​ງວດ ໂດຍ​ສະເພາະ​ການ​ລ້າງ​ມື​ດ້ວຍ​ນ້ຳ​ສະອາດ ແລະ ສະບູ ຫຼື​ໃຊ້​ເຈວ​ລ້າງ​ມື ການ​ປະຕິບັດ​ໄລຍະ​ຫ່າງ​ທາງ​ສັງຄົມ ການ​ໃສ່​ຜ້າ​ປິດ​ປາກ-ດັງ ເວລາ​ອອກ​ຈາກ​ບ້ານ ຫຼື ໄປ​ສະຖານທີ່​ບໍລິການ​ຕ່າງໆ ໃຫ້​ກາຍ​ເປັນຄວາມ​ຊິນ​ເຄີຍ​ໃນ​ການ​ດຳລົງ​ຊີວິດ​ປະຈຳ​ວັນ.

# ຂ່າວ & ພາບ : ສີ​ພອນ

error: Content is protected !!