ວັນທີ 28 ກຸມພາ 2021 ທີ່ກົມພາສີ ກະຊວງການເງິນ ໄດ້ມີພິທີເຊັນສັນຍາ ແລະ ວາງເງິນຄໍ້າປະກັນລະຫວ່າງກົມພາສີ ແລະ ບໍລິສັດຜູ້ບໍລິຫານແຈ້ງພາສີ ໂດຍການລົງນາມຂອງທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ທ່ານ ໂຊກໄຊ ສົມໃຈນຶກ ຜູ້ອໍານວຍການບໍລິສັດ ໂຊກໄຊ ຈໍາກັດ ທ່ານ ນາງ ແສງມະນີ ພົມພັກດີ ຜູ້ອໍານວຍການບໍລິສັດ ບີເອັນເອັມວີ ບໍລິການ ຈໍາກັດ ແລະ ທ່ານ ໄກສອນ ສຸລິຍະສັກ ຜູ້ອໍານວຍການບໍລິສັດ ເອັກຊິມ ຈໍາກັດຜູ້ດຽວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ການເຊັນສັນຍາຄັ້ງນີ້ ມີຈຸດປະສົງຊຸກຍູ້ສົ່ງເສີມບັນດາບໍລິສັດທີ່ມີຄວາມພ້ອມດໍາເນີນກິດຈະການຜູ້ບໍລິການແຈ້ງພາສີໃນການຈັດຕັ້ງປະຕິບັດບັນດາກົດໝາຍ ເປັນຕົ້ນ ກົດໝາຍວ່າດ້ວຍພາສີ ກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍການບັນຊີ ເວົ້າລວມ ເວົ້າສະເພາະແມ່ນການຈັດຕັ້ງປະຕິບັດຄໍາແນະນໍາຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 5916/ກງ ວ່າດ້ວຍການຄຸ້ມຄອງຜູ້ບໍລິການແຈ້ງພາສີ ແລະ ຜູ້ແຈ້ງພາສີທົ່ວໄປ ພາຍຫຼັງຄໍາແນະນໍາສະບັບດັ່ງກ່າວໄດ້ຖືກຮັບຮອງຈາກກະຊວງການເງິນ ຄະນະວິຊາການກົມພາສີ ໄດ້ມີການເຜີຍແຜ່ ໃຫ້ຄໍາແນະນໍາ ແລະ ປຶກສາຫາລືກັບບໍລິສັດທີ່ດໍາເນີນການບໍລິການແຈ້ງພາສີ ລວມໄປເຖິງບັນດາບໍລິສັດທີ່ມີຄວາມສົນໃຈໃນການດໍາເນີນກິດຈະການດັ່ງກ່າວ ຕາມຂໍ້ຕົກລົງແຕ່ງຕັ້ງ ສະບັບເລກທີ 0401/ກງ ເຊິ່ງຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ສາມາດຄົ້ນຄວ້າ ແລະ ຮັບຮອງເອົາໃນເບື້ອງຕົ້ນ 3 ບໍລິສັດທີ່ເຫັນວ່າມີມາດຖານເງື່ອນໄຂຄົບຖ້ວນຄື: ບໍລິສັດໂຊກໄຊ ຈໍາກັດ ບໍລິສັດ ເອັກຊິມ ຈໍາກັດ ແລະ ບໍລິສັດ ບີວີເອັມວີ ບໍລິການ ຈໍາກັດ ສ່ວນບໍລິສັດອື່ນໆ ກໍາລັງມີການປັບປຸງຕົນເອງ ແລະ ຄາດວ່າຈະມີການເຊັນສັນຍາໃນໄວໆນີ້.

# ຂ່າວ-ພາບ : ຂັນທະວີ