ແຂ່ງຂັນເປຕັງ-ດອກປີກໄກ່ ສະຫຼອງວັນສໍາຄັນຂອງຊາດ

    ການແຂ່ງຂັນກີລາເປຕັງ ແລະ ດອກປີກໄກ່ (ທີມປະສົມ ຍິງ-ຊາຍ) ຊີງຂັນຄະນະປະຈໍາພັກ ປະທານແນວລາວສ້າງຊາດ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ນະຄອນຫຼວງວຽງຈັນ (ນວ) ໄດ້ຈັດຂຶ້ນວັນທີ 28 ກຸມພາ 2022 ຢູ່ພະແນກແຜນການ ແລະ ການລົງທຶນ ນວ ເພື່ອເປັນການສ້າງຂະບວນການຄໍານັບຊົມເຊີຍ ແລະ ຕ້ອນຮັບວັນສໍາຄັນຕ່າງໆຂອງຊາດ ຂອງພັກ ໃຫ້ມີຂະບວນການຟົດຟື້ນມ່ວນຊື່ນ ພາຍໃຕ້ການຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

    ສໍາລັບການແຂ່ງຂັນກີລາ 2 ປະເພດຄັ້ງນີ້ ປະກອບມີ: ເປຕັງ ມີທີມເຂົ້າຮ່ວມທັງໝົດ 11 ທີມ ດອກປີກໄກ່ ຈໍານວນ 7 ທີມ ແລະ ພິເສດ ມີການແຂ່ງຂັນເປຕັງຄູ່ກິດຕິມະສັກ ຜ່ານການແຂ່ງຂັນຜົນປາກົດວ່າ: ເປຕັງ ຊະນະເລີດ ໄດ້ແກ່ທີມພະແນກແຜນການ ແລະ ການລົງທຶນ ນວ ຮອງຊະນະເລີດ ໄດ້ແກ່ທີມເມືອງສີສັດຕະນາກ ແລະ ອັນດັບ 3 ທີມແນວລາວສ້າງຊາດ ນວ ສ່ວນດອກປີກໄກ່ ຊະນະເລີດ ໄດ້ແກ່ທີມພະແນກແຜນການ ແລະ ການລົງທຶນ ນວ ຮອງຊະນະເລີດ ໄດ້ແກ່ທີມພະແນກກະສິກໍາ ແລະ ປ່າໄມ້ ນວ ແລະ ອັນດັບ 3 ທີມຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ນວ.

    ທ່ານນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງ ນວ ກ່າວວ່າ: ຖືວ່າເປັນໂອກາດທີ່ດີ ທີ່ອົງການຈັດຕັ້ງມະຫາຊົນ ນວ ໄດ້ສ້າງຂະບວນການແຂ່ງຂັນກີລາເພື່ອຊົມເຊີຍວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 66 ປີ ຕ້ອນຮັບວັນແມ່ຍິງສາກົນ ຄົບຮອບ 112 ປີ ວັນສ້າງຕັ້ງພັກ ຄົບຮອບ 67 ປີ ແລະ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 67 ປີ ສະນັ້ນ ຂ້າພະເຈົ້າຕາງໜ້າໃຫ້ແກ່ສາມອົງການຈັດຕັ້ງມະຫາຊົນ ໂດຍການຮ່ວມມືກັບບັນດາພະແນກການທີ່ກ່ຽວຂ້ອງ ໂດຍສະເພາະ ພະແນກແຜນການ ແລະ ການລົງທຶນ ນວ ພະແນກການເງິນ ນວ ພະແນກໂຍທາທິການ ແລະ ຂົນສົ່ງ ນວ ເມືອງໄຊເສດຖາ ແລະ ເມືອງຫາດຊາຍຟອງ ພາຍໃຕ້ການຊີ້ນໍາຂອງອົງການແນວລາວສ້າງຊາດ ໄດ້ຈັດກິດຈະກໍາຄັ້ງນີ້ຂຶ້ນ ໃຫ້ມີຂະບວນການຟົດຟື້ນມ່ວນຊື່ນ ທັງເປັນການແລກປ່ຽນປະສົບການ ຄວາມຮັກແພງສາມັກຄີລະຫວ່າງພະແນກການອ້ອມຂ້າງ ພາຍໃຕ້ການປະຕິບັດຮັກສາມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

    ເປັນກຽດເຂົ້າຮ່ວມ ແລະ ມອບລາວັນຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດ ນວ ທ່ານ ດາວເພັດ ອາລຸນ ປະທານສະຫະພັນກໍາມະບານ ນວ ທ່ານ ສິລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ພ້ອມດ້ວຍຜູ້ໃຫ້ການສະໜັບສະໜູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

.  

# ຂ່າວ & ພາບ: ສີພອນ

error: Content is protected !!