​ວິທະຍາຄານກົມມະດຳ ໄຂກອງປະຊຸມສະພາວິທະຍາສາດວຽກງານພັກ-ວຽກງານການເມືອງເຫຼັ້ມ II

    ວັນທີ 1 ມີນາ 2022 ນີ້ ວິທະຍາຄານກົມມະດຳ ໄດ້ໄຂກອງປະຊຸມສະພາວິທະຍາສາດຂັ້ນວິທະຍາຄານວ່າດ້ວຍການຮັບຮອງເອົາປື້ມວຽກງານພັກ-ວຽກງານການເມືອງເຫຼັ້ມ II ຄັ້ງສຸດທ້າຍຂຶ້ນ ພາຍໃຕ້ການເປັນປະທານຂອງສະຫາຍ ພັນເອກ ບົວໄລ ສີລັກສາ ຫົວໜ້າການທະຫານ ວິທະຍາຄານ ກົມມະດຳ ມີບັນດາຄະນະພັກ-ຄະນະອຳນວຍການ ແລະ ສະມາຊິກສະພາວິທະຍາສາດເຂົ້າຮ່ວມ.

    ບັນດາຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ສົນທະນາແລກປ່ຽນດ້ານເນື້ອໃນເອກກະສານ ເຊິ່ງໄດ້ຜ່ານການຄົ້ນຄວ້າຮຽບຮຽງ ກວດແກ້ຈາກສະພາວິທະຍາສາດຂັ້ນວິທະຍາຄານກົມມະດຳ ແລະ ສັງລວມປື້ມວຽກງານພັກ-ວຽກງານການເມືອງເຫຼັ້ມ II ຈາກພາສາຫວຽດນາມມາເປັນພາສາລາວ ອອກມາຮັບໃຊ້ເປັນປື້ມຄູ່ມືໃນການຮຽນ-ການສອນ ເພື່ອຕອບສະໜອງຄວາມຮູ້ພື້ນຖານທາງດ້ານທິດສະດີ-ຫຼັກການໃຫ້ແກ່ນັກຮຽນ-ນັກສືກສາ ແລະ ເປັນບ່ອນອີງໃຫ້ຄູ ອາຈານ ໃນການຄົ້ນຄວ້າເນື້ອໃນຂອງປື້ມເຫຼັ້ມນີ້ ເຊີ່ງປະກອບມີ 12 ບົດເຊັ່ນ: 

  • ບົດທີ 1 ວຽກງານພັກ-ວຽກງານການເມືອງ ໃນໜ້າທີ່ຕ້ານ ແລະ ສະກັດກັ້ນສົງຄາມຫັນປ໋ຽນໂດຍສັນຕິ 
  • ບົດທີ 2 ວຽກງານພັກ-ວຽກງານການເມືອງ ໃນໜ້າທີ່ກຽມພ້ອມສູ້ຮົບ 
  • ບົດທີ 3 ວຽກງານພັກ-ວຽກງານການເມືອງ ໃນການອົບຮົມວຽກງານການທະຫານ
  •  ບົດທີ 4 ວຽກງານພັກ-ວຽກງານການເມືອງ ໃນການຊ້ອມຮົບຍຸດທະວິທີ
  •  ບົດທີ 5 ວຽກງານພັກ-ວຽກງານການເມືອງ ໃນການເສີມຂະຫຍາຍປະຊາທິປະໄຕ 
  • ບົດທີ 6 ວຽກງານພັກ-ວຽກງານການເມືອງ ໃນໜ້າທີ່ຄຸ້ມຄອງປົກປັກຮັກສາ
  • ບົດທີ 7 ວຽກງານພັກ-ວຽກງານການເມືອງ ໃນໜ້າທີ່ປະກັນຊີວິດການເປັນຢູ່
  • ບົດທີ 8 ວຽກງານພັກ-ວຽກງານການເມືອງ ໃນການເພີ່ມພູມຜະລິດຜົນ
  • ບົດທີ 9 ວຽກງານພັກ-ວຽກງານການເມືອງ ໃນການສູ້ຮົບ
  • ບົດທີ 10 ວຽກງານພັກ-ວຽກງານການເມືອງ ຮັບປະກັນສູ້ຮົບບຸກຕີ
  • ບົດທີ 11 ວຽກງານພັກ-ວຽກງານການເມືອງ ໃນການສູ້ຮົບຈັ້ງທ່າ
  • ບົດທີ 12 ວຽກງານພັກ-ວຽກງານການເມືອງ ໃນການສືກສາອົບຮົມ

    ຂ່າວຍັງໃຫ້ຮູ້ຕື່ມອີກວ່າ ທ້າຍເດືອນກຸມພາ 2022 ນີ້ ຢູ່ທີ່ຫ້ອງປະຊຸມວິທະຍາຄານກົມມະດຳ ໄດ້ເປີດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງປະຈຳເດືອນ 2 ແລະ ວາງແຜນການເດືອນ 3 ໃນຕໍ່ໜ້າ ພາຍໃຕ້ການເປັນປະທານຂອງສະຫາຍ ພົນຈັດຕະວາ ຖາວອນ ແກ້ວອີນທະວົງ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານກົມມະດຳ ມີບັນດາ 11 ຄະນະພັກຮາກຖານ ແລະ 3 ໜ່ວຍພັກຮາກຖານທີ່ຂື້ນກັບວິທະຍາຄານເຂົ້າຮ່ວມ.

    ໃນກອງປະຊຸມໄດ້ຮັບການສ່ອງແສງລາຍງານສະພາບການ ໃນການປະຕິບັດວຽກງານໃນໄລຍະ 1 ເດືອນຜ່ານມາ ແລະ ທິດທາງແຜນການໃນເດືອນ 3 ຕໍ່ໜ້າ.

# ຂ່າວ-ພາບ: ລຸນທອງ ສີບຸນເຮືອງ.

error: Content is protected !!