ມື້ນີ້ກວດພົບການຕິດເຊື້ອພະຍາດໂຄວິດ-19 ໃໝ່ 224 ເສຍຊີວິດ 2 ຄົນ

    ທ່ານນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜູ້ປະຕິບັດວຽກງານໂຄສົກລັດຖະບານ ໄດ້ຖະແຫຼງຂ່າວປະຈໍາວັນທີ 1 ມີນາ 2022 ຢູ່ກະຊວງສາທາລະນະສຸກວ່າ: ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວັນທີ 28 ກຸມພາ 2022 ໄດ້ກວດວິເຄາະທັງໝົດ 2.255 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອທັງໝົດ 224 ຄົນ (ຕິດເຊື້ອພາຍໃນ 189 ຄົນ ແລະ ນໍາເຂົ້າ 35 ຄົນ) ຮອດປັດຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອສະສົມທັງໝົດ 142.967 ຄົນ ອອກໂຮງໝໍວານນີ້ 134 ຄົນ ກຳລັງປິ່ນປົວ 1.665 ຄົນ ແລະ ເສຍຊີວິດທັງໝົດ 623 ຄົນ (ເສຍຊິວິດໃໝ່ 2 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 189 ຄົນ ຈາກ 16 ແຂວງ ແລະ ນະຄອນ ຫຼວງວຽງຈັນ ມີລາຍລະອຽດ ດັ່ງນີ້:

  • ນະຄອນຫຼວງວຽງຈັນ 64 ຄົນ
  • ຫົວພັນ 29 ຄົນ
  • ບໍລິຄໍາໄຊ 14 ຄົນ
  • ຊຽງຂວາງ 14 ຄົນ
  • ອັດຕະປື 10 ຄົນ
  • ສະຫັວນນະເຂດ 9 ຄົນ
  • ຄໍາມ່ວນ 9 ຄົນ
  • ຫຼວງພະບາງ 8 ຄົນ
  • ວຽງຈັນ 6 ຄົນ
  • ໄຊສົມບູນ 6 ຄົນ
  • ສາລະວັນ 5 ຄົນ
  • ເຊກອງ 5 ຄົນ
  • ຜົ້ງສາລີ 3 ຄົນ
  • ໄຊຍະບູລີ 3 ຄົນ
  • ບໍ່ແກ້ວ 2 ຄົນ
  •  ອຸດົມໄຊ 2 ຄົນ

    ສໍາລັບການຕິດເຊື້ອນໍາເຂົ້າ ມີ 35 ຄົນ ຈາກ ນະຄອນຫຼວງ 3 ຄົນ ສະຫັວນນະເຂດ 3 ຄົນ ຈຳປາສັກ 4 ຄົນ ບໍລິຄຳໄຊ 9 ຄົນ ຄຳມ່ວນ 6 ຄົນ ຊຽງຂວາງ 5 ຄົນ ແລະ ຫົວພັນ 5 ຄົນ ເຊິ່ງທັງໝົດປະຕິບັດຕາມ ມາດຕະການຂອງຄະນະສະເພາະກິດກຳນົດໄວ້ ສ່ວນຜູ້ເສຍຊີວິດໃໝ່ 2 ຄົນນັ້ນ ແມ່ນ 1 ຄົນ ຢູ່ນະຄອນຫຼວງວຽງຈັນ ແລະ 1 ຄົນຢູ່ແຂວງບໍ່ແກ້ວ.

    ສະພາບການຕິດເຊືື້ອພະຍາດໂຄວິດ-19 ຢູ່ໃນໂລກ ແລະ ປະເທດໃກ້ຄຽງ ປັດຈຸບັນ ໃນທົ່ວໂລກຍັງສືບຕໍ່ມີລາຍງານຄົນຕິດເຊືື້ອໃໝ່ ແລະ ເສຍຊີວິດໃໝ່ທຸກວັນ: ກໍລະນີຢັ້ງຢືນຕິດເຊື້ອທັງໝົດ 436.811.099 (948,845 ໃໝ່) ເສຍຊິວິດທັງໝົດ 5.973.698 (4,870 ໃໝ່) ປີ່ນປົວຫາຍດີ 367.711.170 (1.521.931 ໃໝ່).

    ສໍາລັບຢູ່ຕ່າງແຂວງ ທ່ານສາມາດໄປເກັບຕົວຢ່າງກວດຊອກຫາເຊືື້ອໂຄວິດ-19 ໄດ້ຢູ່ໂຮງໝໍແຂວງ ໂຮງໝໍເມືອງ ຫຼື ຈຸດກວດເພີ່ມເຕີມ ທີ່ທາງຄະນະສະເພາະກິດຂອງແຂວງໄດ້ກຳນົດໄວ້ ສໍາລັບຈຸດກວດຢູ່ນະຄອນຫຼວງວຽງຈັນ ມີຈຸດກວດຄົງທີ່ ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ນອກຈາກນັ້ນ ພວກເຮົາກໍ່ຍັງມີໜ່ວຍກວດເຄື່ອນທີ່ຂອງເມືອງ.

    ຈຸດບໍລິການສັກວັກຊີນຢູ່ນະຄອນຫຼວງວຽງຈັນມີຄື: ໂຮງໝໍສູນກາງ (ມິດຕະພາບ ມະໂຫສົດ ເສດຖາທິລາດ ໂຮງໝໍ 103 ໂຮງໝໍ 5 ເມສາ ໂຮງໝໍເດັກ ໂຮງໝໍແມ່ ແລະ ເດັກເກີດໃໝ່) ໂຮງໝໍເມືອງ 9 ຕົວເມືອງ ວັດຈີນ ດົງປາແຫຼບ (ວັນຈັນ – ສຸກ ໂມງລັດຖະການ) ສະຖາບັນກັນພະຍາດກອງທັບ ບ້ານໂພນຕ້ອງ (ວັນຈັນ ອັງຄານ ພຸດ ແລະ ພະຫັດ ໃນໂມງລັດຖະການ) ຈຸດບໍລິການວັກຊີນ ຢູ່ບັນດາແຂວງມີຄື: ໂຮງໝໍແຂວງ ໂຮງໝໍເມືອງ ແລະ ຈຸດທີ່ຄະນະສະເພາະກິດກໍານົດໄວ້. ຮອດປັດຈຸບັນ ທົ່ວປະເທດລາວ ສັກວັກຊີນທັງໝົດ: ເຂັມທີ 1 ສັກໄດ້ 4.931.094 (ອັດຕາປົກຄຸມ 67.20%) ແລະ ທຸກເຂັມທີ່ແນະນໍາ 4.320.156 (ອັດຕາປົກຄຸມ 58.88%).

# ຂ່າວ & ພາບ : ສີພອນ

error: Content is protected !!