ເປີດນຳໃຊ້ “ເວທີບໍລິການພະຫຸສື່” ເພື່ອຊ່ວຍຊຸກຍູ້ການຮ່ວມມືດ້ານສື່ມວນຊົນທົ່ວໂລກ

    “ເວທີບໍລິການພະຫຸສື່” ທີ່ສ້າງໂດຍສະຖານີວິທະຍຸໂທລະພາບສູນກາງຈີນ (CMG) ແລະ ສື່ມວນຊົນ ຄູ່ຮ່ວມມືທົ່ວໂລກ ເປີດນຳໃຊ້ເປັນທາງການວັນທີ 28 ກຸມພາ 2022 ໂດຍມີທ່ານ ເຊີ້ນໄຫສົງ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ ຜູ້ອຳນວຍການໃຫຍ່ ຫົວໜ້າບັນນາທິການ CMGພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ເຊີ້ນໄຫສົງ ກ່າວວ່າ: “ເວທີບໍລິການພະຫຸສື່” ໄດ້ເປີດນຳໃຊ້ເປັນທາງການແລ້ວ ຜູ້ຮັບຜິດຊອບ ສື່ມວນຊົນ ແລະ ອົງການເກືອບ 30 ແຫ່ງຈາກສະຫະພັນແລກປ່ຽນຂ່າວເອີຣົບ ຝຣັ່ງ ຣັດເຊຍ ແມັກຊິກ ອານເຊຣີ ແລະ ປະເທດອື່ນໆ ໄດ້ເຂົ້າຮ່ວມພິທີ ພ້ອມທັງໄດ້ກ່າວຄຳຊົມເຊີຍ ຜ່ານການສ້າງເວທີດັ່ງກ່າວ ເພື່ອເປີດກວ້າງຊ່ອງທາງໃໝ່ແຫ່ງການຮ່ວມມືລະຫວ່າງສື່ມວນຊົນທົ່ວໂລກ ຍຶດໝັ້ນການປົກປັກຮັກສາ ຄວາມເປັນຈິງຕື່ມອີກ ແລະ ເຄົາລົບຄວາມເປັນຈິງໃນການນຳສະເໜີຂ່າວ ຮ່ວມມືກັນເພື່ອຮັບມືກັບສິ່ງທ້າ ທາຍ ແລະ ບັນລຸເປົ້າໝາຍການພັດທະນາທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ສຸມໃສ່ສົງເສີມຄ່ານິຍົມ ຮ່ວມຂອງມວນມະນຸດ ເປັນທວນໄຟເຍືອງທາງ ແລະ ສ່ອງແສງສະຫວ່າງໃຫ້ສັງຄົມມະນຸດມີຄວາມກ້າວ ໜ້າ ແລະ ພ້ອມກັນກ້າວໄປສູ່ອະນາຄົດ.

    “ເວທີບໍລິການພະຫຸສື່” ແມ່ນ CGTN ແລະ ສຳນັກຂ່າວສານວີດີໂອ CCTV ທີ່ຂຶ້ນກັບ CMG ໄດ້ ຮ່ວມກັນລິເລີ່ມສ້າງຂຶ້ນ ໂດຍມີຈຸດປະສົງເພື່ອເສີມຂະຫຍາຍທ່າແຮງດ້ານພະຫຸສື່ຂອງ CMG ຕື່ມອີກ ບົນພື້ນຖານການໃຫ້ບໍລິການດ້ານເນື້ອໃນຂ່າວວີດີໂອທີ່ມີຢູ່ໃນປັດຈຸບັນ ສຸມໃສ່ສ້າງເວທີບໍລິການພະຫຸສື່ ດ້ວຍການແລກປ່ຽນເນື້ອໃນການວາງສະແດງເນື້ອໃນການແລກປ່ຽນດ້ານວິຊາການການ ສ້າງຜະລິດຕະ ພັນສື່ຕາມຄວາມຕ້ອງການຂອງສື່ຄູ່ຮ່ວມມືທົ່ວໂລກ ພ້ອມກັບບົດບາດຂອງຜູ້ລາຍງານຂ່າວຢູ່ຕ່າງປະເທດ ເວທີດັ່ງກ່າວໄດ້ເຕົ້າໂຮມສື່ສາກົນເກືອບ 500 ແຫ່ງ ໂດຍໄດ້ສ້າງຊ່ອງທາງບໍລິການຕາມຄວາມຕ້ອງ ການ ໂດຍຫວັງຢາກເພີ່ມທະວີການຮ່ວມມືລະຫວ່າງສື່ມວນຊົນປະເທດຕ່າງໆຕື່ມອີກ ເພື່ອເປັນຂົວຕໍ່ແຫ່ງ ການແລກປ່ຽນ ແລະ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ເປັນສາຍສະພານເຊື່ອມສານຈິດໃຈ ຂອງປະຊາຊົນ ເຕົ້າໂຮມກຳລັງອັນເຂັ້ມແຂງ ເພື່ອສ້າງໂລກທີ່ສວຍງາມກວ່າເກົ່າ.

# ຂ່າວ & ພາບ: ສະບາໄພ

error: Content is protected !!