​ພະແນກກວດກາພັກ-ລັດ ວິທະຍາຄານກົມມະດຳ ໄດ້ຮັບເຄື່ອງອຸປະຖຳຈາກນັກສຶກສາກອງພັນທີ 6

    ວັນທີ 1 ມີນາ 2022 ຜ່ານມານີ້ ພະແນກກວດກາພັກ-ລັດ ຫ້ອງການເມືອງ ວິທະຍາຄານກົມມະດຳ ໄດ້ຮັບເຄື່ອງອຸປະຖຳຈາກນັກສຶກສາກອງພັນທີ 6 ເຫຼົ່າການເມືອງ-ເສນາ ລະບົບ 6 ເດືອນ ແລະ 10 ເດືອນ ເຊິ່ງເຄື່ອງທີ່ນຳມາມອບໃນຄັ້ງນີ້ ເປັນຄອມພິວເຕີ ຈຳນວນ 1 ຊຸດ ລວມມູນຄ່າ 2.080.000 ກີບ ເຊິ່ງກ່າວມອບໂດຍສະຫາຍ ພັນໂທ ບຸນສາດ ໄຊປະເສີດ ຫົວໜ້າການເມືອງ ກອງພັນທີ 6 ວິທະຍາຄານ ກົມມະດຳ ພ້ອມດ້ວຍຄະນະ ແລະ ກ່າວຮັບໂດຍສະຫາຍ ພັນໂທ ບຸນໂຮມ ມິ່ງນະຄອນ ຮອງຫ້ອງການເມືອງ ວິທະຍາຄານກົມມະດຳ ໂດຍຊ້ອງໜ້າສອງພາກສ່ວນເປັນສັກຂີພິຍານ.

    ໂອກາດດັ່ງກ່າວ ຮອງຫ້ອງການເມືອງ ວິທະຍາຄານກົມມະດຳ ໄດ້ຕາງໜ້າໃຫ້ພະແນກກວດກາ ພັກ-ລັດ ກ່າວສະແດງຄວາມຂອບອົກຂອບໃຈມາຍັງຄະພັກ-ຄະນະບັນຊາ ແລະ ນັກສຶກສາການເມືອງ-ເສນາທັງສອງລະບົບ.ທີ່ເຫັນໄດ້ໜ້າທີ່ວຽກງານວິຊາສະເພາະຂອງກົມກອງ ທີ່ເຫັນວ່າຍັງມີຄວາມຈຳເປັນເພື່ອປະກອບສ່ວນເຂົ້າໃນຫ້ອງການດັ່ງກ່າວໃຫ້ມີຄວາມສະດວກວ່ອງໄວຂື້ນກວ່າເກົ່າ ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ວັດຖຸດັ່ງກ່າວໃຫ້ເກີດຜົນປະໂຫຍດສູງສຸດ.

  # ຂ່າວ-ພາບ: ຂັນທະລີ ທຳມະວົງ                                                              

error: Content is protected !!