ສະເໜີໃຫ້ລັດຖະບານ ສຸມງົບປະມານໃສ່ວຽກງານການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ

    ວຽກງານກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແຄມແມ່ນໍ້າຂອງ ແລະ ແມ່ນໍ້າເຫືອງທີ່ເປັນຊາຍແດນລະຫວ່າງປະເທດ ແລະ ນໍ້າສາຂາທີ່ຕິດພັນກັບການປົກປັກຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ ໄລຍະຜ່ານມາ ແມ່ນສາມາດຈັດຕັ້ງປະຕິບັດສຳເລັດຫຼາຍໂຄງການເຊັ່ນ ໂຄງການທີ່ເປັນເສັ້ນຊາຍແດນລາວ-ໄທ ລາວ-ມຽນມາຕາມແມ່ນໍ້າຂອງ ແລະ ແມ່ນໍ້າເຫືອງ.

    ອີງຕາມບົດລາຍງານຂອງທ່ານ ວັນທອງ ບຸດຕະນະວົງ ຫົວໜ້າກົມທາງນໍ້າ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃນກອງປະຊຸມວຽກງານ ຍທຂ ທົ່ວປະເທດ ໃຫ້ຮູ້ວ່າ ນັບແຕ່ປີ 2019-2021 ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນຕາມແມ່ນໍ້າຂອງທີ່ເປັນຊາຍແດນລາວ-ໄທ ປະຕິບັດໄດ້ 1 ໂຄງການຍາວ 530 ແມັດ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນນໍ້າຂອງທີ່ເປັນຊາຍແດນລາວ-ມຽນມາ ປະຕິບັດໄດ້ 1 ໂຄງການ ມີຄວາມຍາວ 520 ແມັດ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນນໍ້າເຫືອງທີ່ເປັນຊາຍແດນລາວ-ໄທ ປະຕິບັດໄດ້ 2 ໂຄງການ 1.920 ແມັດ ໂຄງການປ້ອງກັນດອນທີ່ຖືກເຊາະເຈື່ອນ ປະຕິບັດໄດ້ 3 ດອນ ຍາວ 5.100 ແມັດ.

    ຕະຫຼອດໄລຍະຜ່ານມາ ໄດ້ຮັບຜົນເສຍຫາຍຈາກການເຊາະເຈື່ອນຂອງດິນຢູ່ລຽບຕາມແຄມແມ່ນໍ້າຂອງ ນໍ້າເຫືອງ ແລະ ນໍ້າສາຂາໃນຂອບເຂດທົ່ວປະເທດ ຮອດປີ 2020 ໂດຍອີງໃສ່ຜົນການເກັນກຳຂໍ້ມູນຈາກບັນດາພະແນກ ຍທຂ ແຂວງ ກ່ຽວກັບຜົນໄດ້ຮັບຈາກການເຊາະເຈື່ອນມີ 216 ໂຄງການ ຄວາມຍາວ 292,97 ກິໂລແມັດ ມູນຄ່າປະມານ 7,2 ຕື້ກີບ ເນື້ອທີ່ດິນຖືກເຊາະເຈື່ອນ 117,60 ເຮັກຕາ ເຊິ່ງເນື້ອທີ່ເສຍຫາຍທັງໝົດນັ້ນເປັນແຜນກໍ່ສ້າງປ້ອງກັນຕາຝັ່ງເຈື່ອນໃນຕໍ່ໜ້າ.

     ນັບແຕ່ປີ 2019-2021 ການຈັດຕັ້ງປະຕິບັດໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນທົ່ວປະເທດສຳເລັດ 205 ໂຄງການ ຍາວ 207,68 ກິໂລແມັດ ເທົ່າກັບ 37,19% ຂອງຄວາມຍາວທັງໝົດ 558,39 ກິໂລແມັດ ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນທີ່ເປັນເສັ້ນຊາຍແດນ ແລະ ບໍ່ເປັນເສັ້ນຊາຍແດນ ໃນນັ້ນແມ່ນໍ້າຂອງທີ່ເປັນເສັ້ນຊາຍແດນລາວ-ໄທ ກໍ່ສ້າງສຳເລັດມີ 150 ໂຄງການ ຍາວ 174,18 ກິໂລແມັດ ປະຕິບັດໄດ້ 48,61% ຂອງຄວາມຍາວທັງໝົດ 358,3 ກິໂລແມັດ.

    ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໄລຍະຜ່ານມາຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຫຼາຍດ້ານ ສະນັ້ນຂະແໜງການກ່ຽວຂ້ອງຈຶ່ງໄດ້ກຳນົດທິດທາງ ແລະ ວິທີແກ້ໃນຕໍ່ໜ້າ ເຊັ່ນ ສ້າງຕັ້ງກອງທຶນທາງນໍ້າ ຊຸກຍູ້ສົ່ງເສີມໃຫ້ພາກສ່ວນເອກະຊົນທັງພາຍໃນ ແລະ ຕ່າງປະເທດໃຫ້ມີສ່ວນຮ່ວມໃນການພັດທະນາໂຄງລ່າງພື້ນຖານ ແລະ ການບໍລິການທາງນໍ້າ ກຳນົດຍຸດທະສາດ ນະໂຍບາຍ ແລະ ແຜນງານຕໍ່ວຽກງານທາງນໍ້າຢ່າງຊັດເຈນ ໂດຍສະເພາະບູລິມະສິດການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ປ້ອງກັນນໍ້າຖ້ວມຕົວເມືອງ ທີ່ຕິດພັນກັບການປົກປັກຮັກສາເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ ສະເໜີໃຫ້ລັດຖະບານສຸມງົບປະມານໃສ່ວຽກງານດັ່ງກ່າວ ໃຫ້ຈັດເອົາໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ໂດຍສະເພາະໂຄງການທີ່ຕິດພັນກັບເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ ເປັນໂຄງການບູລິມະສິດຂອງລັດຖະບານ ໂດຍກຳນົດງົບປະມານເປົ້າໝາຍສະເພາະຂອງລັດຖະບານ ແລະ ແຫຼ່ງງົບປະມານອື່ນໆຈາກກອງທຶນສາກົນ ອະນຸມັດໂຄງການປ້ອງກັນຕາຝັ່ງຈືອນທີ່ຕິດພັນກັບເຂດນໍ້າແດນດິນ ແລະ ອະທິປະໄຕຂອງຊາດ ເນື້ອທີ່ທຳການຜະລິດທີ່ຢູ່ລຽບຕາມສາຍນໍ້າຕ່າງໆ ໂດຍສະເພາະແມ່ນໍ້າຂອງ ນໍ້າເຫືອງທີ່ເປັນຊາຍແດນທາງນໍ້າລະຫວ່າງປະເທດໃຫ້ຫຼາຍຂຶ້ນຕື່ມ ເປັນຕົ້ນ ໂຄງການສຳຫຼວດ-ອອກແບບ ແລະ ໂຄງການກໍ່ສ້າງ ກຳນົດໂຄງການ ຫຼື ການສະເໜີໂຄງການເຂົ້າແຜນໃນແຕ່ລະປີ ຕ້ອງເປັນໂຄງການທີ່ນອນໃນແຜນວຽກງານຈຸດສຸມຂອງກົມທາງນໍ້າທີ່ກຳນົດໄວ້ໃນແຜນພັດທະນາ 5 ປີ (2021-2025) ແລະ ໂຄງການທີ່ເປັນບູລິມະສິດທີ່ນອນໃນແຜນແມ່ບົດສຳລັບການຄຸ້ມຄອງນໍ້າຖ້ວມແບບປະສົມປະສານໃນແມ່ນໍ້າຂອງ ແລະ ນໍ້າສາຂາຈຳນວນ 16 ໂຄງການ.

# ຂ່າວ & ພາບ: ອົ່ນ ໄຟສົມທອງ

error: Content is protected !!