ທ່ານ ສະໝານ ອະເນກາ ຜູ້ອຳນວຍການໃຫຍ່ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມິເຕັດ (LXML) ບໍ່ຄຳ-ທອງ ເຊໂປນ ນໍາເງິນ 80 ລ້ານກີບ ໄປມອບໃຫ້ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ວັນທີ 25 ກຸມພາ 2022 ຢູ່ ສຄອຊ ມີພະນັກງານກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ສະໝານ ອະເນກາ ກ່າວວ່າ: ການປະກອບສ່ວນນີ້ ຈະສືບຕໍ່ສະໜັບສະໜູນການສ້າງຄວາມສາມາດ ແລະ ສົ່ງເສີມພາກທຸລະກິດຢູ່ ສປປ ລາວ ໂດຍສະເພາະ ໃນໄລຍະການຟື້ຟູຈາກຜົນກະທົບຂອງການແຜ່ລະບາດພະຍາດໂຄວິດ-19 ປີນີ້ເປັນປີທີ 9 ທີ່ LXML ໄດ້ປະກອບສ່ວນ ສຄອຊ ໃນຖານະເປັນສະມາຊິກ ເພື່ອສະໜັບສະໜູນຄວາມອາດສາມາດຂອງພາກທຸລະກິດໃນ ສປປ ລາວ LXML ບໍ່ຄຳ-ທອງເຊໂປນ ເປັນທຸລະກິດຂະໜາດໃຫຍ່ໃນ ສປປ ລາວ ທີ່ດຳເນີນການຂຸດຄົ້ນ-ປຸງແຕ່ງ-ຜະລິດແຮ່ທອງ-ຄຳ ແບບບໍ່ເປີດໜ້າດິນ ຢູ່ແຂວງສະຫວັນນະເຂດແຕ່ປີ 2003 ເປັນຕົ້ນມາ ໂດຍ 2 ທົດສະວັດຜ່ານມາ LXML ໄດ້ປະກອບສ່ວນຫຼາຍກວ່າ 1,6 ຕື້ໂດລາສະຫະລັດ ເປັນລາຍຮັບໂດຍກົງໃຫ້ລັດຖະບານລາວ ຜ່ານການຈ່າຍພາສີອາກອນ ແລະ ຄ່າຊັບພະຍາກອນແຮ່ທາດ ແລະ ຫຼາຍຮ້ອຍລ້ານໂດລາສະຫະລັດ ເປັນຜົນປະໂຫຍດທາງອ້ອມ ຜ່ານການພັດທະນາຊຸມຊົນ ການສ້າງວຽກເຮັດງານທຳ ແລະ ການເຝິກອົບຮົມສ້າງສີມືແຮງງານ.
ໃນຊຸມຊົນເມືອງວິລະບູລີ ແຂວງສະຫວັນນະເຂດ ມີປະຊາຊົນກວ່າ 40.000 ຄົນ ທີ່ໄດ້ຮັບຜົນປະໂຫຍດຈາກໂຄງການພັດທະນາຊຸມຊົນຂອງໂຄງການຄຳ-ທອງເຊໂປນ ລວມມູນຄ່າ 13 ລ້ານໂດລາສະຫະລັດ ແລະ ລາຍໄດ້ຂອງກຸ່ມທຸລະກິດທ້ອງຖິ່ນ ກໍໄດ້ທະວີຄູນຂຶ້ນເປັນ 47 ລ້ານໂດລາສະຫະລັດໃນຕົ້ນເດືອນກຸມພາ 2022 LXML ໄດ້ສະເຫຼີມສະຫຼອງການເປີດອຸມົງທາງເຂົ້າ ເພື່ອເຈາະສຳຫຼວດບໍ່ແຮ່ໃຕ້ດິນຢູ່ພາກສະໜາມບໍ່ຄຳ-ທອງ ເຊໂປນ ໂຄງການດັ່ງກ່າວ ແນໃສ່ສ້າງບໍ່ແຮ່ໃຕ້ດິນທີ່ທັນສະໄໝແຫ່ງທຳອິດຢູ່ ສປປ ລາວ ການພັດທະນາໃໝ່ນີ້ ຈະຍືດອາຍຸຂອງບໍ່ຄຳ-ທອງ ເຊໂປນ ດ້ວຍອຸປະກອນທີ່ທັນສະໄໝ ແລະ ເຕັກນິກການຂຸດຄົ້ນບໍ່ແຮ່ທີ່ນຳໜ້າໃນໂລກ.
LXML ໄດ້ຮັບໃບຍ້ອງຍໍປະເພດ A+ ຈາກລັດຖະບານລາວຢ່າງສະເໝີມາ ເປັນໄລຍະ 10 ປີ ແລະ ໄດ້ຮັບລາງວັນຫຼາຍປະເພດ ທີ່ຮັບຮູ້ການປະກອບສ່ວນຂອງບໍລິສັດ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ລວມທັງລາງວັນຜູ້ນຳທຸລະກິດດີເດັ່ນໃນການປ້ອງກັນພະຍາດໂຄວິດ-19 ໃນ ສປປ ລາວ ລາງວັນທຸລະກິດອາຊຽນ 2020 ສຳລັບການສະກັດກັ້ນພະຍາດໂຄວິດ-19 ແລະ ລາງ ວັນ “ອາຊຽນ” ດີເດັ່ນດ້ານແຮ່ທາດ ໃນປີ 2019 ແລະ 2017 LXML ໝາຍໝັ້ນສ້າງເປັນບໍລິສັດບໍ່ແຮ່ຕົວແບບທີ່ດີເລີດ ແລະ ເປັນຄູ່ຮ່ວມພັດທະນາຢູ່ ສປປ ລາວ.