ແມ່ຍິງເມືອງຈັນທະບູລີ ສຸມໃສ່ຜັນຂະຫຍາຍແຜນພັດທະນາແຕ່ລະໄລຍະ

    ສະຫະພັນແມ່ຍິງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຕິດພັນກັບການສະເຫຼີມສະຫຼອງວັນແມ່ຍິງສາກົນ ຂຶ້ນວັນທີ 28 ກຸມພາ 2022 ຢູ່ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານຂອງທ່ານ ນາງ ສຸດສະດາ ສີຫາວົງ ປະທານສະຫະພັນແມ່ຍິງເມືອງຈັນທະບູລີ ມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທ່ານນາງ ໂຄຕະມິນ ພົງຍາຮັກ ຮອງປະທານສະຫະພັນແມ່ຍິງ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ສຸດສະດາ ສີຫາວົງ ກ່າວວ່າ: 1 ປີຜ່ານມາ ສະຫະພັນແມ່ຍິງເມືອງຈັນທະບູລີ ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານຕາມພາລະບົດບາດ ສິດ ແລະ ໜ້າທີ່ຂອງຕົນ ໂດຍໄດ້ສຸມຈັດຕັ້ງຜັນຂະຫຍາຍແຜນການພັດທະນາແມ່ຍິງໃນ 4 ແຜນງານ 6 ໂຄງການ ໃຫ້ແທດເໝາະໃນແຕ່ລະໄລຍະ ເຊິ່ງເຮັດໃຫ້ການເຄື່ອນໄຫວວຽກງານແຕ່ລະມີຜົນສຳເລັດ ເປັນຕົ້ນ ວຽກງານການພັດທະນາຊີວິດການເປັນຢູ່ເພື່ອແກ້ໄຂຄວາມທຸກຍາກໃຫ້ແມ່ຍິງ ແລະ ຄອບຄົວ ໄດ້ສ້າງເງື່ອນໄຂໃຫ້ແມ່ຍິງເຂົ້າເຖິງແຫຼ່ງທຶນ ສົ່ງເສີມໃຫ້ແມ່ຍິງມີວຽກເຮັດງານທຳ ມີເງື່ອນໄຂໄດ້ກູ້ຢືມເພື່ອເຮັດການຜະລິດ ແລະ ເຮັດທຸລະກິດຂະຂາດນ້ອຍ ພ້ອມທັງເປັນການສ້າງລາຍຮັບໃຫ້ແກ່ແມ່ຍິງ ແລະ ຄອບຄົວ ປະກອບສວ່ນເຂົ້າໃນການປະຕິບັດແຜນພັດທະນາເສດທະກິດ-ສັງຄົມມີຄວາມເຂັ້ມແຂງ ປັດຈຸບັນ ສະຫະພັນແມ່ຍິງເມືອງໄດ້ສ້າງຕັ້ງກຸ່ມທ້ອນເງິນ ສືບຕໍ່ປະຕິບັດວຽກງານກອງທຶນມີ 14 ບ້ານ ມີເງິນທ້ອນຂອງສະມາຊິກ 18,43 ຕື້ກີບ ລວມມີສະມາຊິກໃນກອງທຶນທັງໝົດ 5.735 ຄົນ ຍິງ 3.734 ຄົນ.

    ວຽກງານຂໍ້ແຂ່ງຂັນ 3 ດີ ໄດ້ເປັນເຈົ້າການນຳພາປະຕິບັດເນື້ອໃນຂໍ້ແຂ່ງຂັ້ນດັ່ງກ່າວ ຕິດພັນກັບວຽກງານ 3 ສ້າງ ຂໍ້ແຂ່ງຂັນຮັກຊາດ-ຮັກພັດທະນາ ແລະ ການສ້າງຕົວແບບດ້ານຕ່າງໆ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານສະຫະພັນແມ່ຍິງແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຕິດຕາມຊຸກຍູ້ສະຫະພັນແມ່ຍິງບ້ານ ໜ່ວຍຫ້ອງການ ໜ່ວຍໂຮງຮຽນອ້ອມຂ້າງ ໃຫ້ເປັນເຈົ້າການສ້າງຂະບວນການຕິດຕາມກວດກາຊຸກຍູ້ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ແລະ ສາມາດປະເມີນສໍາເລັດກວມເອົາ 90% ມີຜູ້ເຂົ້າຮ່ວມແຂ່ງຂັນ 3.340 ຄົນ ການປະເມີນການຈັດຕັ້ງປະຕິບັດການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບການສ້າງບ້ານພັດທະນາຕາມທິດ 3 ສ້າງ ສາມາດປະຕິບັດສໍາເລັດ 6 ບ້ານ ແລະ ຜັນຂະຫຍາຍໄປບ້ານອື່ນຕື່ມອີກ 7 ບ້ານ ແລະ ປະເມີນສໍາເລັດໃນປີ 2021 ໄດ້ສຳເລັດ 2 ບ້ານຄື: ບ້ານວັດຈັນ ແລະ ບ້ານ ທົ່ງຕູມ.

     ສຳລັບທິດທາງແຜນການ ປີ 2022 ສະຫະພັນແມ່ຍິງເມືອງຈັນທະບູລີ ຈະສືບຕໍ່ສຸມໃສ່ເຂົ້າໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວແຕ່ລະດ້ານ ເປັນຕົ້ນ ການສືບຕໍ່ຊີ້ນຳ-ນຳພາ ປະຕິບັດ 4 ແຜນງານ 6 ໂຄງການຂອງສະຫະພັນແມ່ຍິງວາງອອກໃຫ້ມີຜົນສຳເລັດຍິ່ງຂຶ້ນ ປຸກລະດົມເອື້ອຍນ້ອງແມ່ຍິງເອົາໃຈໃສ່ສ້າງເສດຖະກິດຄອບຄົວ ປູກຝັງ-ລ້ຽງສັດ ເພື່ອກຸ້ມຕົນເອງ ເພື່ອແນໃສ່ສ້າງຄອບຄົວຕົວແບບ ສ້າງວຽກເຮັດງານທຳ ຫຼຸດຜ່ອນການວ່າງງານ ເພີ່ມລາຍຮັບໃຫ້ຄອບຄົວ ແລະ ຜະລິດເປັນສິນຄ້າຫຼາຍຂຶ້ນ.

    ນອກນີ້ ກອງປະຊຸມຍັງໄດ້ມອບໃບຍ້ອງຍໍໃຫ້ຄະນະພັກເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ແລະ ມອບໃບຍ້ອງຍໍແມ່ຍິງ 3 ດີໃຫ້ໜ່ວຍສະຫະພັນແມ່ຍິງຫ້ອງການອ້ອມຂ້າງເມືອງຈັນທະບູລີ ທີ່ມີຜົນງານໃນການເຄື່ອນໄຫວວຽກງານດັ່ງກ່າວຜ່ານມາ ແລະ ຮ່ວມກັນຈັບມືສືບຕໍ່ແຂ່ງຂັນເພື່ອປະຕິບັດຂໍ້ແຂ່ງຂັນ 3 ດີໃນປີ 2022 ຕື່ມອີກ.

# ຂ່າວ & ພາບ: ລັດເວລາ

error: Content is protected !!